ເປັນພັນທະມິດຂອງອາເມຣິກາຈະເປັນເລື່ອງທີ່ມີອັນຕະລາຍເຖິງແກ່ຊີວິດ

2023-04-26 15:36:25 cri

ຫວ່າງມໍ່ໆມານີ້, ເອກະສານລັບຂອງກອງທັບອາເມຣິກາຮ້ອຍກວ່າສະບັບໄດ້ຖືກເປີດເຜີຍ, ເນື້ອໃນຂ່າວລັບໄດ້ສະແດງໃຫ້ເຫັນວ່າອາເມຣິກາໄດ້ເຂົ້າແຊກແຊງວິກິດການອູແກຣນຢ່າງເລິກເຊິ່ງ, ແລະດັກຟັງປະເທດອື່ນໃນໂລກໂດຍບໍ່ຈຳແນກເປົ້າໝາຍ, ສົ່ງຜົນເຮັດໃຫ້ປະຊາຄົມໂລກຮູ້ສຶກຕື່ນຕົກໃຈ ແລະ ໂກດແຄ້ນ, ຜົນກະທົບຂອງເຫດການດັ່ງກ່າວຍັງສືບຕໍ່ແພ່ລະບາດຢູ່. ເລື່ອງນີ້ເຮັດໃຫ້ຄົນໄດ້ນຶກເຖິງຄວາມເວົ້າປະໂຫຍກໜຶ່ງຂອງທ່ານແຮນຣີ ກິຊິນເກີ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິການັ້ນຄື: “ເປັນສັດຕູຂອງອາເມຣິກາຈະເປັນເລື່ອງທີ່ອັນຕະລາຍ, ແຕ່ເປັນພັນທະມິດຂອງອາເມຣິກາຈະເປັນເລື່ອງທີ່ມີອັນຕະລາຍເຖິງແກ່ຊີວິດ.”

ເປັນພັນທະມິດຂອງອາເມຣິກາ, ຈະຖືກອາເມຣິກາຕິດຕາມຢ່າງບໍ່ມີເສັ້ນຕ່ຳສຸດ. ອາເມຣິກາຕິດຕາມພັນທະມິດຢ່າງບັງອາດເປັນເລື່ອງທີ່ທົ່ວໂລກຮູ້ດີມາເປັນເວລາດົນນານແລ້ວ. ໃນໂຄງການດັກຟັງ “ປຣີຊຶມ” ທີ່ຖືກເປີດເຜີຍໃນປີ 2013, ອາເມຣິກາຖືກເປີດເຜີຍວ່າໄດ້ລ່ວງເຂົ້າເຄື່ອງອຸປະກອນອິນເຕີເນັດຂອງເຢຍລະມັນ, ສ.ເກົາຫຼີ ແລະປະເທດອື່ນ, ເພື່ອດັກຟັງການສື່ສານຂອງຜູ້ນຳປະເທດຕ່າງໆເຊັ່ນ: ທ່ານນາງອັງເຈີລາ ເມີເຄວ ນາຍົກລັດຖະມົນຕີເຢຍລະມັນໃນຄາວນັ້ນ, ທ່ານນາງ ດິວມາ ຣູເຊັຟ(Dilma Rousseff) ປະທານາທິບໍດີບຣາຊິນໃນຄາວນັ້ນ ແລະ ປະມຸກລັດປະເທດອື່ນໆ. ປີ 2021, ອົງການຮັກສາຄວາມປອດໄພແຫ່ງຊາດອາເມຣິກາ ຫຼື NSA ຖືກເປີດເຜີຍວ່າໄດ້ດັກຟັງຜູ້ນຳປະເທດຂອງເຢຍລະມັນ, ຝຣັ່ງ, ຊູແອັດ, ນອກແວ ແລະ ປະເທດອື່ນໆ. ການດັກຟັງດັ່ງກ່າວມີຂອບເຂດກວ້າງຂວາງ, ມີຄວາມຮຸນແຮງ, ສືບເນື່ອງເປັນໄລຍະດົນນານ ແລະ ຫຼາກຫຼາຍວິທີ, ເຮັດໃຫ້ຄົນທັງຫຼາຍຮູ້ສຶກຕົກຕະລຶງ. ໂດຍຜະເຊີນກັບຫຼັກຖານທີ່ບໍ່ສາມາດແກ້ໂຕໄດ້, ທ່ານອັນໂຕນີ ບຣິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຍັງໄດ້ເວົ້າແບບບໍ່ມີຢ່າງອາຍວ່າ: “ການພົວພັນລະຫວ່າງອາເມຣິກາກັບພັນທະມິດຈະບໍ່ຖືກທຳລາຍຍ້ອນການດັກຟັງ”. ແຕ່ວ່າ, ໂດຍຜະເຊີນໜ້າກັບ “ການຂົ່ມເຫັງດ້ານຂ່າວລັບ” ຈາກອາເມຣິກາ, ພັນທະມິດຂອງອາເມຣິກາຈຳນວນຫຼາຍກໍບໍ່ກ້າເຮັດຫຍັງເລີຍ.

