ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຈັດຂຶ້ນ

2023-05-10 15:57:38 cri


    ວັນທີ 9 ພຶດສະພານນີ້, ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນນານນີງ, ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ, ປະເທດຈີນ.

    ທ່ານຢວີຊຽງ ຮອງຫົວໜ້າກົມອາຊີກະຊວງການຄ້າຈີນໄດ້ກ່າວໃນກອງປະຊຸມວ່າ: ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ຈັດຂຶ້ນເປັນ 19 ຄັ້ງຢ່າງສຳເລັດຜົນ, ເຊິ່ງໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຈີນ-ອາຊຽນກ້າວສູ່ລວງເລິກ ແລະ ມີຄວາມແໜ້ນແຟ້ນ, ກາຍເປັນເວທີການຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ. ຈີນຫວັງວ່າຈະຮ່ວມກັບຝ່າຍອາຊຽນສືບຕໍ່ຊົມໃຊ້ເວທີຂອງງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ດີ, ຮັດແໜ້ນການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນການພັດທະນາຮອບດ້ານຂອງການຮ່ວມມືດ້ານເສດຖະກິດການຄ້າຈີນ-ອາຊຽນ, ກໍຄືພາກພື້ນອາຊີຕາເວັນອອກ.

    ໂດຍຖືກອງປະຊຸມຄັ້ງນີ້ເປັນຈຸດເລີ່ມຕົ້ນໃໝ່ຂອງການເຂົ້າສູ່ໄລຍະໃໝ່ທີ່ປຸກລະດົມຮອບດ້ານ ແລະ ເລັ່ງລັດກະກຽມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20, ວຽກງານກະກຽມເບື້ອງຕົ້ນໄດ້ດຳເນີນໄປເປັນລະບຽບຮຽບຮ້ອຍ ແລະ ຕາມເວລາກຳນົດ, ມີ 6 ປະເທດໄດ້ຟື້ນຟູຮູບການເຂົ້າຮ່ວມງານແບບເໝົາຫໍວາງສະແດງ, ເຊັ່ນ: ລາວ, ອິນໂດເນເຊຍ, ມະເລເຊຍ, ມຽນມາ, ໄທ ແລະ ຫວຽດນາມ. ວິສາຫະກິດຈີນໄດ້ສະໝັກຊື່ເຂົ້າຮ່ວມງານຢ່າງກະຕືລືລົ້ນ, ປັດຈຸບັນ, ຈຳນວນວິສາຫະກິດທີ່ຢືນຢັນເຂົ້າຮ່ວມງານໄດ້ກວມ 60% ຂອງຈຳນວນຫໍວາງສະແດງ.