ສິ່ງທີ່ນັກການເມືອງອາເມຣິກາໃສ່ໃຈມີຫຼາຍ, ແຕ່ໃນສິ່ງເຫຼົ່ານັ້ນພັດບໍ່ແມ່ນຊີວິດຂອງປະຊາຊົນ

2023-04-27 20:54:51 cri

ໃນທ້າຍອາທິດທີ່ຜ່ານມາ, ຫຼາຍທ້ອງຖິ່ນຂອງອາເມຣິກາໄດ້ເກີດເຫດການຍິງກັນ, ເຮັດໃຫ້້ມີຜູ້ເສຍຊີວິດ 36 ຄົນ ແລະ ບາດເຈັບ 97 ຄົນ. ພາຍໃຕ້ສະພາບການດັ່ງກ່າວ, ກອງປະຊຸມປະຈຳປີຂອງສະມາຄົມປືນຍາວທົ່ວປະເທດອາເມຣິກາຫຼື NRA ພັດໄດ້ຈັດຂຶ້ນຢູ່ນະຄອນອິນດີອັນນາໂປລິສເຊິ່ງເປັນເທດສະບານຂອງລັດອິນດີອັນນາອາເມຣິກາໃນວັນທີ 14 ເມສາຕາມກຳນົດ, ໄດ້ດຶງດູດປະຊາຊົນຫຼາຍພັນຄົນເຂົ້າຊົມ.

ທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາທີ່ໄດ້ປະກາດວ່າຈະເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີອາເມຣິກາໃນປີ 2024 ໄດ້ກ່າວປາໄສຢູ່ກອງປະຊຸມປະຈຳປີດັ່ງກ່າວ, ແລະກ່າວອີກຄັ້ງໜຶ່ງວ່າຕົນເອງສະໜັບສະໜັບລັດຖະທຳມະນູນອາເມຣິກາສະບັບປັບປຸງເທື່ອທີສອງທີ່ຮັບປະກັນ “ສິດຂອງປະຊາຊົນໃນການຄອບຄອງປືນ”. ນອກນັ້ນ, ໃນງານວາງສະແດງອາວຸດປືນຍັງມີເດັກນ້ອຍມາ “ທົດລອງໃຊ້ອາວຸດປືນ” ຈຳນວນບໍ່ໜ້ອຍ.

ພາຍໃຕ້ສະພາບທີ່ອາເມຣິກາເກີດເຫດການກໍ່ຄວາມຮຸນແຮງດ້ວຍອາວຸດປືນຢ່າງບໍ່ຢຸດຢັ້ງ, NRA ຍັງໄດ້ຈັດກອງປະຊຸມປະຈຳປີຢ່າງເປີດເຜີຍ, ນີ້ບໍ່ແມ່ນວ່າສະມາຄົມດັ່ງກ່າວມີການເຄື່ອນໄຫວແບບ “ທ້າທາຍ” ນີ້ເປັນຄັ້ງທຳອິດ. ໃນວັນທີ 24 ພຶດສະພາ 2022, ນະຄອນຢູວັນດ໌(Uvalde) ລັດເທັກຊັດ, ໄດ້ເກີດເຫດການສັງຫານໝູ່ຢູ່ໂຮງຮຽນປະຖົມເຊິ່ງເຮັດໃຫ້, ມີເດັກນ້ອຍ 19 ຄົນ ແລະ ຜູ້ໃຫຍ່ 2 ຄົນເສຍຊີວິດ. ແຕ່ຫຼັງຈາກເຫດການດັ່ງກ່າວເກີດຂຶ້ນພຽງ 3 ວັນ, NRA ກໍບໍ່ເອົາຫົວຊາການປະທ້ວງຂອງປະຊາຊົນ, ແລະຈັດກອງປະຊຸມປະຈຳປີຕາມປົກກະຕິ. ຂ່າວສານອາເປຊີ້ໃຫ້ເຫັນວ່າ, ການກະທຳດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເປັນຈິງທີ່ຂ້ຽວຂາດຢ່າງໜຶ່ງເຊິ່ງກໍຄື ເຫດການຍິງກັນແບບນີ້ໄດ້ກາຍເປັນສ່ວນໜຶ່ງໃນຊີວິດການເປັນຢູ່ຂອງປະຊາຊົນອາເມຣິກາ, NRA ຈະບໍ່ປັບປ່ຽນວາລະປະຊຸມຍ້ອນເຫດການຍິງກັນອີກ.

ບັນຫາຄວາມຮຸນແຮງດ້ວຍອາວຸດປືນໄດ້ເປັນພິດໄພຕໍ່ສັງຄົມອາເມຣິກາມາເປັນເວລາດົນນານແລ້ວ, ແລະຍັງມີທ່າອ່ຽງທີ່ນັບມື້ນັບຮຸນແຮງກວ່າເກົ່າ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ອາເມຣິກາໄດ້ເກີດເຫດການຍິງກັນຂະໜາດໃຫຍ່ຢ່າງໜ້ອຍ 162 ເທື່ອ, ຈຳນວນຜູ້ເສຍຊີວິດຍ້ອນເຫດການຍິງກັນໃນອາເມຣິກາມີຫຼາຍກວ່າ 2 ໝື່ນຄົນ. ສຽງຍິງກັນທີ່ເກີດຂຶ້ນເລື້ອຍໆໄດ້ກາຍເປັນ “ສຽງຢ້ຳເຕືອນ” ທີ່ຫຼີກລ່ຽງບໍ່ໄດ້ໃນຊີວິດຂອງປະຊາຊົນອາເມຣິກາ, ເຮັດໃຫ້ຊາວອາເມຣິກາດຳລົງຊີວິດຢູ່ໃນສະພາບຄວາມຢ້ານກົວໄປອີກນານ.

