ຂະບວນລົດໄຟທີ່ຈີນສົ່ງອອກໄປຍັງໂຄງການທາງລົດໄຟຄວາມໄວສູງຈາກາຕາອິນໂດເນເຊຍໄດ້ສຳເລັດການສົ່ງອອກໝົດແລ້ວ

2023-04-27 10:20:41 cri

ຕອນຮຸ່ງແຈ້ງຂອງວັນທີ 26 ເມສານີ້, ຂະບວນລົດໄຟຄວາມໄວສູງຂະບວນທີ 11 ສຳລັບທາງລົດໄຟຄວາມໄວສູງຈາກາຕາຂອງອິນໂດເນເຊຍທີ່ຜະລິດໂດຍບໍລິສັດ CRRC ຊີ່ງຕາວຊື້ຟ່າງຈຳກັດຈີນ ໄດ້ຂົນຂຶ້ນກຳປັ່ນ ແລະອອກເດີນທາງຈາກທ່າກຳປັ່ນຊີ່ງຕາວຂອງຈີນ, ຂະບວນລົດໄຟດັ່ງກ່າວຈະຖືກຂົນສົ່ງໄປຍັງອິນໂດເນເຊຍຜ່ານທາງທະເລ. ນີ້ແມ່ນຂະບວນລົດໄຟງວດສຸດທ້າຍທີ່ສົ່ງອອກໄປໂຄງການລົດໄຟຄວາມໄວສູງຈາກາຕາ ແລະເປັນຂີດໝາຍສະແດງໃຫ້ເຫັນວ່າ: ໃບສັ່ງຊື້ໃບທຳອິດທີ່ຈີນສົ່ງອອກຂະບວນລົດໄຟຄວາມໄວສູງໄປຕ່າງປະເທດນັ້ນ ໄດ້ສຳເລັດການສົ່ງອອກໝົດແລ້ວ.

ຂະບວນລົດໄຟສຳລັບໂຄງການທາງລົດໄຟຈາກາຕາໄດ້ເລີ່ມຂົນສົ່ງໄປອິນໂດເນເຊຍໂດຍແບ່ງເປັນຫຼາຍງວດ ນັບແຕ່ເດືອນສິງຫາປີ 2022 ເປັນຕົ້ນມາ. ຕາມຂ່າວແຈ້ງວ່າ: ຂະບວນລົດໄຟສຳລັບທາງລົດໄຟຄວາມໄວສູງຈາກາຕາ ທີ່ໄດ້ຂົນສົ່ງເຖິງອິນໂດເນເຊຍໃນເມື່ອກ່ອນນັ້ນ ກຳລັງດຳເນີນການປັບແຕ່ງ ແລະທົດສອບຢູ່ອິນໂດເນເຊຍ ເພື່ອກະກຽມໃຫ້ແກ່ການເປີດນຳໃຊ້ຂອງທາງລົດໄຟຄວາມໄວສູງຈາກາຕາ.