ທ່ານສີຈິ້ນຜິງຕອບຈົດໝາຍຄືນໃຫ້ນັກສຶກສາຂອງເດີ່ນບ້ານວິທະຍາສາດເຕັກນິກມະຫາວິທະຍາໄລກະສິກຳຈີນ

2023-05-03 15:15:45 cri

ເມື່ອມໍ່ໆມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ຕອບຈົດໝາຍຄືນໃຫ້ບັນດານັກສຶກສາຂອງເດີ່ນບ້ານວິທະຍາສາດເຕັກນິກມະຫາວິທະຍາໄລກະສິກຳຈີນ ໂດຍໄດ້ຝາກຄວາມຫວັງເປັນຢ່າງຍິ່ງໄວ້ກັບນັກສຶກສາເຫຼົ່ານີ້ ພ້ອມທັງຖືໂອກາດນີ້ສົ່ງຄຳອວຍພອນໄຊອັນປະເສີດເຖິງຊາວໜຸ່ມອັນມະຫາສານໃນທົ່ວປະເທດເນື່ອງໃນໂອກາດວັນຊາວໜຸ່ມ ທີ4ພຶດສະພາໃກ້ຈະໝູນວຽນມາເຖິງ.

ຈົດໝາຍຕອບຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ເມື່ອໄດ້ຮູ້ວ່າ ຜ່ານຈາກເດີ່ນບ້ານວິທະຍາສາດເຕັກນິກທີ່ ມະຫາວິທະຍາໄລໄດ້ສ້າງຂຶ້ນຕາມຊົນນະບົດນັ້ນ, ພວກສະຫາຍໄດ້ລົງສູ່ທົ່ງໄຮ່ທົ່ງນາແລະຄອບຄົວຊາວກະສິກອນໃນບ້ານຊົນນະບົດ ເພື່ອຮັບຮູ້ສະພາບຊີວິດການເປັນຢູ່ຂອງປະຊາຊົນແລະສຶກສາຄົ້ນຄວ້າວິຊາຮຽນໃນຂະບວບການຮັບໃຊ້ພາລະກິດພັດທະນາຊົນນະບົດໃຫ້ຈະເລີນ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ.

ໃນຈົດໝາຍຕອບຂອງທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ຈົດໝາຍຂອງພວກສະຫາຍໄດ້ລະບຸວ່າ: ເມື່ອລົງພື້ນຖານຢູ່ເຂດຊົນນະບົດຈຶ່ງຈະສາມາດເຂົ້າໃຈຢ່າງເລິກເຊິ່ງໄດ້ວ່າ ການສະແຫວງຫາຈັດຈະທຳຈາກຄວາມເປັນຈິງແມ່ນຫຍັງ? ຄວນຕິດຕໍ່ພົວພັນກັບມະຫາຊົນຄືແນວໃດ, ຊາວໜຸ່ມແມ່ນຕ້ອງຫາທຸກເພື່ອຝຶກຝົນຫຼໍ່ຫຼອມຕົນເອງ, ນີ້ຄືຄວາມເວົ້າທີ່ດີຫຼາຍ. ຊາວໜຸ່ມຈີນໃນຍຸກໃໝ່ແມ່ນຄວນມີຈິດໃຈແບບນີ້. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນໄດ້ວາງແຜນການກ່ຽວກັບການສ້າງສາປະເທດທີ່ເຂັ້ມແຂງດ້ານກະສິກຳ, ຫວັງວ່າພວກສະຫາຍຈະຕັ້ງອຸດົມການອັນສູງສົ່ງ, ເຮັດແທ້ທຳຈິງ, ປະສານສົມທົບຄວາມຮູ້ທີ່ຮຽນຢູ່ໃນໂຮງຮຽນກັບພຶດຕິກຳປະຕິບັດຕົວຈິງຢູ່ຊົນນະບົດຢ່າງແໜ້ນແຟ້ນ, ປູກຈິດສຳນຶກຮັກແພງຊາວກະສິກອນຢ່າງໜັກແໜ້ນ, ຝຶກຝົນຄວາມສາມາດໃນການພັດທະນາຊົນນະບົດໃຫ້ຈະເລີນ, ສ້າງຜົນງານອັນໃຫຍ່ຫຼວງຢູ່ບົນເວທີແຫ່ງການພັດທະນາຊົນນະບົດໃຫ້ຈະເລີນ, ປະກອບສ່ວນເຂົ້າໃນການເລັ່ງຊຸກຍູ້ຂະບວນການຫັນເປັນທັນສະໄໝດ້ານກະສິກຳແລະຊົນນະບົດ ກໍຄືການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.