ເປັນຫຍັງບັນຫາການໃຊ້ອາວຸດປືນກໍ່ຄວາມຮຸນແຮງໄດ້ກາຍເປັນບັນຫາທີ່ແກ້ໄຂຍາດທີ່ສຸດ? ໜຶ່ງໃນສາເຫດຕົ້ນຕໍກໍຄື, ກຸ່ມການເມືອງ ແລະ ການເມືອງໃນການເລືອກຕັ້ງໄດ້ສະໜອງຊ່ອງທາງທີ່ຖືກກັບກົດໝາຍໃຫ້ແກ່ກຸ່ມຄົນສະໜັບສະໜູນຄອບຄອງປືນ, ສົ່ງຜົນເຮັດໃຫ້ກຸ່ມຄົນເຫຼົ່ານີ້ສາມາດດຳເນີນການເມືອງແບບເງິນຕາ, ແລະກະທົບເຖິງຫຼັກໝັ້ນຂອງສະມາຊິກສະພາໃນບັນຫາອາວຸດປືນ. ຍົກຕົວຢ່າງຄື NRA, ເປັນຜູ້ໃຫ້ເງິນອຸດໜູນ ແລະ ນັກການເມືອງຂອງພັກຣິພັບລິກັນທີ່ສະໜັບສະໜູນການຄອບຄອງປືນ, ເຂົາເຈົ້າໄດ້ສະກັດກັ້ນນິຕິບັນຍັດກ່ຽວກັບການຄວບຄຸມປືນຫຼາຍເທື່ອໃນຫຼາຍປີມານີ້. ປີ 2016, NRA ໄດ້ອຸດໜູນເງິນປະມານ 54,4 ລ້ານໂດລາໃນໄລຍະການເລືອກຕັ້ງ, ປີ 2020 ໄດ້ອຸດໜູນເງິນ 29,1 ລ້ານໂດລາອີກເພື່ອສະໜັບສະໜູນການເຂົ້າຮ່ວມເລືອກຕັ້ງປະທານາທິບໍດີຂອງທ່ານໂດໂນ ທຣຳ. ເຖິງວ່າອິດທິພົນດ້ານການເມືອງຂອງ NRA ໄດ້ຫຼຸດລົງໃນຊຸມປີຜ່ານມາກໍຕາມ, ແຕ່ວ່າທ່ານເຟນດີເມນ ສະມາຊິກ NRA ທັງເປັນອະດີດນັກທ່ຽວເກ້ຍກ່ອມຂອງ NRA ກ່າວວ່າ, NRA ຍັງແມ່ນໃຈກາງສຳຄັນຂອງກຸ່ມຄົນທ່ຽວເກ້ຍກ່ອມການສະໜັບສະໜູນຄອບຄອງປືນ, ການໄດ້ຮັບການສະໜັບສະໜູນຈາກ NRA ເປັນເລື່ອງສຳຄັນທີ່ສຸດໃນໄລຍະຕົ້ນຂອງການເລືອກຕັ້ງຂອງພັກຣີລິພັບລີກັນ.

ຄົນທັງຫຼາຍຍັງສາມາດຈື່ໄດ້ວ່າ, ໃນເວລາເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີອາເມຣິກາ, ທ່ານໂຈ ໄບເດັນ ໃຫ້ຄຳໝັ້ນສັນຍາວ່າ: “ຂ້າພະເຈົ້າຢາກບອກວ່າ, ຖ້າວ່າຂ້າພະເຈົ້າໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ, ຂ້າພະເຈົ້າຈະປະຕິບັດມາດຕະການຕໍ່ NRA. ແລະນັກທຸລະກິດຜະລິດອາວຸດປືນທັງຫຼາຍ, ຂ້າພະເຈົ້າກໍຈະທ້າທາຍຕໍ່ພວກທ່ານ, ແລະຈະເອົາຊະນະພວກທ່ານ.” ແຕ່ປັດຈຸບັນ, ໂດຍຜະເຊີນໜ້າກັບເຫດການຍິງກັນຕ່າງໆ, ທ່ານໄບເດັນພັດເນັ້ນໜັກຫຼາຍເທື່ອແລ້ວວ່າ: “ຕົນເອງບໍ່ມີຄວາມສາມາດ.” ດັ່ງຄວາມເວົ້າຂອງທ່ານ ຊາເລັດ ຣຳເຊ, ອະດີດຫົວໜ້າສະຖານີຕຳຫຼວດວໍຊິງຕັນດີຊີທີ່ວ່າ: ນັກການເມືອງຂອງອາເມຣິກາທີ່ກະທຳແບບຍ້ອມແມວຂາຍນັ້ນມັກສົນໃຈສິ່ງຕ່າງໆຫຼາຍຢ່າງ, ແຕ່ໃນສິ່ງເຫຼົ່ານັ້ນພັດບໍ່ແມ່ນຊີວິດຂອງປະຊາຊົນ.