ຊາວໜຸ່ມເປັນໜ້າຮັກແພງແລະໜ້າຄອງຄອຍທີ່ສຸດ

2023-05-04 16:16:36 cri

  



ວັນທີ 4 ພຶດສະພາ2023 ເປັນວັນຊາວໜຸ່ມຈີນຄົບຮອບ74ປີ, ກ່ຽວກັບຊາວໜຸ່ມ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນເພິ່ນໄດ້ເວົ້າວ່າ: “ເວົ້າສຳລັບພັກແລະປະເທດຊາດແລ້ວ, ຊາວໜຸ່ມເປັນໜ້າຮັກແພງແລະໜ້າຄອງຄອຍທີ່ສຸດ”. ຈາກການເຮັດວຽກຢູ່ທ້ອງຖິ່ນຈົນຮອດຂັ້ນສູນກາງ, ທ່ານສີຈິ້ນຜິງໄດ້ເຂົ້າເຖິງຊາວໜຸ່ມ, ຟັງສຽງຢູ່ໃນໃຈຂອງຊາວໜຸ່ມ ແລະເປັນຜູ້ຮູ້ໃຈຂອງເພື່ອນຊາວໜຸ່ມ, ເປັນຜູ້ຫ້າວຫັນໃນວຽກງານຊາວໜຸ່ມແລະເປັນຜູ້ນຳທາງໃຫ້ກັບຊາວໜຸ່ມມາໂດຍຕະຫຼອດ.

 

   ຕອນທີ່ທ່ານສີຈິ້ນຜິງດຳລົງຕຳແໜ່ງເປັນການນຳເມືອງເຈີ້ງຕິ້ງແຂວງເຫີເປີຍລະຫວ່າງປີ1982-1985, ຢູ່ສະຫະກອນບ້ານຫຼິວຊຸນເມືອງເຈີ້ງຕິ້ງມີໂຮງຮຽນກິລາປິ່ງປ່ອງແຫ່ງໜຶ່ງ. ໃນການລົງສຳຫຼວດຄົ້ນຄວ້າວຽກງານຢູ່ທ້ອງຖິ່ນເທື່ອໜຶ່ງ, ທ່ານສີຈິ້ນຜິງໄດ້ຮັບຮູ້ວ່າ ໂຮງຮຽນກິລາແຫ່ງນີ້ມີຄູເຝິກຍິງໜຸ່ມຜູ້ໜຶ່ງຊື່ວ່າ ຫວາງຊູ້ເມີຍ. ຕອນກາງເວັນ, ນາງຫວາງຊູ້ເມີຍໄດ້ຮຽນຍົກລະດັບຢູ່ວິທະຍາໄລກິລາແຂວງເຫີເປີຍ, ຕອນຄ່ຳແລະວັນອາທິດໄດ້ກັບມາເຝິກຊ້ອມໃຫ້ນັກຮຽນຢູ່ໃນເມືອງ, ລາວເຮັດວຽກດ້ວຍຄວາມຮັບຜິດຊອບສູງແລະມີຜົນງານພົ້ນເດັ່ນ ໂດຍສາມາດເຝິກຊ້ອມໃຫ້ນັກຮຽນຈົນໄດ້ຮັບຄັດເລືອກເຂົ້າທີມຊາດ, ແຕ່ວ່າ ເງິນເດືອນແລະສະຫວັດດີການຊ້ຳພັດໄດ້ໜ້ອຍທີ່ສຸດ. ທາງໂຮງຮຽນກິລາຫວັງວ່າ ການຈັດຕັ້ງຈະພິຈາລະນາສະພາບຕົວຈິງຂອງລາວເພື່ອຊ່ວຍແກ້ໄຂຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງ.

 

