ບ້ານຫຼົງຖານແຂວງຟູຈ້ຽນ ບ້ານດັ້ງເດີມທີ່ “ຕື່ນຂຶ້ນ” ທ່າມກາງນະວັດຕະກຳວັດທະນະທຳ

2023-05-07 10:13:08 cri



ຂີ່ລົດບັສຂະໜາດກາງໄປຕາມເສັ້ນທາງອ້ອມພູດົນເຕີບຈຶ່ງໄປຮອດບ້ານດັ້ງເດີມແຫ່ງໜຶ່ງຂອງຈີນຄື ບ້ານຫຼົງຖານ ຕາແສງ ຊີ່ຫຼິ້ງ ເມືອງຜິງໜານ ນະຄອນໜິງເຕີ ແຂວງຟູຈ້ຽນ.

 

ບ້ານແຫ່ງນີ້ສ້າງຂຶ້ນໃນລາຊະວົງມິງ ທີ່ຫ່າງຈາກປັດຈຸບັນ 500 ກວ່າປີ, ເອກະລັກພູມສັນຖານອັນພົ້ນເດັ່ນຂອງເຂດພາກຕາເວັນອອກແຂວງຟູຈ້ຽນໄດ້ກຳເນີດໃຫ້ມີເຮືອນປະຊາຊົນທີ່ມີສີສັນສະເພາະຕົວ ແລະຍັງໄດ້ພາໃຫ້ກຳເນີດກຳມະວິທີຕົ້ມເຫຼົ້າເຂົ້າເຊື້ອແດງແລະງີ້ວຊືຜິງ ເຊິ່ງເປັນມໍລະດົກວັດທະນະທຳນາມມະທຳລະດັບຊາດ. ປີ2023ນີ້, ບ້ານຫຼົງຖານໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ບ້ານດັ້ງເດີມຈີນຊຸດທີ6.

 

ເມື່ອນັກຂ່າວຢືນຢູ່ກາງບ້ານ ແມ່ນໄດ້ແນມເຫັນນ້ຳຫ້ວຍໄຫຼລິດໆ, ນ້ຳຝົນຍາມລະດູໃບໄມ້ປົ່ງໄດ້ປຽກຊຸ່ມຂັ້ນໄດທາງຍ່າງ. ທາງ ຍ່າງເກົ່າແກ່ທີ່ປູດ້ວຍແຜ່ນຫີນມີປະຫວັດມາເປັນເວລາ500ກວ່າປີແລ້ວ, ເຮືອນປະຊາຊົນ ພ້ອມດ້ວຍຮ້ານປຶ້ມ, ບາເຫຼົ້າ ແລະສິ່ງກໍ່ສ້າງອື່ນໆທີ່ດັດສ້າງດ້ວຍເຮືອນປະຊາຊົນອັນເກົ່າແກ່ບູຮານນັ້ນໄດ້ຢັ່ງຢາຍກັນຢ່າງສວຍງາມແລະມີຊີວິດຊີວາ, ນັກທ່ອງທ່ຽວແລະຊາວບ້ານສັນຈອນໄປມາຢ່າງຄັບຄາໜາແໜ້ນ. ເອກະລັກແບບເກົ່າແກ່ບູຮານປະສົມປະສານເຂົ້າກັບເອກະລັກຍຸກປັດຈຸບັນຢ່າງກົມກືນແລະສະຫງ່າງາມ, ນະວັດຕະກຳວັດທະນະທຳກຳລັງປຸກບ້ານຫຼົງຖານໃຫ້ຕື່ນຂຶ້ນມາ.

 



ບ້ານຫຼົງຖານ

ແຕ່ວ່າກ່ອນໜ້ານີ້ບໍ່ຮອດ10ປີ, ບ້ານແຫ່ງນີ້ຍັງ “ຫຼັບໄຫຼ”ຢູ່. ຍ້ອນວ່າຕັ້ງຢູ່ບ່ອນຫ່າງໄກສອກຫຼີກໃນເຂດພູດອຍ, ກຸ່ມພູສະຫຼັບສັບຊ້ອນໄດ້ກາຍເປັນອຸປະສັກປິດກັ້ນບ້ານຫຼົງຖານທີ່ຍາກຈະທຳລາຍໄດ້. ການຄົມມະນາຄົມບໍ່ສະດວກ, ອຸດສາຫະກຳບໍ່ພັດທະ ນາ, ແຮງງານພາຍໃນບ້ານຈຶ່ງອອກໄປເຮັດວຽກຢູ່ຕ່າງຖິ່ນ.

