ທ່ານສີຈິ້ນຜິງເນັ້ນໜັກເຖິງ “ຈິດໃຈ” ຫຼາຍຄັ້ງ

2023-05-06 20:05:10 cri



ເນື່ອງໃນໂອກາດວັນຊາວໜຸ່ມຈີນ ທີ 4 ພຶດສະພາ 2023 ໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະ ການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ຕອບຈົດໝາຍຄືນໃຫ້ບັນດານັກສຶກສາຂອງເດີ່ນບ້ານວິທະຍາສາດເຕັກນິກມະຫາວິທະຍາໄລກະສິກຳຈີນ ໂດຍໄດ້ຢືນຢັນເຖິງຈິດໃຈຂອງເຂົາເຈົ້າພ້ອມທັງຝາກຄວາມຫວັງເປັນຢ່າງຍິ່ງວ່າ: “ຈົດໝາຍຂອງພວກເຈົ້າໄດ້ລະບຸວ່າ: ເມື່ອລົງພື້ນຖານຢູ່ເຂດຊົນນະບົດຈີນຈຶ່ງຈະສາມາດເຂົ້າໃຈຢ່າງເລິກເຊິ່ງໄດ້ວ່າ: ການສະແຫວງຫາສັດຈະ ທຳຈາກຄວາມເປັນຈິງແມ່ນຫຍັງ? ຄວນຕິດຕໍ່ພົວພັນກັບມະຫາຊົນຄືແນວໃດ, ຊາວໜຸ່ມຕ້ອງຫາຄວາມລຳບາກໃສ່ຕົນເອງ, ນີ້ຄືຄວາມເວົ້າທີ່ດີຫຼາຍ. ຊາວໜຸ່ມຈີນໃນຍຸກໃໝ່ຄວນມີຈິດໃຈແບບນີ້.”

 

ຄວາມເວົ້າທີ່ໃຫ້ກຳລັງໃຈຂອງທ່ານສີຈິ້ນຜິງໄດ້ພາໃຫ້ນັກສຶກສາເຫຼົ່ານີ້ມີສຽງຕອບຮັບຢ່າງຟົດຟື້ນ. ນາງ ອູຢວີ້ໝ້ຽວ ນັກສຶກສາຂອງເດີ່ນບ້ານວິທະຍາສາດເຕັກນິກໄດ້ເວົ້າວ່າ: “ເມື່ອອ່ານຈົດໝາຍຂອງທ່ານປະທານສີແລ້ວ, ຂ້ອຍຮູ້ສຶກຕື່ນເຕັ້ນຫາອັນປຽບບໍ່ໄດ້. ໃນໄລຍະລົງພື້ນຖານຢູ່ເດີ່ນບ້ານວິທະຍາສາດເຕັກນິກບ້ານປາຍຈ້າຍເປັນເວລາ 4 ເດືອນ, ຂ້ອຍສຳນຶກໄດ້ຢ່າງເລິກເຊິ່ງວ່າ: ມີແຕ່ຝັງຮາກເລິກຢູ່ຊົນນະບົດເທົ່ານັ້ນ ຈຶ່ງຈະຮັບຮູ້ຄວາມຕ້ອງການຂອງຊາວກະສິກອນ ແລະສົມທົບກັບຄວາມຮູ້ຈາກປຶ້ມແບບຮຽນກັບພຶດຕິກຳຕົວຈິງຂອງຊາວກະສິກອນໄດ້. ພວກເຮົາຈະອຸທິດຕົນເພື່ອວຽກງານກະສິກຳຂອງປະເທດຊາດໃນຍາມໄວໜຸ່ມເພື່ອໃຫ້ສົມກັບຄວາມຄອງຄອຍຂອງທ່ານປະທານສີ.”

