ງານດົນຕີປະສານສຽງເພງພື້ນເມືອງຈີນ-ອາຊຽນຈັດຂຶ້ນຢູ່ນະຄອນນານນີງ

2023-05-07 14:54:48 cri

ຕອນຄ່ຳຂອງວັນທີ 6 ພຶດສະພານີ້, ງານດົນຕີປະສານສຽງເພງພື້ນເມືອງຈີນ-ອາຊຽນໄດ້ຈັດຂຶ້ນຢູ່ນະຄອນນານນີງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ. ວົງດົນຕີປະສານສຽງ ແລະນັກຮ້ອງຂອງຈີນ ແລະບັນດາປະເທດໃນອາຊຽນໄດ້ຮ່ວມກັນບັນເລງເພງພື້ນເມືອງທີ່ມີຊື່ສຽງຂອງຈີນ ແລະບັນດາປະເທດອາຊຽນ.

 

ງານດົນຕີໄດ້ເລືອກເພງທີ່ມີລັກສະນະຕົວແທນ ແລະມີຊື່ສຽງຂອງຈີນ ແລະ 10 ປະເທດອາຊຽນ, ສະແດງໂດຍຜ່ານດົນຕີປະສານສຽງ, ແລະຮູບແບບສີລະປະອື່ນໆ, ພາຍໃຕ້ຫົວຂໍ້ “ຮ່ວມກັນປະສານສຽງຕາມເສັ້ນທາງສາຍໄໝໃນມື້ຂຶ້ນ 3 ຄ່ຳເດືອນ 3”, ໃຫ້ຜູ້ຊົມໄດ້ຊົມງານດົນຕີພື້ນເມືອງທີ່ມີສະເໜ່ ແລະໜ້າຊົມ, ທັງເຕັມໄປດ້ວຍລັກສະນະພິເສດຂອງວັດທະນະທຳອາຊຽນ.