   ເວລາ11ໂມງປາຍຂອງມື້ນັ້ນ, ທ່ານສີຈິ້ນຜິງໄດ້ເອົາເອກະສານທີ່ກ່ຽວຂ້ອງອອກຈາກບ້ານຫຼິວຊຸນ. 15 ໂມງມື້ດຽວກັນ, ພະແນກບຸຄະລາກອນເມືອງໄດ້ແຈ້ງໃຫ້ໂຮງຮຽນກິລາຊາບວ່າ: “ທາງເມືອງໄດ້ປັບຂຶ້ນເງິນເດືອນອີກຂັ້ນໜຶ່ງໃຫ້ນາງຫວາງຊູ້ເມີຍ, ມາເຮັດຂັ້ນຕອນຕາມລະບຽບການສາ.” ສ່ວນຄຳຂຶ້ນຕົ້ນໃນເອກະສານອະນຸຍາດປັບຂຶ້ນເງິນເດືອນນັ້ນໄດ້ລະບຸວ່າ: “ເພື່ອສົ່ງເສີມໃຫ້ຊາວໜຸ່ມພະຍາຍາມຮ່ຳຮຽນ.” ຫຼັງຈາກນັ້ນ, ທ່ານສີຈິ້ນຜິງຍັງໄດ້ແກ້ໄຂບັນຫາຫຍຸ້ງຍາກດ້ານເງິນເດືອນແລະສະຫວັດດີການໃຫ້ກັບຄູຢູ່ໂຮງຮຽນເອກະຊົນພາຍໃນສະຫະກອນແລະ ບ້ານຕ່າງໆພາຍໃນເມືອງ ເຊິ່ງໄດ້ກະຕຸ້ນຄວາມຫ້າວຫັນເຮັດວຽກຂອງຄູອາຈານທັງຫຼາຍ.

 

   ສິ່ງທີ່ຊາວໜຸ່ມໄດ້ຄິດ,ໄດ້ກັງວົນແລະໄດ້ປາດຖະໜານັ້ນ, ທ່ານສີຈິ້ນຜິງແມ່ນມີຄວາມຫ່ວງໃຍຢູ່ຕະຫຼອດ.

 



   ເດືອນມິຖຸນາປີ2022, ທ່ານສີຈິ້ນຜິງທີ່ກຳລັງຢ້ຽມຢາມແຂວງເສສວນ ໄດ້ເດີນທາງໄປເຖິງມະຫາວິທະຍາໄລຢີປິ່ນ ເພື່ອຮັບຮູ້ສະພາບຕົວຈິງກ່ຽວກັບການປະກອບອາຊີບຂອງນັກສຶກສາທີ່ຮຽນຈົບໃໝ່.

 

   ຕອນນັ້ນ ພໍດີເປັນໄລຍະເວລາອັນສຳຄັນສຳລັບການຊອກຫາວຽກເຮັດງານທຳຂອງນັກສຶກສາທີ່ຮຽນຈົບໃໝ່, ຢູ່ສະໂມສອນແຫ່ງໜຶ່ງຂອງມະຫາວິທະຍາໄລຢີປິ່ນໄດ້ຈັດໃຫ້ມີງານນັດພົບແຮງງານໂດຍມີຜູ້ເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.

 

   ທ່ານສີຈິ້ນຜິງໄດ້ສອບຖາມຢ່າງລະອຽດຂອງງານໃນຄັ້ງນີ້ເປັນຕົ້ນ: ມີວິສາຫະກິດໃດແດ່ໄດ້ມາເຂົ້າຮ່ວມງານ? ເຂົາເຈົ້າໄດ້ອຳນວຍຕຳແໜ່ງງານຫຍັງແດ່? ສະພາບການປະກອບອາຊີບຂອງນັກສຶກສາເປັນແນວໃດ?

 

ທ່ານສີຈິ້ນຜິງໄດ້ຊີ້ນຳໃຫ້ຜູ້ຮັບຜິດຊອບຄະນະພັກ,ອົງການປົກຄອງກໍຄືມະຫາວິທະຍາໄລທ້ອງຖິ່ນແຫ່ງນີ້ ຕ້ອງຂຸດຄົ້ນແລະຊອກຮູ້ຕຳແໜ່ງງານຕື່ມອີກ, ເອົາໃຈໃສ່ເຮັດວຽກບໍລິການດ້ານການປະກອບອາຊີບຢ່າງລະອຽດແລະມີປະສິດທິຜົນຕົວຈິງ, ທາງໂຮງຮຽນ, ວິສາຫະກິດແລະພາກສ່ວນທີ່ກ່ຽວຂ້ອງຕ້ອງກຳແໜ້ນວຽກງານການປະຕິບັດສັນຍາຈ້າງນັກສຶກສາທີ່ຮຽນຈົບໃໝ່ໃຫ້ເປັນຮູບປະທຳຢ່າງມີປະສິດທິຜົນ ໂດຍສະເພາະຕ້ອງຈັດເອົານັກສຶກສາຈາກຄອບຄົວທີ່ຫຼຸດພົ້ນຈາກຄວາມທຸກຍາກ, ຄອບຄົວທີ່ຖືກຈັດເຂົ້າໃນລະບົບຮັບປະກັນຊີວິດການເປັນຢູ່ຂັ້ນພື້ນຖານ, ຄອບຄົວທີ່ບໍ່ມີສະມາຊິກປະກອບອາຊີບກໍຄືນັກສຶກສາພິການ, ນັກສຶກສາທີ່ຮຽນຈົບແລ້ວແຕ່ບໍ່ມີວຽກເຮັດເປັນເວລາດົນສົມຄວນນັ້ນເປັນເປົ້າໝາຍຈຸດສຸມໃນການໃຫ້ຄວາມຊ່ວຍເຫຼືອ.

