ຈັດການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລ່ອງແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄັ້ງທີ 128

2023-04-26 14:52:59 cri

 ຫ້ອງການຖະແຫຼງຂ່າວຂອງພະແນກປ້ອງກັນຄວາມສະຫງົບແຂວງຢູນນານຈີນແຈ້ງໃຫ້ຮູ້ວ່າ: ເວລາ 9 ໂມງຂອງວັນທີ 25 ເມສານີ້, ເຮືອປະຕິບັດກົດໝາຍ 3 ລຳຂອງຈີນໄດ້ເດີນທາງອອກຈາກທ່າເຮືອຈິງຮ່າກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢູນນານຈີນ, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລ່ອງແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄັ້ງທີ 128 ໄດ້ເລີ່ມຂຶ້ນຢ່າງເປັນທາງການ.

ການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຄັ້ງນີ້ ຄາດວ່າຈະໃຊ້ເວລາ 4 ວັນ 3 ຄືນ, 4 ປະເທດດັ່ງກ່າວຈະສຸມໃສ່ການລະເມີດກົດໝາຍ ແລະອາດຊະຍາກຳຂ້າມຊາດ ເພື່ອປ້ອງກັນຄວາມປອດໄພ ແລະຄວາມໝັ້ນຄົງຂອງລ່ອງແມ່ນ້ຳຂອງ.

ຕາມຂ່າວແຈ້ງວ່າ: ກ່ອນປະຕິບັດການເຄື່ອນໄຫວດັ່ງກ່າວ, ອົງການປະຕິບັດກົດໝາຍຂອງຈີນ, ລາວ, ມຽນມາ ແລະໄທ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ບັນຊາການ ແລະກອງປະຊຸມແລກປ່ຽນຂໍ້ມູນຂ່າວສານຜ່ານທາງວີດີໂອ, ຮ່ວມກັນວິເຄາະ ແລະຄົ້ນຄວ້າສະຖານະການການລະເມີດກົດໝາຍ ແລະອາດຊະຍາກຳຂ້າມຊາດຢູ່ເຂດລ່ອງແມ່ນ້ຳຂອງໃນໄລຍະມໍ່ໆມານີ້, ເປິກສາຫາລືກ່ຽວກັບມາດຕະການໂຈມຕີອາຊະຍາກຳຂ້າມຊາດ.