ລັດຖະມົນຕີການຕ່າງປະເທດຈີນພົບປະກັບຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ສປຊທີ່ຮັບຜິດຊອບບັນຫາມຽນມາ

2023-05-02 11:12:36 cri



   ວັນທີ 1 ພຶດສະພານີ້ຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ, ທ່ານສິນກ່າງ ທີ່ ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານນາງ ໂນລີນ ໄຮເຊີ ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ສປຊທີ່ຮັບຜິດຊອບບັນຫາມຽນມາ.

ທ່ານສິນກ່າງກ່າວວ່າ: ມຽນມາເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນ້ຳຕິດຈອດກັບຈີນ, ສະນັ້ນ, ຈີນມີຄວາມຫວັງຢ່າງຍິ່ງກວ່າປະເທດໃດໝົດທີ່ຫວັງໃຫ້ມຽນມາບັນລຸສະຖຽນລະພາບແລະການພັດທະນາ. ບັນຫາມຽນມາມີປະຫວັດຄວາມເປັນມາອັນສະຫຼັບສັບຊ້ອນ, ມີປັດໄຈທັງພາຍໃນແລະພາຍນອກສັບປົນກັນ, ຈຶ່ງບໍ່ມີວິທີວິເສດໃດທີ່ຈະແກ້ໄຂໄດ້ໂດຍໄວ. ປະຊາຄົມໂລກຄວນເຄົາລົບອະທິປະໄຕຂອງມຽນມາ, ສະໜັບສະໜູນບັນດາຝ່າຍພາຍໃນປະເທດມຽນມາຢູ່ພາຍໃຕ້ຂອບລັດຖະທຳມະນູນແລະກົດໝາຍ, ຜ່ານຈາກການສົນທະນາທາງການເມືອງເພື່ອແກ້ໄຂຄວາມຂັດແຍ້ງ, ເປີດຂະບວນການຫັນປ່ຽນທາງການເມືອງຄືນໃໝ່. ພວກເຮົາຄວນເຄົາລົບຄວາມພະຍາຍາມການໄກ່ເກ່ຍຂອງອາຊຽນ, ຊຸກຍູ້ການຈັດຕັ້ງປະຕິບັດ ຄວາມຮູ້ຮ່ວມ5ຂໍ້ຂອງອາຊຽນ, ຄວນປະຕິບັດການແບບສຸຂຸມຮອບຄອບແລະຕິດແທດຕົວຈິງ, ປ້ອງກັນບໍ່ໃຫ້ຄວາມຂັດແຍ້ງຮຸນແຮງຂຶ້ນ, ເຮັດໃຫ້ວິກິດການແຜ່ລາມອອກໄປ. ຫວັງວ່າທ່ານນາງຜູ້ຕາງໜ້າພິເສດຈະປະຕິບັດຕາມຫຼັກການພາວະວິໄສແລະຍຸຕິທຳ ເພື່ອເສີມຂະຫຍາຍບົດບາດທີ່ເປັນຂົວຕໍ່.

ທ່ານນາງ ໄຮເຊີ ກ່າວຢືນຢັນວ່າ ການແກ້ໄຂບັນຫາມຽນມາຄວນໃຫ້ມຽນມາເປັນຜູ້ນຳພາ, ເຄົາລົບຄວາມມຸ່ງມາດປາຖະໜາຂອງປະຊາຊົນມຽນມາ. ການສົນທະນາຈະບໍ່ສາມາດປ່ຽນແປງອະດີດໄດ້ ແຕ່ຈະສາມາດປ່ຽນແປງອະນາຄົດ.ອົງການສະຫະປະຊາຊາດມີຈຸດຢືນຜ່ານຈາກການສົນທະນາບັນລຸໃຫ້ມຽນມາມີສັນຕິພາບແລະຄວາມໝັ້ນຄົງ, ຊຸກຍູ້ພາກພື້ນໃຫ້ພັດທະນາແລະມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ພ້ອມທັງເຄົາລົບແລະປົກປັກຮັກສາສິດທິມະນຸດ, ສະໜັບສະໜູນອາຊຽນເສີມຂະຫຍາຍບົດບາດອັນຕັ້ງໜ້າໃນບັນຫານີ້. ອົງການສະຫະປະຊາຊາດຍ້ອງຍໍຊົມເຊີຍຈີນທີ່ໄດ້ເສີມຂະຫຍາຍບົດບາດສຳຄັນເຂົ້າໃນການຊຸກຍູ້ການແກ້ໄຂບັນຫາມຽນມາ, ຫວັງວ່າ ຈີນຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເພື່ອສັນພິພາບ, ສະຖຽນລະພາບແລະການພັດທະນາຂອງມຽນມາ.