 

 ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຕໍ່ການພັດທະນາຂອງຊາວໜຸ່ມຢ່າງແທ້ຈິງ, ເພິ່ນໄດ້ເນັ້ນໜັກຕະຫຼອດມາວ່າ: “ຄວາມກົດດັນຄືແຮງຂັບເຄື່ອນການເຕີບໃຫຍ່ຂອງຊາວໜຸ່ມ, ແຕ່ວ່າ ໃນຈຸດເວລາອັນສຳຄັນແຫ່ງການເຕີບໃຫຍ່ຂອງຊາວໜຸ່ມ, ຫາກສາມາດຊ່ວຍເຫຼືອເຂົາເຈົ້າໄດ້ໜ້ອຍໜຶ່ງ ມັນອາດຈະເປັນຈຸດຄ້ຳອັນສຳຄັນທີ່ຊ່ວຍຊາວໜຸ່ມຜ່ານຜ່າຄວາມກົດດັນແລ້ວເຕີບໃຫຍ່ຂະຫຍາຍຕົວກາຍເປັນບຸຄະລາກອນທີ່ມີຄວາມຮູ້ຄວາມສາມາດໄດ້.”


   ບົນເສັ້ນທາງແຫ່ງການເຕີບໃຫຍ່ຂອງຊາວໜຸ່ມ, ບາງທີອາດຈະປະສົບກັບຄວາມລົ້ມແຫຼວ, ສະນັ້ນຈຶ່ງຕ້ອງການໄດ້ຮັບການຢືນຢັນແລະໃຫ້ກຳລັງໃຈ.

 

ເດືອນມັງກອນປີ2007, ທ່ານສີຈິ້ນຜິງ ເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ເດີນທາງໄປຢ້ຽມຢາມມະຫາວິທະຍາໄລເຈີ້ຈ່ຽງ ແລະໄດ້ຊົມການສາທິດທົດລອງບັນຊາ “ຫຸ່ນຍົນໜູໃຫຍ່” ໂດຍນັກສຶກສາ.

 

ເວລາການທົດລອງດຳເນີນໄປຮອດເຄິ່ງໜຶ່ງ, ບັງເອີນໄດ້ເກີດບັນຫາຕິດຄັດ, ຫຸ່ນຍົນໜູໃຫຍ່ບໍ່ໄດ້ຫັນຂວາຕາມຄຳສັ່ງຄືທີ່ໄດ້ເຮັດຜ່ານມາ, ການທົດລອງຈຶ່ງຈຳຕ້ອງສິ້ນສຸດລົງ.

 

ນາງ ເຈີ້ງສ້ຽວຈິ້ງ ນັກສຶກສາຜູ້ຮັບຜິດຊອບການສາທິດຮູ້ສຶກນ້ອຍໃຈຫຼາຍ, ນາງເວົ້າວ່າ: “ທ່ານເລຂາສີ, ຂໍອະໄພແທ້ໆ, ບໍ່ຮູ້ວ່າຍ້ອນສາເຫດໃດການທົດລອງຄັ້ງນີ້ຈຶ່ງເກີດຄວາມຜິດພາດ, ກ່ອນໜ້ານີ້ ຫຸ່ນຍົນໜູໃຫຍ່ມັນເຮັດໄດ້ດີທີ່ສຸດ…” ທ່ານສີຈິ້ນຜິງປອບໃຈນາງດ້ວຍຮອຍຍິ້ມວ່າ: “ບໍ່ເປັນຫຍັງ, ມັນເປັນເລື່ອງທຳມະດາທີ່ຈະເກີດຄວາມຜິດພາດໃນການທົດລອງ. ສິ່ງທີ່ເຈົ້າເຮັດມານັ້ນແມ່ນເປັນເຕັກນິກແຖວໜ້າທີ່ສຸດ, ຫວັງວ່າ ພວກເຈົ້າຈະສູ້ຊົນຕໍ່ໄປເພື່ອເຮັດການຄົ້ນຄວ້າຫຼາຍກວ່າເກົ່າໃນດ້ານນີ້.”