ເປັນພັນທະມິດຂອງອາເມຣິກາ, ຍັງຈະຖືກອາເມຣິກາ “ດູດເລືອດ” ອີກ. ການປະທະກັນລະຫວ່າງຣັດເຊຍກັບອູແກຣນໄດ້ສືບເນື່ອງມາຫຼາຍກວ່າໜຶ່ງປີແລ້ວ, ຝ່າຍຕ່າງໆລ້ວນແຕ່ຮຽກຮ້ອງໃຫ້ຢຸດຍິງ, ຊຸກຍູ້ຫ້ແກ້ໄຂວິກິດການອູແກຣນດ້ວຍຊ່ອງທາງການເມືອງ, ແຕ່ອາເມຣິກາພັດສຸມກຳລັງຕື່ມເຊື້ອເພິງໃຫ້ການປະທະກັນຮຸນແຮງຍິ່ງຂຶ້ນ. ຜົນກຳໄລອັນມະຫາສານອາເມຣິກາໄດ້ຈາກສົງຄາມດັ່ງກ່າວ: ໂດຍໄດ້ສົ່ງອອກແກັສທຳມະຊາດໃຫ້ແກ່ປະເທດເອີຣົບເພີ່ມຂຶ້ນ ແລະ ແພງຂຶ້ນຫຼາຍເທົ່າ; ວິສາຫະກິດຜະລິດອາວຸດຍຸດໂທປະກອນຂອງອາເມຣິກາໄດ້ພັດທະນາຍິ່ງຂຶ້ນ. ອາເມຣິກາກ່າວຕະຫຼອດວ່າປະເທດເອີຣົບແມ່ນພັນທະມິດ, ແຕ່ທີ່ຈິງແລ້ວອາເມຣິກາບໍ່ໄດ້ເຄົາລົບຜົນປະໂຫຍດຂອງເອີຣົບເລີຍ, ຍິ່ງໄປກວ່ານັ້ນ, ອາເມຣິກາຍັງໄດ້ຕັ້ງໃຈດູດເລືອດຈາກປະເທດເອີຣົບໂດຍຜ່ານສົງຄາມຄື: ເຮັດໃຫ້ເງິນເອີໂຣອ່ອນຄ່າລົງ, ເງິນເຟີ້ເພີ່ມຂຶ້ນ, ຊົນຊັ້ນກາງກາຍເປັນຄົນທຸກຍາກ, ປະຊາຊົນທົ່ວໄປມີລາຍຈ່າຍເພີ່ມຂຶ້ນຍ້ອນວິກິດການພະລັງງານ, ບັນຫາເຫຼົ່ານີ້ລ້ວນແຕ່ເຮັດໃຫ້ປະເທດເອີຣົບຮູ້ສຶກລຳບາກທີ່ສຸດ.