ທ່ານເສີນຊ້ຽວເຈີ້ນ ເລຂາໜ່ວຍພັກບ້ານບ້ານຫຼົງຖານໄດ້ຫວນຄືນຫຼັງວ່າ: “ປີ2015, ເຮືອນເກົ່າແກ່ບູຮານ 59 ຫຼັງຢູ່ພາຍໃນບ້ານຖືກປະຮ້າງໝົດ, ປະຊາກອນທີ່ຂຶ້ນທະບຽນສຳມະໂນຄົວທັງໝົດ 1.100 ກວ່າຄົນ ເຫຼືອແຕ່ຊາວບ້ານ 100 ກວ່າຄົນເທົ່ານັ້ນເຝົ້າບ້ານ.”

 

ນີ້ຄືບັນຫາທົ່ວໄປທີ່ບ້ານບູຮານໃນທ້ອງຖິ່ນແຫ່ງນີ້ໄດ້ປະເຊີນຮ່ວມກັນ. ທ່ານເວີ້ຍຫົງເຟີ່ງ ຮອງເຈົ້າເມືອງເມືອງຜິງໜານບອກໃຫ້ຮູ້ວ່າ: “ຕອນນັ້ນ ທົ່ວເມືອງມີບ້ານດັ້ງເດີມຈີນ25ແຫ່ງ, ໃນນີ້ ມີ 18 ແຫ່ງໃກ້ຈະກາຍເປັນ ‘ບ້ານຮ້າງ’. ” ທ່ານເວີ້ຍຫົງເຟີ່ງຍັງໃຫ້ຮູ້ຕື່ມວ່າ: ການອະນຸລັກແລະນຳໃຊ້ບ້ານບູຮານຕ້ອງການແນວຄວາມຄິດແລະໂອກາດໃໝ່ຢ່າງຮີບດ່ວນ.

 

ພາຍຫຼັງຄົ້ນຄວ້າພິສູດຢ່າງຄັກແນ່ແລ້ວ, ອົງການປົກຄອງເມືອງຜິງໜານໄດ້ຖືເອົານະວັດຕະກຳວັດທະນະທຳເປັນຈຸດເລີ່ມຕົ້ນ, ເຊື້ອເຊີນທີມງານວິຊາການ, ຢືມໃຊ້ “ສະໝອງ”ພາຍນອກເພື່ອບັນລຸການອະນຸລັກແລະນຳໃຊ້ບ້ານດັ້ງເດີມຢ່າງມີຊີວິດຊີວາ. ທ່ານເວີ້ຍຫົງເຟີ່ງບອກໃຫ້ຮູ້ວ່າ: “ເລີ່ມແຕ່ປີ2016ເປັນຕົ້ນມາ, ແຕ່ລະປີ, ທາງເມືອງໄດ້ຈັດສັນງົບປະມານ10 ລ້ານຢວນໃຊ້ເປັນກອງທຶນພິເສດດ້ານວັດທະນະທຳ ພ້ອມທັງໄດ້ໃຫ້ເງິນອຸດໜູນຕ່າງຫາກແກ່ທີມງານນະວັດຕະກຳວັດທະນະທຳ ເພື່ອພັດທະນາໂຄງການນະວັດຕະກຳວັດທະນະທຳ.”

 

ປີ2017, ບ້ານຫົງຖານໄດ້ປະຕິບັດໂຄງການອະນຸລັກບ້ານດັ້ງເດີມຢ່າງເປັນທາງການ.

 

ທ່ານຫຼິ້ນເຈີ້ງລູ້ ຫົວໜ້າວາງແຜນໂຄງການນະວັດຕະກຳວັດທະນະທຳເມືອງຜິງໜານໄດ້ແນະນຳໃຫ້ຮູ້ວ່າ: “ການປະຕິສັງກອນໃຫ້ມີໂສມໜ້າເກົ່າແກ່ເໝືອນເດີມ, ເຮືອນທຸກຫຼັງຕ່າງມີເອກະລັກສະເພາະຂອງໃຜລາວ ນີ້ຄືແນວຄວາມຄິດການປະຕິສັງຂອນເຮືອນປະຊາຊົນເກົ່າແກ່ບູຮານຂອງບ້ານຫຼົງຖານ.”