 



ເດືອນພຶດສະພາປີ2017, ໃນເວລາໂອ້ລົມສົນທະນາກັບນັກສຶກສາຂອງມະຫາວິທະຍາໄລນິຕິສາດແລະລັດຖະສາດຈີນ, ທ່ານສີຈິ້ນຜິງໄດ້ໃຫ້ກຳລັງໃຈແກ່ຊາວໜຸ່ມທັງຫຼາຍວ່າ: “ຕ້ອງປະຕິບັດຕໍ່ຜົນໄດ້ຜົນເສຍ,ຜົນສຳເລັດແລະຄວາມລົ້ມແຫຼວໃນບາງຄັ້ງຄ້າວຢ່າງຖືກຕ້ອງ, ເຖິງຈະຢູ່ໃນສະຖານະພາບຮັ່ງມີເປັນດີກໍບໍ່ ຫຼົງໄຫຼນຳຄວາມສຸກສຳລານ,ເຖິງຈະປະສົບກັບຄວາມລົ້ມແຫຼວກໍຈະບໍ່ສູນເສຍອຸດົມການອັນສູງສົ່ງ, ບໍ່ວ່າຈະລາບລື້ນຫຼືອັດຕະຄັດກໍຈະເຮັດໃຫ້ມັນກາຍເປັນຊັບສິນຂອງຊີວິດແຕ່ບໍ່ແມ່ນພາລະຂອງຊີວິດ.”

 

ຄຳເວົ້າທີ່ຈິງໃຈຂອງທ່ານສີຈິ້ນຜິງເຫຼົ່ານີ້ເປັນຄຳຊີ້ທິດເຍືອງທາງໃຫ້ກັບຊາວໜຸ່ມ.

 

ວັນທີ 4 ພຶດສະພາວັນຊາວໜຸ່ມຈີນ2013, ທ່ານສີຈິ້ນຜິງໄດ້ເດີນທາງໄປສະຖາບັນຄົ້ນຄວ້າເຕັກນິກອະວະກາດຈີນຂອງກຸ່ມບໍລິສັດວິທະຍາສາດເຕັກນິກການບິນອະວະກາດຈີນເພື່ອຈັດການສົນທະນາກັບຜູ້ຕາງໜ້າຊາວໜຸ່ມດີເດັ່ນຈາກວົງການຕ່າງໆ.

 

ນາງ ເສີນເສີນ ນັກສຶກສາປະລິນຍາໂທມະຫາວິທະຍາໄລທໍລະນີສາດຈີນເປັນນັກສຶກສາຍິງຄົນທຳອິດຂອງຈີນທີ່ປະສົບຜົນສຳເລັດໃນການປີນຂຶ້ນສູ່ຈອມພູຈູໂມລັງມາ. ໃນເວລາປະກອບຄຳເຫັນ, ນາງເວົ້າວ່າ: “ການປີນຂຶ້ນຈອມພູທີ່ສູງທີ່ສຸດຢູ່ໃນໂລກເພື່ອຄົ້ນຄວ້າໂລກທຳມະຊາດທີ່ອັດສະຈັນ ຄືຄວາມຝັນຂອງຂ້ອຍມາຕັ້ງແຕ່ຍັງນ້ອຍ.”

 

ເມື່ອໄດ້ຟັງຄຳເວົ້າຂອງນາງເສີນເສີນແລ້ວ, ທ່ານສີຈິ້ນຜິງເວົ້າດ້ວຍຄວາມປະທັບໃຈວ່າ: “ຂ້າພະເຈົ້າເຄົາລົບນັບຖືເຈົ້າທີ່ສຸດ. ເວົ້າສຳລັບຈອມພູຈູໂມລັງມາແລ້ວ, ຂ້າພະເຈົ້າແມ່ນມີຄວາມເຄົາລົບນັບຖື, ເຖິງຈະບໍ່ສາມາດໄປເຖິງໄດ້ ແຕ່ກໍປາດຖະໜາມາໂດຍຕະຫຼອດ. ຕອນອາຍຸປະມານ20ປີ, ຂ້າພະເຈົ້າດຳລົງຕຳແໜ່ງເປັນເລຂາໜ່ວຍພັກບ້ານ, ເດີນທາງໄປທັດສະນະສຶກສາແລະຮຽນຮູ້ເຕັກນິກພັດທະນາແກັສຊີວະພາບຢູ່ຊົນນະບົດຂອງແຂວງເສສວນ, ຫຼັງຈາກແລ້ວວຽກງານນີ້ແລ້ວ, ໄດ້ຂຶ້ນພູເອີເມີຍໃນເວລາຫິມະຕົກຕັນທາງຂຶ້ນພູ,ມັນລຳບາກແລະອັນຕະລາຍອີ່ຫຼີ, ຫຼັງຈາກລົງພູແລ້ວມາກິນໝີ່ຢູ່ຮ້ານຫາອານ, ເຂົາໄດ້ນັບຖືເຮົາເປັນວິລະຊົນແລ້ວ.” ທ່ານສີຈິ້ນຜິງຍັງໄດ້ອວຍພອນໃຫ້ນາງເສີນເສີນຈົ່ງບຸກບືນກ້າວໄປຂ້າງໜ້າຢ່າງກ້າຫານດ້ວຍການກະຕຸ້ນຈາກນ້ຳໃຈກ້າປີນພູຈູໂມລັງມາ, ເພື່ອປີນຂຶ້ນສູ່ຈອມພູສູງໃໝ່ແຫ່ງວຽກງານແລະຊີວິດຢ່າງບໍ່ຢຸດຢັ້ງ.

