ວິກິດການຂອງຂະແໜງການທະນາຄານທີ່ເກີດຈາກການເພີ່ມອັດຕາດອກເບ້ຍຂອງອາເມຣິກາ ຍັງໄກຫຼາຍທີ່ຈະສິ້ນສຸດລົງ

2023-05-08 17:29:36 cri

ວັນທີ 1 ພຶດສະພານີ້, ພະແນກປົກປັກຮັກສາ ແລະປະດິດສ້າງໃໝ່ດ້ານການເງິນລັດກາລີຟໍເນຍຂອງອາເມຣິກາ ໄດ້ປະກາດປິດທະນາຄານ First Republic Bank, ຫຼັງຈາກນັ້ນ, ທະນາຄານດັ່ງກ່າວໄດ້ຖືກເຈົ້າໜ້າທີ່ການເງິນຂອງອາເມຣິກາຮິບເອົາຊັບສິນ ແລະຂາຍໃຫ້ກຸ່ມບໍລິສັດ JPMorgan. ທະນາຄານ First Republic Bank ເປັນທະນາຄານແຫ່ງທີ3 ຂອງອາເມຣິກາທີ່ລົ້ມລະລາຍໃນສອງເດືອນຜ່ານມາ ເຊິ່ງຕໍ່ຈາກທະນາຄານ Silicon Valley Bank ແລະທະນາຄານ Signature Bank. ເຖິງແມ່ນວ່າການລົ້ມລະລາຍຂອງທະນາຄານເຫຼົ່ານີ້ຕົ້ນຕໍແມ່ນຍ້ອນການຄວບຄຸມຄວາມສ່ຽງຂອງຕົນບໍ່ໄດ້ດີກໍຕາມ, ແຕ່ການເພີ່ມອັດຕາດອກເບ້ຍຢ່າງຮຸນແຮງນັ້ນຈຶ່ງແມ່ນສາເຫດໂດຍກົງທີ່ພາໃຫ້ເກີດວິກິດການຂອງຂະແໜງການທະນາຄານຂອງອາເມຣິກາ.

ນັບແຕ່ເດືອນມີນາ ປີ 2022 ເປັນຕົ້ນມາ, ທະນາຄານກາງຂອງອາເມຣິກາໄດ້ເພີ່ມອັດຕາດອກເບ້ຍເຖິງ 10 ຄັ້ງຕິດຕໍ່ກັນ, ການເພີ່ມອັດຕາດອກເບ້ຍລວມທັງໝົດມີເຖິງ 5%. ນະໂຍບາຍເງິນຕາຫົວຮຸນແຮງດັ່ງກ່າວໄດ້ພາໃຫ້ຂະແໜງການທະນາຄານຂອງອາເມຣິກາ ກໍຄືທົ່ວໂລກປະສົບກັບຄວາມກົດດັນ ແລະຄວາມສ່ຽງຢ່າງຫຼວງຫຼາຍ.

ຫຼັງຈາກທະນາຄານ Silicon Valley Bank ແລະທະນາຄານ Signature Bank ລົ້ມລະລາຍຕາມລຳດັບໃນເດືອນມີນາປີນີ້, 48% ຂອງຊາວອາເມຣິກາທີ່ເຕັມອາຍຸກະສຽນມີຄວາມເປັນຫ່ວງຕໍ່ຄວາມປອດໄພຂອງເງິນຝາກຂອງຕົນຢູ່ທະນາຄານຂອງອາເມຣິກາ ຫຼືສະຖາບັນການເງິນອື່ນໆ. ຜູ້ຝາກເງິນຈຳນວນຫຼວງຫຼາຍພາກັນໄປທະນາຄານເພື່ອຖອນເອົາເງິນສົດ.

ນີ້ແມ່ນພຽງແຕ່ການເລີ່ມຕົ້ນຂອງວິກິດການຂະແໜງການທະນາຄານທີ່ເກີດຈາກການເພີ່ມອັດຕາດອກເບ້ຍຂອງອາເມຣິກາຊື່ໆ.