 

ພາຍໃຕ້ການນຳພາຂອງທີມງານນະວັດຕະກຳວັດທະນະທຳ, ບ້ານຫຼົງຖານໄດ້ປະດິດສ້າງວິທີປະຕິສັງຂອນເຮືອນປະຊາຊົນ, ໂດຍມອບໃຫ້ “ຊາວບ້ານໃໝ່”ຈາກພາຍນອກທີ່ດຳເນີນທຸລະກິດອຸດສາຫະກຳນະວັດຕະກຳວັດທະນະທຳນັ້ນເປັນຜູ້ອອກທຶນ, ຊ່ຽວຊານນະວັດຕະກຳວັດທະນະທຳເປັນຜູ້ຊີ້ນຳການອອກແບບ, ອົງການຈັດຕັ້ງຂັ້ນບ້ານຈັດຊື້ວັດສະດຸກໍ່ສ້າງດ້ວຍຕົນເອງ, ຈ້າງນາຍຊ່າງໃກ້ບ້ານມາດຳເນີນການກໍ່ສ້າງ ພ້ອມທັງສົ່ງຄົນໄປຕິດຕາມກວດກາຕະຫຼອດຂະບວນການກໍ່ສ້າງໂຄງການເປັນການສະເພາະ.

 



ເຮືອນປະຊາຊົນເກົ່າແກ່ບູຮານທີ່ໄດ້ຜ່ານການປະຕິສັງຂອນແລ້ວ

ເຮືອນປະຊາຊົນເກົ່າແກ່ບູຮານທີ່ໄດ້ຜ່ານການປະຕິສັງຂອນແລ້ວນັ້ນຈະນຳໃຊ້ຄືແນວໃດ? ຄະນະກຳມະການບ້ານແລະໜ່ວຍພັກບ້ານຫຼົງຖານໄດ້ຮ່ວມກັບທີມງານວິຊາການນະວັດຕະກຳວັດທະນະທຳຄົ້ນຄວ້າໃຫ້ໄດ້ຮູບແບບ “ການໃຫ້ເຊົ່າເຮືອນເກົ່າ 15 ປີ”.

 

ທ່ານເສີນຊ້ຽວເຈີ້ນ ເລຂາໜ່ວຍພັກບ້ານບ້ານຫຼົງຖານອະທິບາຍໃຫ້ຮູ້ວ່າ: “ຄະນະກຳມະການບ້ານສ້າງຕັ້ງເວທີສື່ກາງ, ໂອນສິດນຳໃຊ້ເຮືອນເກົ່າແກ່ບູຮານຈາກຄອບຄົວຊາວບ້ານດັ້ງເດີມ ແລ້ວໃຫ້ ‘ຊາວບ້ານໃໝ່’ ເຊົ່າໃຊ້ເປັນເວລາ15ປີຕາມມາດຕະຖານໃນລະດັບໃດໜຶ່ງ ແລະໃຫ້ເຂົາເຈົ້າຮັບຜິດຊອບຄ່າປະຕິສັງຂອນແລະດັດສ້າງເຮືອນ. ຮູບແບບໃໝ່ນີ້ຈະສາມາດຫຼີກລ່ຽງປາກົດການຕ່າງໆເຊັ່ນ ຊາວບ້ານເກົ່າແລະຊາວບ້ານໃໝ່ເກີດຄວາມຂັດແຍ້ງດ້ານສິດແລະຜົນປະໂຫຍດເປັນຕົ້ນຢ່າງມີປະສິດທິຜົນ, ຍັງສາມາດແກ້ໄຂບັນຫາການອະນຸລັກຮັກສາແລະການນຳໃຊ້ເຮືອນເກົ່າແກ່ບູຮານຂອງບ້ານດັ້ງເດີມໄດ້ຕື່ມອີກ.”

 

  ຍ້ອນແນວນັ້ນແຫຼະ, ເຮືອນເກົ່າແກ່ທີ່ເປ່ເພໃນເມື່ອກ່ອນໄດ້ພາກັນ “ຟື້ນຊີບ” ຄືນ ໂດຍດັດສ້າງໃຫ້ເປັນສະຖານທີ່ສາທາລະນະທີ່ເຕັມໄປດ້ວຍບັນຍາກາດສິລະປະ. ພວກ “ຊາວບ້ານໃໝ່” ໄດ້ເປີດຮ້ານຂາຍຮູບແຕ້ມ, ບາເຫຼົ້າ, ຮ້ານອາຫານ,ໂຮມສະເຕ ແລະອື່ນໆ, ໂຄງການນະວັດຕະກຳວັດທະນະທຳໄດ້ຊ່ວຍໃຫ້ຊາວບ້ານຮ້ອຍກວ່າຄົນມີທັກສະແຕ້ມຮູບສີນ້ຳມັນ ພ້ອມທັງອາໄສເວທີທາງອ໋ອນລາຍເພື່ອຈຳໜ່າຍຮູບແຕ້ມ.

