ໄທມີຜູ້ເປັນພະຍາດໄຂ້ເລືອດອອກຫຼາຍກວ່າ13.000 ຄົນ ມີຜູ້ເສຍຊີວິດແລ້ວ12 ຄົນ

2023-05-02 11:13:58 cri

ວັນທີ1ພຶດສະພານີ້, ກົມຄວບຄຸມພະຍາດກະຊວງສາທາລະນະສຸກໄທໄດ້ເຜີຍແຜ່ບົດລາຍງານວ່າ: ລະຫວ່າງວັນທີ1ມັງກອນຫາວັນທີ26ເມສາ2023ນີ້, ຜູ້ຖືກບົ່ງມະຕິພະຍາດໄຂ້ເລືອດອອກຢູ່ປະເທດໄທມີເຖິງ13.159ຄົນ ແລະໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ12ຄົນ.

ບົດລາຍງານລະບຸວ່າ: ໃນໄລຍະອາທິດໜຶ່ງຜ່ານມາ, ຢູ່ປະເທດໄທມີຜູ້ຖືກບົ່ງມະຕິພະຍາດໄຂ້ເລືອດອອກ 1.274 ຄົນ ເຊິ່ງປາກົດມີທ່າອ່ຽງເພີ່ມຂຶ້ນ. ກະຊວງສາທາລະນະສຸກໄທເຕືອນໃຫ້ມວນຊົນນຳໃຊ້ວິທີຕ່າງໆເຊັ່ນກຳຈັດແຫຼ່ງແພ່ພັນຂອງຍູງລາຍ ແລະປ້ອງກັນບໍ່ໃຫ້ຖືກຍູງກັດເປັນຕົ້ນ ເພື່ອຕັດຊ່ອງທາງການແພ່ເຊື້ອ, ສະກັດກັ້ນບໍ່ໃຫ້ພະຍາດແພ່ຂະຫຍາຍກວ້າງອອກ.