 



ນັກສຶກສາ "ເດີ່ນບ້ານວິທະຍາສາດເຕັກນິກ" ບ້ານກູເສິ່ງເມືອງຕ້າຫຼີແຂວງຢູນນານດຳເນີນການສຳຫຼວດຄົ້ນຄວ້າຢູ່ຕາມທົ່ງນາ


ປີ2009, ອາຈານສາມທ່ານຈາກມະຫາວິທະຍາໄລກະສິກຳຈີນຄື: ທ່ານຫຼີສ້ຽວລິນ, ທ່ານຈ່າງຫົງຢ້ຽນ ແລະທ່ານ ຫວາງຊົງ ໄດ້ນຳພານັກສຶກສາປະລິນຍາໂທສອງຄົນຄື: ທ້າວສາວໂກວຊິ່ນ ແລະ ທ້າວ ເຫຼີຍໂຢ ເດີນທາງໄປບ້ານປາຍຈ້າຍເມືອງສູໂຈ່ວ ແຂວງເຫີເປີຍ ທາງພາກເໜືອປະເທດຈີນ ໂດຍໄດ້ຮ່ວມມືກັບຊາວກະສິກອນ 59 ຄອບຄົວພາຍໃນບ້ານ ເຮັດໂຄງການຕົວແບບສະມັດຕະພາບສູງຕາມເນື້ອທີ່ດິນປູກຝັງປະມານ 11 ເຮັກຕາ. ເພື່ອສະດວກໃນການເຮັດວຽກ, ທ້າວສາວໂກວຊິ່ນແລະທ້າວເຫຼີຍໂຢໄດ້ພັກຢູ່ໃນເຮືອນທີ່ມີເດີ່ນບ້ານແຫ່ງໜຶ່ງຢູ່ໃນບ້ານປາຍຈ້າຍ, ສະນັ້ນ ຈຶ່ງເກີດມີຊື່ວ່າ “ເດີ່ນບ້ານວິທະຍາສາດເຕັກນິກ”.

 

ເພື່ອຊ່ວຍເຫຼືອຊາວກະສິກອນແກ້ໄຂບັນຫາດ້ານການຜະລິດໃຫ້ດີກວ່າເກົ່າ ແລະເພື່ອຊຸກຍູ້ການປະຕິຮູບກົນໄກບຳລຸງສ້າງນັກສຶກສາປະລິນຍາໂທວິຊາຕ່າງໆ, ມະຫາວິທະຍາໄລກະສິກຳຈີນໄດ້ສ້າງຕັ້ງໂຄງການສະເພາະບຳລຸງສ້າງນັກສຶກສາປະລິນຍາໂທ “ເດີ່ນບ້ານວິທະຍາສາດເຕັກນິກ”, ໂດຍນຳໃຊ້ທ່າແຮງຂອງ“ເດີ່ນບ້ານວິທະຍາສາດເຕັກນິກ”ທີ່ສາມາດລົງສູ່ແຖວໜ້າຊົນນະບົດຢ່າງເຕັມສ່ວນ ເພື່ອສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ມີຄວາມຮູ້ສັງລວມ ແລະມີຄວາມສາມາດປະຍຸກໃຊ້.

 

ຕະຫຼອດໄລຍະ 10 ກວ່າປີຜ່ານມາ, “ເດີ່ນບ້ານວິທະຍາສາດເຕັກນິກ”ໄດ້ເລີ່ມຈາກເມືອງສູໂຈ່ວ ຂະຫຍາຍໄປເຖິງທົ່ວພາກເໜືອກໍຄືທົ່ວປະເທດຈີນ. ປັດຈຸບັນ, ມະຫາວິທະຍາໄລກະສິກຳຈີນໄດ້ສ້າງຕັ້ງ “ເດີ່ນບ້ານວິທະຍາສາດເຕັກນິກ” 139 ແຫ່ງ ຢູ່ 91 ເມືອງໃນ 24 ເຂດແຂວງທົ່ວປະເທດຈີນ.

 



ນັກສຶກສາຂອງ“ເດີ່ນບ້ານວິທະຍາສາດເຕັກນິກ”ສອນຄວາມຮູ້ປູກສາລີໃຫ້ຊາວກະສິກອນ

ຊາວໜຸ່ມຂອງ“ເດີ່ນບ້ານວິທະຍາສາດເຕັກນິກ”ໄດ້ອາໄສຈິດໃຈທີ່ “ ຫາຄວາມລຳບາກໃສ່ຕົນເອງ” ໂດຍສາມາດຂຽນບົດວິທະຍານິພົມຢູ່ຕາມທົ່ງໄຮ່ທົ່ງນາ.

