ລາວຢາກໄປ “ເບິ່ງສະພາບຕົວຈິງຂອງເຂດຊິນຈ່ຽງ” ພັດຖືກໃສ່ຮ້າຍປ້າຍສີເປັນ “ຫຸ່ນຍົນ”

2023-04-27 22:11:51 cri

ຫວ່າງມໍ່ໆມານີ້, ທ່ານນາງມາວຣີນ ເອ ຮິວເບວ ນັກວິຊາການອິດສະຫຼະສັນຊາດອົສຕຣາລີຖືກຫຼາຍຄົນກ່າວໂຈມຕີຢູ່ເທິງທະວິດເຕີ, ຈົນເຖິງຂັ້ນຖືກດ່າເປັນ “ຫຸ່ນຍົນ”, ບັນຊີທະວິດເຕີຂອງລາວກໍຖືກປິດ. ທ່ານນາງມາວຣີນ ເອ ຮິວເບວ ຮູ້ສຶກບໍ່ສະບາຍໃຈຍ້ອນເລື່ອງນີ້ ແລະ ກ່າວວ່າ: “ຂ້າພະເຈົ້າເປັນມະນຸດຈິງ, ຫາກບໍ່ແມ່ນຫຸ່ນຍົນ”.

ລາວເວົ້າວ່າ: ການປະສົບການໃຊ້ຄວາມຮຸນແຮງທາງອິນເຕີເນັດເທື່ອນີ້ ກໍຍ້ອນວ່າຂ້າພະເຈົ້າຢາກໄດ້ຮູ້ສະພາບຄວາມເປັນຈິງຂອງເຂດຊິ່ນຈ່ຽງຂອງຈີນ. ມີບາງຄົນເຫີ່ການປັ້ນແຕ່ງຂ່າວປອມເພື່ອໃສ່ຮ້າຍປ້າຍສີຈີນ ແລະ ເຮັດໃຫ້ມີຄວາມເຂົ້າໃຈຜິດຕໍ່ຈີນ, ສະນັ້ນເຂົາເຈົ້າຢ້ານວ່າຜົນຄົ້ນຄວ້າຂອງຂ້າພະເຈົ້າຈະເຮັດໃຫ້ເຈຕະນາຂອງເຂົາເຈົ້າຖືກເຜີຍແບ.

ທ່ານນາງມາວຣີນ ເອ ຮິວເບວ ຍັງກ່າວຕື່ມວ່າ: ຂ້າພະເຈົ້າເປັນນັກວິຊາການອິດສະຫຼະ, ບໍ່ຖືກນາຍຈ້າງຜູ້ໃດຄວບຄຸມ ແລະ ກໍບໍ່ໄດ້ຮັບຜົນສະທ້ອນຈາກຜູ້ບໍລິຈາກໃດໆ.

ທ່ານນາງມາວຣີນ ເອ ຮິວເບວມີປະທັບໃຈທີ່ດີຕໍ່ຈີນ ຈາກນັກສຶກສາຈີນຈຳນວນໜຶ່ງ. ທ່ານນາງມາວຣີນ ເອ ຮິວເບວກ່າວວ່າ: ພາຍຫຼັງນັກສຶກສາເຫຼົ່ານີ້ກັບຄືນປະເທດຈີນແລ້ວ, ພວກເຮົາຍັງຮັກສາການຕິດຕໍ່ພົວພັນກັນ ແລະ ຂ້າພະເຈົ້າໄດ້ເລີ່ມຕັ້ງໜ້າຮຽນຮູ້ປະເທດຈີນນັບແຕ່ນັ້ນມາ.

ເມື່ອໄດ້ສຳຜັດກັບຄົນຈີນນັບມື້ນັບຫຼາຍຂຶ້ນ, ທ່ານນາງມາວຣີນ ເອ ຮິວເບວ ກໍນັບມື້ນັບບໍ່ພໍໃຈຕໍ່ການລາຍງານຂ່າວດ້ານດຽວຕໍ່ຈີນຂອງສື່ມວນຊົນຕາເວັນຕົກ. ທ່ານກ່າວວ່າ: “ໃນການລາຍງານຂ່າວກ່ຽວກັບຈີນ, ສື່ມວນຊົນຕາເວັນຕົກຫຼາຍແຫ່ງໄດ້ເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ສອດຄ່ອງກັບສະພາບຕົວຈິງ. ສື່ມວນຊົນບາງແຫ່ງບໍ່ແມ່ນຮັບໃຊ້ປະຊາຊົນ, ຫາກແມ່ນຮັບໃຊ້ວິສາຫະກິດອຸດສາຫະກຳການທະຫານ ແລະ ຜົນກຳໄລຂອງວິສາຫະກິດເຫຼົ່ານີ້. “ຖ້າສື່ວນຊົນຖືກຄວບຄຸມແລ້ວ, ຄວາມຈິງກໍຈະຖືກປົນເປື້ອນດ້ວຍສິ່ງມົນລະພິດ”.

ທ່ານນາງມາວຣີນ ເອ ຮິວເບວ ໄດ້ລົງບົດຄວາມໃນທະວິດເຕີເມື່ອບໍ່ດົນມານີ້ວ່າ: “ຂ້າພະເຈົ້າຈະເດີນທາງໄປເຂດຊິນຈ່ຽງຂອງຈີນໃນປີ 2024.”

“ໃນຫຼາຍປີມໍ່ໆມານີ້, ຈີນນັບມື້ນັບຮັ່ງມີຂຶ້ນ, ປະຊາຊົນຈີນຄົນທຳມະດາສາມັນກໍໄດ້ຮັບຜົນປະໂຫຍດຈາກການພັດທະນາເສດຖະກິດແຫ່ງຊາດ. ຂະນະທີ່ເຂດຊິນຈ່ຽງແມ່ນໜຶ່ງໃນທ້ອງຖິ່ນຕ່າງໆຂອງຈີນທີ່ມີຈັງຫວະການເຕີບໂຕຂອງ GDP ໄວກວ່າໝູ່, ຈຳນວນປະຊາກອນກໍໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ຖືວ່າແມ່ນໄດ້ປະສົບຜົນສຳເລັດທີ່ເປັນຕົວເລກສູງດັ່ງ “ຕົວເລກທາງດາລາສາດ”. ຂ້າພະເຈົ້າຢາກຄົ້ນຄວ້າເບິ່ງວ່າ ເຂດຊິນຈ່ຽງສາມາດບັນລຸຜົນສຳເລັດແບບນີ້ໄດ້ແນວໃດ.”