ເປັນພັນທະມິດຂອງອາເມຣິກາ, ຍັງຕ້ອງປະສົບຄວາມເສຍຫາຍຍ້ອນຄວາມເຫັນແກ່ຕົວຂອງອາເມຣິກາ. ໜັງສືພິມ “ການເງິນທາມສ” (Financial Times) ຂອງອັງກິດສະບັບວັນທີ 23 ເມສາລາຍງານວ່າ, ອາເມຣິກາໄດ້ຮຽກຮ້ອງໃຫ້ລັດຖະບານສ.ເກົາຫຼີເຕືອນຕໍ່ນັກທຸລະກິດຜູ້ຜະລິດຊິບຂອງສ.ເກົາຫຼີວ່າ: ຖ້າວ່າປະເທດຈີນຫ້າມບໍ່ໃຫ້ຂາຍຊິບຂອງບໍລິສັດ Micron ຂອງອາເມຣິກາ, ຄວນຫ້າມວິສາຫະກິດ ສ.ເກົາຫຼີ ເພີ່ມການຂາຍຊິບໃຫ້ແກ່ປະເທດຈີນໂດຍສວຍໃຊ້ໂອກາດເທື່ອນີ້. ແລະຫ້າມເຕີມເຕັມຊ່ອງຫວ່າງຕະຫຼາດຊິບຂອງຈີນຢ່ງເດັດຂາດ. ການລາຍງານຂ່າວດັ່ງກ່າວໄດ້ລະບຸວ່າ, ເປົ້າໝາຍຂອງການກະທຳຂອງລັດຖະບານອາເມຣິກາແມ່ນເພື່ອ “ຮັບປະກັນໃຫ້ປະເທດຈີນບໍ່ສາມາດນຳໃຊ້ວິສາຫະກິດ Micron ເປັນເຄື່ອງມືທີ່ກະທົບເຖິງນະໂຍບາຍຂອງອາເມຣິກາ”. ເລື່ອງແບບນີ້ໄດ້ເກີດຂຶ້ນຈົນນັບບໍ່ຖ້ວມ. ເພື່ອຮັກສາຄວາມເປັນເຈົ້າອຳນາດຂອງຕົນ, ອາເມຣິກາບັງຄັບໃຫ້ພັນທະມິດປະສານສົມທົບກັບນະໂຍບາຍຂອງອາເມຣິກາຕັດສາຍພົວພັນ ແລະ ຕັດຂາດຕ່ອງໂສ້ການສະໜອງກັບປະເທດຈີນ, ເຊິ່ງໄດ້ລະເມີດຫຼັກການເສດຖະກິດຕະຫຼາດ ແລະ ລະບຽບການເສດຖະກິດການຄ້າສາກົນຢ່າງໜັກໜ່ວງ, ທັງໄດ້ທຳລາຍຄວາມໝັ້ນຄົງດ້ານຕ່ອງໂສ້ການສະໜອງຂອງໂລກ, ທຳລາຍຜົນປະໂຫຍດຂອງວິສາຫະກິດປະເທດຕ່າງໆ, ໃນທີ່ສຸດຜູ້ໄດ້ຜົນປະໂຫຍດເປັນພຽງອາເມຣິກາປະເທດດຽວ.

ລັດຖະບານອາເມຣິກາພວມໃຊ້ມາດຕະການອັນຊົ່ວຊ້າປະເພດຕ່າງໆເພື່ອບັນລຸເປົ້າໝາຍອັນມືດມົນຂອງເຂົາ, ສ່ວນພັນທະມິດຂອງອາເມຣິກາລ້ວນແຕ່ເປັນເປົ້າໝາຍດູດເລືອດເທົ່ານັ້ນ. ຖ້າວ່າປະເທດໃດໜຶ່ງຕິດຕາມນະໂຍບາຍຂອງອາເມຣິກາ, ປະເທດນັ້ນຈະໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດ, ບໍ່ວ່າເທື່ອໃດຜູ້ໄດ້ຮັບຜົນປະໂຫຍດຈະມີແຕ່ອາເມຣິກາເທົ່ານັ້ນ. ເປັນພັນທະມິດຂອງອາເມຣິກາ, ຈະເປັນເລື່ອງທີ່ອັນຕະລາຍເຖິງແກ່ຊີວິດແທ້ໆ.