ຢູ່ອາຊີຕາເວັນອອກສຽງໃຕ້ຫຼາຍປະເທດມີອາກາດຮ້ອນແຮງໄດ້ສ້າງສະຖິຕິໃນປະຫວັດສາດ

2023-05-09 17:11:17 cri


ຫວ່າງມໍ່ໆມານີ້, ຢູ່ອາຊີຕາເວັນອອກສຽງໃຕ້ຫຼາຍປະເທດ ຄືລາວ,ໄທ,ຫວຽດນາມ,ມຽນມາເປັນຕົ້ນມີອາກາດຮ້ອນແຮງໄດ້ສ້າງສະຖິຕິໃນປະຫວັດສາດ. ໃນນັ້ນ, ນັບຕັ້ງແຕ່ຕົ້ນເດືອນເມສາແລ້ວນີ້ເປັນຕົ້ນມາ ອຸນຫະພູມສະເລ່ຍສູງສຸດຢູ່ໄທແມ່ນສູງເຖິງ 40 ອົງສາໃນທົ່ວປະເທດ,ຖ້າຢູ່ໃນຕົວເມືອງຈະສູງຫຼາຍ ສູງກວ່າ50ອົງສາ.


ເດືອນເມສາແລະພຶດສະພາຂອງທຸກປີແມ່ນໄລຍະທີ່ມີສະພາບອາກາດຮ້ອນທີ່ສຸດຢູ່ອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້,ເພາະວ່າກ່ອນຈະຮອດລະດູຝົນ,ອຸນຫະພູມຈະສູງຂຶ້ນ.ຊ່ຽວຊານອຸຕຸນິຍົມແຈ້ງເຕືອນວ່າ,ຄຽງຄູ່ກັບດິນຟ້າອາກາດມີການປ່ຽນແປງຮ້າຍແຮງຂຶ້ນ,ອຸນຫະພູມສູງແບບບໍ່ເຄີຍມີມາກ່ອນຈະນັບມື້ນັບມີຫຼາຍຂຶ້ນ.