ຕາເວັນອອກກາງບໍ່ໄປຕາມ “ບົດລະຄອນຂອງອາເມຣິກາ” ອີກແລ້ວ

2023-05-09 16:54:11 cri

ພາຍຫຼັງຖືກໂດດດ່ຽວມາເປັນເວລາ 12 ປີແລ້ວ, ວັນທີ 7 ພຶດສະພານີ້, ຊີຣີໄດ້ເຂົ້າເປັນປະເທດສະມາຊິກສັນນິບາດອາຣັບອີກ. ວົງການພາຍນອກເຫັນວ່າ, ນີ້ແມ່ນອີກເຫດການທີ່ເປັນສັນຍະລັກໃນຂະບວນການປອງດອງກັນຂອງຕາເວັນອອກກາງ ຫຼັງຈາກອາຣັບບີຊາອຸດິດ ແລະ ອີຣານໄດ້ປະກາດຟື້ນຟູສາຍພົວພັນທາງການທູດຢູ່ນະຄອນຫຼວງປັກກິ່ງ ສປ ຈີນ.


ຊີຣີສາມາດກັບຄືນສູ່ວົງຄະນາຍາດສັນນິບາດອາຣັບເປັນເລື່ອງທີ່ໄປຕາມຄວາມຄາດຄິດຂອງຄົນທັງຫຼາຍ. ເມື່ອສັງເກດຈາກວິກິດການຊີຣີແລ້ວເຫັນວ່າ, ນັບແຕ່ປີ 2018 ເປັນຕົ້ນມາ, ກອງທັບຊີຣີໄດ້ຄວບຄຸມເນື້ອທີ່ດິນແດນຊີຣີຫຼາຍກວ່າ 70%, ຝ່າຍຕໍ່ຕ້ານນັບມື້ນັບອ່ອນລົງ, ໃນຊຸມປີຜ່ານມາ, ບັນດາປະເທດອາຣັບເລີ່ມພົບປະກັບລັດຖະບານຊີຣີ, ທັງໝົດເຫຼົ່ານີ້ສະແດງໃຫ້ເຫັນວ່າ: ຊີຣີເຂົ້າເປັນປະເທດສະມາຊິກສັນນິບາດອາຣັບຄືນໃໝ່ຈະເປັນເລື່ອງທີ່ຕ້ອງເປັນໄປ.


ເມື່ອສັງເກດຈາກແງ່ມຸມມອງທີ່ກວ້າງກວ່າເກົ່າຕໍ່ການຜັນແປຂອງສະຖານະການຕາເວັນອອກກາງແລ້ວເຫັນວ່າ, ພາຍຫຼັງອາຣັບບີຊາອຸດິດ ແລະ ອີຣານຟື້ນຟູສາຍພົວພັນທາງການທູດ ພາຍໃຕ້ການໄກ່ເກ່ຍຂອງຈີນແລ້ວ, ໄດ້ຊຸກຍູ້ໃຫ້ຊີຣີກັບຄືນສັນນິບາດອາຣັບໂດຍກົງ. ເນື່ອງຈາກວ່າອາຣັບບີຊາອຸດິດ ແລະ ອີຣານ ຕ່າງຝ່າຍກໍສະໜັບສະໜູນອິດທິກຳລັງການເມືອງທີ່ຕ່າງກັນ ໃນວິກິດການຊີຣີ, ຈິ່ງບໍ່ຕ້ອງສົງໄສເລີຍວ່າ, ການບັນລຸຄວາມປອງດອງກັນລະຫວ່າງ ອາຣັບບີຊາອຸດິດ ແລະ ອີຣານ ຕ້ອງສ້າງໂອກາດໃຫ້ແກ່ຊີຣີຟື້ນຟູສາຍພົວພັນກັບບັນດາປະເທດສະມາຊິກສັນນິບາດອາຣັບ.


ເປັນເວລາດົນນານມາແລ້ວ, ອາເມຣິກາໄດ້ເຂົ້າແຊກແຊງວຽກງານຂອງຕາເວັນອອກກາງຕາມລຳພັງໃຈ, ຍຸຍົງຄວາມເປັນປໍລະປັກກັນ ແລະ ການແບ່ງແຍກ ເຊິ່ງເຮັດໃຫ້ເກີດມີການປະທະກັນ ແລະ ເສິກສົງຄາມຢ່າງບໍ່ຂາດໄລຍະ. ປະຊາຊົນຕາເວັນອອກກາງນັບມື້ນັບຮູ້ສຶກວ່າ, ຕ້ອງກຳຊາຕາກຳຂອງຕົນ. ປັດຈຸບັນ, “ກະແສຄວາມປອງດອງກັນ” ທີ່ກຳລັງຮືຮາກັນຢູ່ຕາເວັນອອກກາງໄດ້ເຕືອນອາເມຣິກາຮູ້ວ່າ: ຍຸກສະໄໝໄດ້ປ່ຽນແປງໄປແລ້ວ.