 

   ອິນເຕີເນັດໄດ້ທັບມ້າງອຸປະສັກກີດຂວາງຍ້ອນສາຍພູຕ່າງໆ. ບ້ານດັ້ງເດີມທີ່ຟື້ນຟູຄວາມມີຊີວິດຊີວາຄືນໃໝ່ໄດ້ດຶງດູດນັກທ່ອງທ່ຽວມາທ່ຽວຊົມ ແລະຍັງໄດ້ດຶງດູດ “ຊາວບ້ານໃໝ່”ມາສ້າງທຸລະກິດ, ຊາວບ້ານເກົ່າກັບຄືນເມືອບ້ານ, ຍິ່ງໄດ້ຊຸກຍູ້ໃຫ້ແນວຄິດອະນຸລັກແລະສືບທອດວັດທະນະທຳເຂົ້າເຖິງຈິດໃຈຂອງປະຊາຊົນຢ່າງເລິກເຊິ່ງ.

 

   ເນື່ອງຈາກຫຼົງໄຫຼນຳທິວທັດທີ່ສວຍສົດງົດງາມປານຮູບແຕ້ມຂອງບ້ານຫຼົງຖານ, ທ້າວ ຫູເວີນລ້ຽງ ຊາວໜຸ່ມແຂວງຈ່ຽງຊີ່ຈຶ່ງໄດ້ຕັ້ງຖິ່ນຖານຢູ່ບ້ານແຫ່ງນີ້. ພາຍຫຼັງໄດ້ສຳຫຼວດຄົ້ນຄວ້າສະພາບທີ່ກ່ຽວຂ້ອງແລ້ວ, ລາວໄດ້ຮຽນຮູ້ກຳມະວິທີຕົ້ມເຫຼົ້າເຂົ້າເຊື້ອແດງ, ເຮັດຜະລິດຕະພັນນະວັດຕະກຳວັດທະນະທຳ ພ້ອມທັງສະແດງໃຫ້ນັກທ່ອງທ່ຽວທຸກຄົນໄດ້ຮັບຮູ້ມໍລະດົກວັດທະນະທຳນາມມະທຳລະດັບຊາດ. ລາວບອກວ່າ: “ຂ້ອຍຊອກໄດ້ວິຖີດຳລົງຊີວິດແບບໃໝ່ແລ້ວ ຍັງສາມາດປະກອບສ່ວນເຂົ້າໃນການສືບທອດວັດທະນະທຳຕື່ມອີກ, ຮູ້ສຶກພາກພູມໃຈຫຼາຍ.”

 

ເນື່ອງຈາກບ້ານເກີດມີການປ່ຽນແປງທີ່ໜ້າງຶດງໍ້, ທ້າວ ເສີນຈົ່ງເຢ້ ນັກສຶກສາຜູ້ທີ່ຮຽນຈົບມະຫາວິທະຍາໄລໄດ້ກັບຄືນມາບ້ານຫຼົງຖານ ແລ້ວເຂົ້າຮ່ວມໂຄງການດັດສ້າງເຮືອນປະຊາຊົນທີ່ເກົ່າແກ່ບູຮານ. ລາວບອກວ່າ: “ຂ້ອຍບໍ່ພຽງແຕ່ເຂົ້າຮ່ວມການອອກແບບກໍ່ສ້າງເທົ່ານັ້ນ, ຍາມປົກກະຕິຍັງໄດ້ຊອກຫາໂອ້ລົມກັບຊາວບ້ານເພື່ອເລົ່າສູ່ເຂົາເຈົ້າຟັງກ່ຽວກັບຄວາມສຳຄັນຂອງນະວັດຕະກຳວັດທະນະທຳແລະການອະນຸລັກວັດທະນະທຳທີ່ມີຕໍ່ບ້ານເຮົາ”.

 

 ທ້າວເສີນຈົ່ງເຢ້ຍັງບອກໃຫ້ຮູ້ຕື່ມວ່າ: ປັດຈຸບັນ,ຢູ່ພາຍໃນບ້ານໄດ້ກຳເນີດໃຫ້ມີ “ກຸ່ມ TikTok” ທີ່ປະກອບດ້ວຍບັນຊີ TikTok ຂອງຊາວບ້ານທັງຫຼາຍ, ໃນນັ້ນ, ຈຳນວນຜູ້ກົດໄລຄລິບວິດີໂອທີ່ກ່ຽວຂ້ອງໄດ້ລື່ນກາຍໜຶ່ງລ້ານເທື່ອ. ຈາກເຫຼົ້າເຂົ້າຮອດງີ້ວທ້ອງຖິ່ນ, ຈາກເຮືອນປະຊາຊົນຮອດພູຜາປ່າໄມ້, ພາບທີ່ໜ້າປະທັບໃຈທີ່ບ້ານເກົ່າແກ່ໄດ້ສືບທອດມາເປັນເວລາຫຼາຍຮ້ອຍປີນັ້ນກຳລັງຜ່ານຈາກອິນເຕີເນັດເຜີຍແຜ່ໄປສູ່ແຫ່ງຕ່າງໆຂອງໂລກພາຍນອກ.

