ສິ່ງກໍ່ສ້າງພື້ນຖານໂຄງລ່າງແລະການບໍລິການຕ່າງໆຂອງຈິນຊຸກຍູ້ການກໍ່ສ້າງລະບົບບໍລິການດ້ານວັດທະນະທຳສາທາລະນະຢ່າງແຂງແຮງ

2023-05-08 11:54:14 CRI


    ໃນຊຸມປີມໍ່ໆມານີ້, ການກໍ່ສ້າງພື້ນຖານໂຄງລ່າງດ້ານສາທາລະນະຂອງຈີນໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນເລື້ອຍໆ. ສິ່ງກໍ່ສ້າງພື້ນຖານໂຄງລ່າງແລະການບໍລິການຕ່າງໆເຊັ່ນ: ຫໍສະໝຸດ, ຫໍພິພິຕະພັນ, ໂຮງສາຍຮູບເງົາແລະໂຮງລະຄອນ, ສູນວັດທະນະທໍາແລະອື່ນໆນັ້ນ, ໄດ້ຊຸກຍູ້ການກໍ່ສ້າງລະບົບບໍລິການດ້ານວັດທະນະທຳສາທາລະນະຢ່າງແຂງແຮງກໍຄືຊຸກຍູ້ຂະແໜງການວັດທະນະທໍາໃຫ້ໄດ້ຮັບການພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງ.

    ມື້ນີ້, ຜູ້ດໍາເນີນລາຍການທັງ 2 ຈະພາໃຫ້ທ່ານຜູ້ຊົມໄປທ່ຽວຊົມຫໍສະໝຸດແບບສາທາລະນະແຫ່ງໜຶ່ງ, ມາສໍາຜັດກັບບັນຍາກາດການອ່ານປຶ້ມແບບຄັກໆນໍາກັນ.