ປິດການຊ້ອມຮົບຮ່ວມເທິງທະເລ “ການຮ່ວມມືຈີນ-ສິງກະໂປ2023”

2023-05-03 11:13:43 cri



ຕອນເຊົ້າວັນທີ 1 ພຶດສະພານີ້, ພິທີປິດການຊ້ອມຮົບຮ່ວມເທິງທະເລ “ການຮ່ວມມືຈີນ-ສິງກະໂປ2023”ໄດ້ຈັດຂຶ້ນຢູ່ສິງກະໂປ, ເປັນຂີດໝາຍສະແດງໃຫ້ເຫັນວ່າ ການຊ້ອມຮົບຮ່ວມໄດ້ສິ້ນສຸດລົງຢ່າງເປັນທາງການ.

ໃນພິທີດັ່ງກ່າວ, ຜູ້ຕາງໜ້ານາຍແລະພົນທະຫານທີ່ເຂົ້າຮ່ວມການຊ້ອມຮົບຮ່ວມທັງສອງຝ່າຍຈີນ-ສິງກະໂປໄດ້ຮ່ວມກັນເບິ່ງວິດີໂອສະຫຼຸບຜົນການຊ້ອມຮົບ. ຜູ້ບັນຊາການໜ່ວຍກຳປັ່ນຝ່າຍຈີນທີ່ເຂົ້າຮ່ວມການຊ້ອມຮົບ ແລະຜູ້ບັນຊາການກອງທີໜຶ່ງຂອງກອງທັບເຮືອສິງກະໂປໄດ້ປະກອບຄຳເຫັນຕາມລຳດັບໂດຍຫວັງວ່າ ກອງທັບເຮືອສອງປະເທດຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດແລະຮ່ຳຮຽນເຊິ່ງກັນແລະກັນແລະກ້າວໜ້າພ້ອມກັນ.



ນັບແຕ່ໜ່ວຍກຳປັ່ນກອງທັບເຮືອຈີນເດີນທາງໄປຮອດສິງກະໂປໃນວັນທີ 27 ເມສາຜ່ານມາແລ້ວ,  ສອງຝ່າຍໄດ້ຈັດກິດຈະກຳຢ້ຽມຊົມກຳປັ່ນ, ແລກປ່ຽນດ້ານວິຊາການແລະກິດຈະກຳວັດທະນະທຳ. ໃນໄລຍະຊ້ອມຮົບເທິງທະເລແບບນຳໃຊ້ກຳລັງທະຫານຈິງ, ສອງຝ່າຍໄດ້ຮ່ວມກັນສຳເລັດການຝຶກຊ້ອມເກືອບ10ກວ່າລາຍການເຊັ່ນ: ກຳປັ່ນຍິງປືນຈິງ, ຮ່ວມກັນຄົ້ນຫາແລະຊ່ວຍເຫຼືອຜູ້ປະສົບໄພ, ນຳສົ່ງຄົນເຈັບໄປປິ່ນປົວແລະອື່ນໆ.