 

ເວົ້າສຳລັບສັງຄົມແລ້ວ, ຊາວໜຸ່ມກໍປຽບເໝືອນຈຸລັງທີ່ສົດຊື່ນມີຊີວິດຊີວາຢູ່ໃນຮ່າງກາຍຂອງຄົນ. ຈິດໃຈທີ່ຢູ່ໃນຕົວຂອງຊາວໜຸ່ມກໍຄືດັ່ງທ່ານສີຈິ້ນຜິງໄດ້ຍົກເອົາຄວາມເວົ້າຂອງທ່ານລູຊຸ້ນ ນັກວັນນະຄະດີຜູ້ມີຊື່ສຽງຂອງຈີນມາກ່າວຢູ່ໃນພິທີສະເຫຼີມສະຫຼອງຂະບວນການ “4ພຶດສະພາ”(ຂະບວນການຊາວໜຸ່ມທີ່ເປັນເຫດການປະຫວັດສາດພາໃຫ້ກຳເນີດວັນຊາວໜຸ່ມຈີນ) ຄົບຮອບ 100 ປີເມື່ອປີ2019ວ່າ: “ຊາວໜຸ່ມມີພະລັງແຮງບໍ່ເຫືອດແຫ້ງ, ເມື່ອພົບປ່າດົງຕຶບໜາ ກໍຈະສາມາດຖາງໃຫ້ເປັນດິນຮາບພຽງໄດ້, ເມື່ອພົບທົ່ງກວ້າງກໍຈະສາມາດປູກໄມ້ໄດ້, ເມື່ອພົບທະເລຊາຍກໍຈະສາມາດຂຸດນ້ຳສ້າງໄດ້.”

 

ຢູ່ຕາມພູໄທ້ຫາງ ທາງພາກຕາເວັນອອກຂອງຈີນ, ຮອງນ້ຳສາຍໜຶ່ງມີຊື່ວ່າ: ຮອງຫົງສີ, ເຊິ່ງມັນໄດ້ເນັ່ງຄົດລ້ຽວຢ່າງຍາວຢຽດໄປຕາມເປີ້ນພູ, ບາງບ່ອນຜ່ານໜ້າຜາສູງຊັນ, ບາງບ່ອນຊອດພູ, ບາງບ່ອນເປັນຮອງຍົກພື້ນ. ອຸມົງຊິ່ງໜຽນ (ແປວ່າ ອຸມົງຊາວ ໜຸ່ມ) ເປັນໂຄງການສຳຄັນທີ່ສຸດຂອງຮອງນ້ຳທີ່ມີສົມຍານາມວ່າ “ຮອງລອຍຟ້າ” ສາຍນີ້  ທັງເປັນອຸມົງໃຫຍ່ທີ່ສຸດຢູ່ຕາມຮອງຫົງສີສາຍຫຼັກ. ພາຍໃຕ້ເງື່ອນໄຂທີ່ຫຍຸ້ງຍາກລຳບາກໃນເວລາກໍ່ສ້າງອຸມົງເມື່ອຊຸມປີ 1960, ຊາວໜຸ່ມ 300 ຄົນໄດ້ປະກອບເປັນກອງຕະລຸມບອນ, ສູ້ຊົນເປັນເວລາ 1 ປີ 5 ເດືອນ ໂດຍສາມາດເຈາະອຸມົງເທິງໜ້າຜາທີ່ສູງຊັນແລະເປັນຫີນແຂງໃຫ້ຊອດໄດ້.

 



ຮອງຫົງສີ

ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນເມື່ອທ້າຍເດືອນຕຸລາປີ2022ຫາກໍອັດລົງໄດ້ບໍ່ຮອດອາທິດ,  ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ນະຄອນອ່ານຢາງ ແຂວງເຫີໜານ. ເມື່ອຢືນຢູ່ຕໍ່ໜ້າອຸມົງຊິ່ງໜຽນຮອງຫົງສີ, ທ່ານສີຈິ້ນຜິງໄດ້ມີຄຳສັ່ງສອນວ່າ: “ຄົນຮຸ່ນໜຸ່ມຕ້ອງສືບທອດແລະເສີມຂະຫຍາຍຈິດໃຈອົດທົນ,ເພິ່ງຕົນເອງກຸ້ມຕົນເອງແລະບາກບັ່ນສູ້ຊົນ, ປະຖິ້ມຄວາມອ່ອນແອແລະຄວາມອວດອົ່ງ, ອົດທົນສູ້ຊົນດ້ວຍນ້ຳໃຈຟົດຟື້ນຂອງຄວາມເປັນໄວໜຸ່ມເພື່ອສ້າງຄຸນງາມຄວາມດີທີ່ຈາລຶກໄວ້ໃນປະຫວັດສາດຄືດັ່ງຮຸ່ນພໍ່ພວກເຮົາ. ”

