ທ່ານສີຈິ້ນຜິງສົ່ງຄຳອວຍພອນໄຊອັນປະເສີດແລະຄວາມຢື້ຢາມຖາມຂ່າວເຖິງປະຊາຊົນຜູ້ອອກແຮງງານອັນມະຫາສານໃນທົ່ວປະເທດຈີນເນື່ອງໃນໂອກາດວັນກຳມະກອນສາກົນຈະໝູນວຽນມາເຖິງ

2023-04-30 14:29:19 cri

ເນື່ອງໃນໂອກາດວັນກຳມະກອນສາກົນ ວັນທີ 1 ພຶດສະພາ ໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕາງໜ້າສູນກາງພັກສົ່ງຄຳອວຍພອນໄຊອັນປະເສີດແລະຄວາມຢື້ຢາມຖາມຂ່າວເຖິງປະຊາຊົນຜູ້ອອກແຮງງານອັນມະຫາສານໃນທົ່ວປະເທດຈີນ.

 ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ປີນີ້ເປັນປີທຳອິດແຫ່ງການຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນຢ່າງຮອບດ້ານ, ເປັນປີໜຶ່ງທີ່ສຳຄັນແຫ່ງການສືບຕໍ່ປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ5ປີຄັ້ງທີ14. ຫວັງວ່າປະຊາຊົນຜູ້ອອກແຮງງານອັນມະຫາສານຈະເສີມຂະຫຍາຍຈິດໃຈຕົວແບບແຮງງານ, ຈິດໃຈການອອກແຮງງານ, ຈິດໃຈນາຍຊ່າງ, ອອກແຮງງານຢ່າງຊື່ສັດ, ເຮັດວຽກຢ່າງດຸໝັ່ນ, ບຸກບືນປະດິດສ້າງ, ກ້າເຮັດກ່ອນໝູ່, ອາໄສການອອກແຮງງານແລະການປະດິດສ້າງເພື່ອຊຸກຍູ້ຂະບວນການຄວາມທັນໄໝແບບຈີນຢ່າງໜັກແໜ້ນ, ເສີມຂະຫາຍບົດບາດກຳລັງຫຼັງແຫຼ່ງຢ່າງເຕັມສ່ວນບົນຂະບວນການສ້າງສາປະເທດທີ່ເຂັ້ມແຂງແລະຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດ. ຄະນະພັກແລະອົງການປົກຄອງທຸກຂັ້ນຕ້ອງປຸກລະດົມຍົກສູງຄວາມຫ້າວຫັນດ້ານການອອກແຮງງານແລະຄວາມມີຊີວິດຊີວາດ້ານການປະດິດສ້າງຂອງປະຊາຊົນຜູ້ອອກແຮງງານອັນມະຫາສານຢ່າງເຕັມສ່ວນ, ປົກປ້ອງສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງປະຊາຊົນຜູ້ອອກແຮງງານອັນມະຫາສານຢ່າງແທ້ຈິງ, ເອົາໃຈໃສ່ຊ່ວຍແກ້ໄຂຄວາມຫຍຸ້ງຍາກໃຫ້ກັບປະຊາຊົນຜູ້ອອກແຮງງານອັນມະຫາສານ, ຊຸກຍູ້ໃຫ້ທົ່ວສັງຄົມເກີດມີບັນຍາກາດທີ່ດີແຫ່ງການເຄົາລັບນັບຖືການອອກແຮງງານແລະເຄົາລົບນັບຖືຜູ້ອອກແຮງງານຕື່ມອີກ.