ລັດຖະມົນຕີກະຊວງການຕ່າງປະເທດຈີນຈະຢ້ຽມຢາມມຽນມາ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອງອົງການຮ່ວມມືຊຽງໄຮຢູ່ອິນເດຍ

2023-05-02 16:32:04 CRI

ວັນທີ 2 ພຶດສະພານີ້, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ທ່ານສິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນຈະໄປຢ້ຽມຢາມມຽນມາແຕ່ວັນທີ 2 ຫາ ວັນທີ 5 ພຶດສະພານີ້, ແລະຈະເດີນທາງໄປອິນເດຍເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອງອົງການຮ່ວມມືຊຽງໄຮ.