ໜັງສືພິມ USA Today ຂອງອາເມຣິກາສະບັບວັນທີ 4 ພຶດສະພານີ້ລາຍງານວ່າ: ຜົນການຄົ້ນຄວ້າສະແດງໃຫ້ເຫັນວ່າ, ຢູ່ອາເມຣິກາມີທະນາຄານເກືອບ 190 ແຫ່ງກຳລັງປະເຊີນໜ້າກັບຄວາມສ່ຽງຂອງການລົ້ມລະລາຍ. ວັນທີ 4 ພຶດສະພານີ້, ລາຄາຫຸ້ນສ່ວນຂອງທະນາຄານ PacWest Bancorp ຂອງອາເມຣິກາໄດ້ຫຼຸດລົງຫຼາຍກວ່າ 50% ແລະມີຄວາມເປັນໄປໄດ້ຈະກາຍເປັນທະນາຄານແຫ່ງທີ 4 ຂອງອາເມຣິກາທີ່ລົ້ມລະລາຍໃນສອງເດືອນມານີ້. ພ້ອມກັນນັ້ນ, ຜົນການຄົ້ນຄວ້າສະບັບຫຼ້າສຸດສະແດງໃຫ້ເຫັນວ່າ: ໃນທະນາຄານຂອງອາເມຣິກາຈຳນວນ 4.800 ແຫ່ງ, ມີຫຼາຍກວ່າ 2.315 ແຫ່ງໄດ້ຕົກຢູ່ໃນສະພາບທີ່ຊັບສິນບໍ່ພໍໄຊ້ແທນໜີ້ສິນ.

ເປັນເວລາດົນນານມາແລ້ວ, ອາເມຣິກາໄດ້ກວາດເອົາຊັບສົມບັດຂອງບັນດາປະເທດໃນໂລກຢ່າງກຳເລີບເສີບສານ ໂດຍອາໄສ “ສິດເຈົ້າອຳນາດດ້ານເງິນຕາ” ຂອງຕົນ. ຫຼັງຈາກເກີດການແພ່ລະບາດຂອງພະຍາດໂຄວິດ-19 ແລ້ວ, ທະນາຄານກາງຂອງອາເມຣິກາໄດ້ປະຕິບັດນະໂຍບາຍຜ່ອນຍານເງິນຕາດ້ານປະລິມານທີ່ “ບໍ່ມີຄວາມຈຳກັດ” ແລະຮັກສາອັດຕາດອກເບ້ຍໃຫ້ຢູ່ໃນລະດັບຕ່ຳພິເສດ ເພື່ອຮັບມືກັບວິກິດການ ເຊິ່ງໄດ້ພາໃຫ້ອັດຕາເງິນເຟີ້ສູງຂຶ້ນຢ່າງວ່ອງໄວ ແລະຫຼວງຫຼາຍ. ເພື່ອຄວບຄຸມໄພເງິນເຟີ້ໃນເທື່ອນີ້, ອາເມຣິກາໄດ້ເພີ່ມອັດຕາດອກເບ້ຍຢ່າງບ່ວງບ້າ ໂດຍບໍ່ໄດ້ສົນໃຈນຳຜົນກະທົບທີ່ມີຕໍ່ຕະຫຼາດ.

ເບິ່ງຈາກສະພາບການໃນປັດຈຸບັນແລ້ວເຫັນວ່າ, ວິກິດການຂອງຂະແໜງການທະນາຄານທີ່ເກີດຈາກການເພີ່ມອັດຕາດອກເບ້ຍຂອງອາເມຣິກາ ຍັງໄກຫຼາຍທີ່ຈະສິ້ນສຸດລົງ. ເມື່ອວິກິດການຂອງລະບົບການທະນາຄານແຜ່ຂະຫຍາຍໄປຮອດເສດຖະກິດຕົວຈິງ, ເສດຖະກິດຂອງອາເມຣິກາຈະຊຸດໂຊມລົງເປັນຂະໜາດໃຫຍ່ຢ່າງແນ່ນອນ. ນີ້ຈະສ້າງຜົນກະທົບ ແລະສິ່ງທ້າທາຍຢ່າງໃຫຍ່ຫຼວງຕໍ່ຄວາມໝັ້ນທ່ຽງຂອງເສດຖະກິດ ແລະການທະນາຄານຂອງອາເມຣິກາ ກໍຄືຂອງໂລກ.