 

ທ່ານສີຈິ້ນຜິງໄດ້ສົ່ງເສີມໃຫ້ຊາວໜຸ່ມບຸກບືນສູ້ຊົນເພື່ອນຳຕາມຄວາມຝັນຂອງຕົນ, ເພິ່ນຍັງໄດ້ຝາກຄວາມຫວັງເປັນຢ່າງຍິ່ງໄວ້ນຳເຂົາເຈົ້າອີກດ້ວຍ.

 

ໃນເລລາກ່າວຄຳອວຍພອນປີໃໝ່ສາກົນ2023, ທ່ານສີຈິ້ນຜິງໄດ້ຝາກຄວາມຫວັງໄວ້ນຳຊາວໜຸ່ມເປັນການສະເພາະຄື: “ເມື່ອຊາວໜຸ່ມຈະເລີນ ປະເທດຊາດກໍຈະຈະເລີນ,ການພັດທະນາຂອງຈີນຕ້ອງອາໄສຊາວໜຸ່ມອັນມະຫາສານກ້າແບກຫາບຄວາມຮັບຜິດຊອບ, ຊາວໜຸ່ມແມ່ນເຕັມໄປດ້ວຍພະລັງທີ່ມີຊີວິດຊີວາ, ໄວໜຸ່ມເປັນໄວອາຍຸທີ່ບົ່ມສ້າງຄວາມຫວັງ. ຊາວໜຸ່ມອັນມະຫາສານຕ້ອງປູກຈິດສຳນຶກຮັກປະເທດຊາດບ້ານເກີດເມືອງນອນຢ່າງໜັກແໜ້ນ, ບຳລຸງສ້າງຄຸນທາດບຸກບືນກ້າວໜ້າ, ສ້າງຄວາມສະຫງ່າລາສີໃຫ້ກັບຊີວິດຍາມໄວໜຸ່ມດ້ວຍການບຸກບືນສູ້ຊົນ, ບໍ່ເຮັດໃຫ້ຍຸກສະໄໝຜິດຫວັງ, ບໍ່ເຮັດໃຫ້ວັນເວລາທີ່ດີງາມສູນເສຍໄປລ້າໆ.”

 

ເຖິງຈະມີວຽກງານຫຼາຍປານໃດ, ທ່ານສີຈິ້ນຜິງກໍໄດ້ກ້າວເຂົ້າຫາຊາວໜຸ່ມຢູ່ເລື້ອຍໆເພື່ອໂອ້ລົມສົນທະນາກັບຊາວໜຸ່ມຢ່າງເປີດອົກເປີດໃຈ ແລະໃຫ້ກຳລັງໃຈແກ່ຊາວໜຸ່ມ. ຄວາມຮັກແພງເອົາໃຈໃສ່ຢ່າງເລິກເຊິ່ງຈາກທ່ານສີຈິ້ນຜິງໄດ້ເປັນການກະຕຸກຊຸກຍູ້ໃຫ້ຊາວໜຸ່ມຈີນອັນມະຫາສານແຂ່ງຂັນກັນເປັນຜູ້ກໍ່ສ້າງແລະຜູ້ສືບທອດພາລະກິດສັງຄົມນີຍົມ ເພື່ອຂຽນໜ້າປະຫວັດສາດອັນສະຫງ່າລາສີໃນຍາມໄວໜຸ່ມ.