 

ທ້າຍປີ2022, ບ້ານຫຼົງຖານໄດ້ດຶງດູດຊາວບ້ານ400ກວ່າຄົນທີ່ເຮັດວຽກຢູ່ຕ່າງຖິ່ນເປັນປະຈຳກັບຄືນມາປະກອບອາຊີບຢູ່ພາຍໃນບ້ານ, ປະຊາກອນຜູ້ດຳລົງຊີວິດປະຈຳບ້ານໄດ້ມີເຖິງ700ກວ່າຄົນ, ໃນນັ້ນສ່ວນໃຫຍ່ເປັນປະຊາກອນໄວໜຸ່ມໄວກາງຄົນ. ສະຖານທີ່ສາທາລະນະດ້ານສິລະປະປະເພດຕ່າງໆຢູ່ພາຍໃນບ້ານມີ30ກວ່າແຫ່ງ.


 ມຸມໜຶ່ງຂອງຮ້ານກາເຟສຸຍສີ ເຊິ່ງເປັນຮ້ານກາເຟນະວັດຕະກຳວັດທະນະທຳບ້ານຫຼົງຖານ

ຈາກບ້ານຮົກຮ້າງທີ່ປະຊາກອນເຄື່ອນຍ້າຍໄປຕ່າງຖິ່ນໃນເມື່ອກ່ອນໄດ້ກາຍມາເປັນດິນແດນສວຍງາມທີ່ດຶງດູດໃຈຄົນມາອາໄສຢູ່ໃນປັດຈຸບັນ, ບ້ານດັ້ງເດີມຈີນແຫ່ງຕ່າງໆຢູ່ພາຍໃນເມືອງຜິງໜານໄດ້ພາກັນບັນລຸການປ່ຽນແປງທີ່ສະຫງ່າງາມ. ອີງຕາມສະຖິຕິ, ປີ2022, ເມືອງຜິງໜານໄດ້ຕ້ອນຮັບນັກທ່ອງທ່ຽວ5,4ລ້ານເທື່ອຄົນ, ສາມາດສ້າງລາຍຮັບລວມຈາກການທ່ອງທ່ຽວໄດ້ເຖິງ4ຕື້ກວ່າຢວນ ເຊິ່ງໄດ້ເພີ່ມຂຶ້ນ300%ເມື່ອທຽບໃສ່ປີ2012.

 

ທ່ານເວີ້ຍຫົງເຟີ່ງ ຮອງເຈົ້າເມືອງເມືອງຜິງໜານໃຫ້ຮູ້ວ່າ: “ບາດກ້າວຕໍ່ໄປ, ພວກເຮົາຈະສຸມໃສ່ພັດທະນາການທ່ອງທ່ຽວເພື່ອຊຸກຍູ້ການອະນຸລັກບ້ານດັ້ງເດີມ, ເສີມຂະຫຍາຍບົດບາດຂອງນັກທ່ອງທ່ຽວທີ່ເປັນສື່ໂຄສະນາຜະລິດຕະພັນນະວັດຕະກຳວັດທະນະທຳ.” ທ່ານເວີ້ຍຫົງເຟີ່ງກ່າວຢືນຢັນວ່າ ມີພຽງແຕ່ສ້າງຜະລິດຕະພັນນະວັດຕະກຳວັດທະນະທຳທີ່ຂາຍອອກໄດ້ແລະມີຊື່ສຽງແລ້ວ, ນຳພາໃຫ້ປະຊາຊົນເກີດຄວາມມັກຮັກວັດທະນະທຳດັ້ງເດີມ, ຮຽນຮູ້ແລະສືບທອດທັກສະສີມືດັ້ງເດີມໃຫ້ຫຼາຍກວ່າເກົ່າເທົ່ານັ້ນ, ມໍລະດົກວັດທະນະທຳອັນອຸດົມສົມບູນຂອງບ້ານດັ້ງເດີມຈຶ່ງຈະສາມາດຫັນຈາກ “ແບບຢ່າງ” ກາຍເປັນ “ຄວາມຊົງຈຳທີ່ມີຊີວິດຈິງ”ຢູ່ໃນຈິດໃຈຂອງມວນຊົນທັງຫຼາຍ.