 

ຍຸກໃໝ່ເປັນຍຸກສຳລັບຊາວໜຸ່ມທີ່ຈະສາມາດສ້າງຜົນງານອັນໃຫຍ່ຫຼວງໄດ້, ຍິ່ງເປັນຍຸກສຳລັບຊາວໜຸ່ມເປັນເຈົ້າການສ້າງຜົນງານແລະແບກຫາບພາລະກຳ. ບໍ່ວ່າຈະຢູ່ຕາມປ່າໄມ້, ທົ່ງນາ, ເກາະດອນ, ເຂດຊາຍແດນ, ໂຮງຈັກໂຮງງານ ແລະແຫ່ງໃດກໍຕາມ, ເມື່ອເບິ່ງໃນຂອບເຂດທົ່ວປະເທດຈີນແລ້ວ, ຈະເຫັນໄດ້ພາບທີ່ຊາວໜຸ່ມອັນມະຫາສານສູ້ຊົນຄົ້ນຄວ້າຢູ່ຕຳແໜ່ງບຸກທະລຸເຕັກໂນໂລຊີວິທະຍາສາດ, ຕະລຸມບອນຢູ່ແຖວໜ້າກູ້ໄພ, ບາກບັ່ນສູ້ຊົນຍາດເອົາຜົນງານດີເດັ່ນໃນງານກິລາໂອລິມປິກ, ປະຈຳການຢູ່ປ້ອມດ່ານໜ້າປ້ອງກັນຊາຍແດນປະເທດຊາດ, ໃນຈຸດເວລາທີ່ພັກແລະປະຊາຊົນມີຄວາມຕ້ອງການທີ່ສຸດ,ຊາວໜຸ່ມຈີນແມ່ນກ້າບຸກໜ້າແບກຫາບໜ້າທີ່, ເຊິ່ງໄດ້ສະແດງໃຫ້ເຫັນເຖິງໂສມໜ້າແຫ່ງຈິດໃຈທີ່ໝັ້ນໃຈຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອາດຫານກ້າແກ່ນມີຜົນງານພົ້ນເດັ່ນ.

 


ວັນທີ17ສິງຫາ2022, ຢູ່ເມືອງຫຼີຊູ້ແຂວງຈີຫຼິນ, ອາສາສະໝັກວິທະຍາສາດເຕັກນິກກຳລັງຕິດຕາມການສັງເຄາະດ້ວຍແສງຂອງຕົ້ນສາລີ


ທ່ານສີຈິ້ນຜິງເຄີຍເວົ້າວ່າ: “ຈິດໃຈຄືຈິດວິນຍານຄ້ຳຊູຊາດໜຶ່ງໃຫ້ຍືນຍົງຄົງຕົວຢ່າງຖາວອນ, ມີພຽງແຕ່ທາງດ້ານຈິດໃຈບັນລຸເຖິງຈຸດສູງໃນລະດັບໃດໜຶ່ງເທົ່ານັ້ນ ຊົນຊາດນີ້ຈຶ່ງຈະສາມາດຕັ້ງຈຸດຢືນບໍ່ລົ້ມລົງທ່າມກາງກະແສຟອງຂອງປະຫວັດສາດແລະສາມາດບຸກບືນກ້າວໄປຂ້າງໜ້າຢ່າງກ້າຫານໄດ້.” ໃນຫຼາຍໂອກາດ, ທ່ານສີຈິ້ນຜິງໄດ້ເນັ້ນໜັກໃຫ້ຕ້ອງມີຈິດໃຈຕ່າງໆ. ຕົວຢ່າງ:

 

ໃນກອງປະຊຸມວຽກງານສຶກສາອົບຮົມ “ເຊື່ອມຊຶມແລະຜັນຂະຫຍາຍແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່”, ທ່ານສີຈິ້ນຜິງໄດ້ສຶກສາອົບຮົມແລະຊີ້ນຳໃຫ້ສະມາຊິກພັກ-ພະນັກງານອັນມະຫາສານຕ້ອງຍົກສູງຈິດໃຈບຸກບືນກ້າວໜ້າ, ມີຄວາມຮັບຜິດຊອບ ແລະ ມີຜົນງານ.

