ປະທານປະເທດຈີນສົ່ງໂທລະເລກສະແດງຄວາມເຫັນໃຈຕໍ່ປະທານາທິບໍດີອັງໂກລາຍ້ອນອັງໂກລາປະສົບໄພຝົນຕົກໜັກ

2023-04-29 14:32:29 cri

ວັນທີ 27 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈຕໍ່ທ່ານ ໂຈອາວ ມານູເອັນ ກອນກາວິສ ໂລເຣັນໂກ ປະທານາທິບໍດີອັງໂກລາຍ້ອນອັງໂກລາປະສົບໄພຝົນຕົກໜັກ.

ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ຕົກໃຈຫຼາຍທີ່ໄດ້ຮູ້ວ່ານະຄອນຫຼວງລູອັນດາ ແລະ ຫຼາຍແຫ່ງຂອງອັງໂກລາປະສົບໄພຝົນຕົກໜັກ ເຊິ່ງເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ບາດເຈັບ ທັງເສຍຫາຍດ້ານຊັບສິນຢ່າງຫຼວງຫຼາຍ, ຂ້າພະເຈົ້າຂໍຕາງໜ້າລັດຖະບານຈີນກໍຄືປະຊາຊົນຈີນສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ, ສະແດງຄວາມເຫັນໃຈຢ່າງຈິງໃຈຕໍ່ຄອບຄົວຜູ້ເສຍຊີວິດ, ຜູ້ບາດເຈັບ ແລະ ປະຊາຊົນຢູ່ເຂດປະສົບໄພ. ເຊື່ອໝັ້ນວ່າ ອັງໂກລາຈະສາມາດຜ່ານພ່າຄວາມຫຍຸ້ງຍາກ ແລະ ສ້າງບ້ານແປງເມືອງຄືນໃໝ່.