 

ໃນກອງປະຊຸມສະຫຼຸບຜົນການສຶກສາອົບຮົມໃນຫົວຂໍ້ “ບໍ່ລືມອຸດົມການແຕ່ຫົວທີ, ຈົດຈຳພາລະກຳຢ່າງໜັກແໜ້ນ”, ທ່ານສີຈິ້ນຜິງໄດ້ຮຽກຮ້ອງໃຫ້ສະມາຊິກພັກ-ພະນັກງານທັງຫຼາຍຕ້ອງຫັນເອົາ “ອຸດົມການແຕ່ຫົວທີແລະພາລະກຳ” ໃຫ້ເປັນຈິດໃຈບຸກບືນກ້າວໜ້າແລະບຸກເບີກປະດິດສ້າງ, ກໍຄືໃຫ້ເປັນແຮງຂັບເຄື່ອນດັ້ງເດີມໃນການອົດທົນສູ້ຊົນແລະເຮັດແທ້ທຳຈິງ.

 

 ໃນພິທີສະຫຼຸບຜົນງານແລະຍ້ອງຍໍບຸກຄົນແລະລວມໝູ່ດີເດັ່ນໃນບັ້ນລຶບລ້າງຄວາມທຸກຍາກທົ່ວປະເທດຈີນ, ທ່ານສີຈິ້ນຜິງໄດ້ກ່າວວ່າ: “ປະຊາຊົນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກອັນມະຫາສານໄດ້ຍົກສູງຈິດໃຈບຸກບືນພັດທະນາກ້າວໜ້າ, ຄ່ານິຍົມແກນກາງສັງຄົມນິຍົມໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ, ແບບແຜນໃໝ່ຄວາມສີວິໄລໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງ, ຈິດໃຈບຸກບືນສູ້ຊົນດ້ວຍຄວາມທໍລະຫົດອົດທົນ, ເຮັດແທ້ທຳຈິງ ແລະສ້າງຊີວິດທີ່ມີຄວາມສຸກດ້ວຍສອງຝາມືຂອງຕົນໄດ້ສ້າງໃຫ້ເປັນແບບແຜນທີ່ດີຢູ່ເຂດທຸກຍາກອັນໄພສານ. ”

 



ວັນທີ 26ເມສາ2023 ຢູ່ນາທີ່ມີສະມັດຕະພາບສູງແຫ່ງໜຶ່ງຂອງບ້ານຢີ້ຈ້ຽນເຫີຕາແສງຈ່ຽງເສີເມືອງຢວີຫູນະຄອນຊຽງຖານແຂວງຫູໜານ, ຊາວນາກຳລັງຂັບລົດດຳນາ

ຈິດໃຈຕ່າງໆທີ່ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກມານັ້ນແມ່ນມີຄວາມໝາຍສຳຄັນຫຼາຍ. ເພາະວ່າ ປັດຈຸບັນ ປະເທດຈີນໄດ້ກ້າວຂຶ້ນສູ່ຂະບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານແລ້ວ, ສະນັ້ນ ເວົ້າສຳລັບທົ່ວພັກແລະປະຊາຊົນທົ່ວປະເທດຈີນໂດຍສະເພາະແມ່ນຊາວໜຸ່ມແລ້ວແມ່ນຕ້ອງມີຈິດໃຈບາກບັ່ນສູ້ຊົນຢ່າງຫ້າວຫັນ, ກ້າບຸກບືນກ້າວໜ້າ, ກ້າສູ້ຊົນ, ກ້າເປັນຜູ້ບຸກໜ້າບືນຕົວ, ຜູ້ບຸກເບີກແລະຜູ້ອຸທິດຕົນທີ່ກ້າວເດີນຢູ່ແຖວໜ້າຂອງຍຸກສະໄໝ.