ຫົວໜ້າໂຫຼງແນະນໍາໃຫ້ພໍ່ແມ່ຂອງຂ້ອຍວ່າ: ຊ່ຽນລານກໍມີຄອບຄົວລະເດ! ລູກນີ້ແຫຼະເປັນອ້າຍຂອງລາວ, ນີ້ແມ່ນເອື້ອຍໄພ້. ລູກຊື່ວ່າໂຫຼງຊິ້ວຫຼິນ, ເປັນຫົວໜ້າໜ່ວຍງານຫຼຸດຜ່ອນຄວາມທຸກຍາກຂອງເມືອງ, ທ່ານນີ້ແມ່ນເລຂາໜ່ວຍພັກບ້ານ, ທ່ານນັ້ນແມ່ນຫົວໜ້າຄະນະກຳມະການບ້ານ(ນາຍບ້ານ). ພວກເຮົາລ້ວນແຕ່ແມ່ນຍາດພີ່ນ້ອງຂອງຊ່ຽນລານ ກໍຄືຍາດພີ່ນ້ອງຂອງປ້າ ແລະ ລຸງເຊັ່ນກັນ. ພວກເຮົາຂໍຮັບປະກັນໄດ້ວ່າ ຊ່ຽນລານແມ່ນຜູ້ບ່າວທີ່ດີ, ປັດຈຸບັນລາວບໍ່ໄດ້ຕິດເຫຼົ້າອີກແລ້ວ, ມີຄອບຄົວ, ມີກິດຈະການ ທັງຊຳນານໃນການລ້ຽງເຜິ້ງ. ເປັນຜູ້ທີ່ມີຊື່ສຽງ ແລະມີລາຍຮັບສູງພໍສົມຄວນ. ລູກສາວຂອງປ້າ ແລະລຸງແຕ່ງດອງກັບລາວຈະບໍ່ໄດ້ເສຍປຽບຫຍັງ, ປ້າ ແລະລຸງຈົ່ງໄວ້ວາງໃຈເນີ.
ຄວາມເວົ້ານີ້ເຮັດໃຫ້ພໍ່ແມ່ຂ້ອຍງົງເລີຍ. ເພິ່ນຖາມວ່າ: ຫວາ! ໃນຄອບຄົວໂຫຼງຊ່ຽນລານບໍ່ແມ່ນເຫຼືອແຕ່ລາວຄົນດຽວຫວາ? ເປັນຫຍັງ ຄືວ່າຍັງມີອ້າຍອີກຜູ້ໜຶ່ງ? ທັງເປັນຫົວໜ້າໜ່ວຍງານອີກຫວະ.
ເມື່ອເຫັນພະນັກງານບ້ານທີ່ມາຢາມ, ພໍ່ແມ່ຂ້ອຍບໍ່ສາມາດປະຕິເສດຫຍັງໄດ້. ຫົວໜ້າໂຫຼງຊິ້ວຫຼິນຍັງບໍ່ທັນເວົ້າຈົບ, ພະນັກງານໃນບ້ານຂ້ອຍຫຼາຍທ່ານ ຍັງເວົ້າເຂົ້າຂ້າງຂ້ອຍ ເຊິ່ງເຮັດໃຫ້ພໍ່ແມ່ຕື້ນຕັນໃຈທີ່ສຸດ.
ທີ່ຈິງແລ້ວ, ພວກເພິ່ນກໍບໍ່ແມ່ນຄົນດື້ດ້ານຫົວແຂງ. ພໍ່ເວົ້າວ່າ: ລູກເຫັນດີແລ້ວ, ພວກເຮົາກໍຈະບໍ່ກີດຂວາງເຂົາເຈົ້າ. ແມ່ເວົ້າວ່າ: ໄວລຸ້ນຢາກເຮັດຫຍັງກໍເຮັດໄປໂລດສາ. ໄກ່ນ້ອຍທີ່ອອກຈາກຄອກໄປແລ້ວຕ້ອງຊອກກິນເອງ, ມື້ໜ້າລູກເສຍໃຈແລ້ວບໍ່ກິນແໜງໃຈກໍດີແລ້ວ.”
ຫົວໜ້າໂຫຼງຊິ້ວຫຼິນຂ້ຽວເວົ້າເສີມວ່າ: ປ້າ ແລະ ລຸງເຫັນດີແລ້ວນໍ?
ພໍ່ແມ່ບໍ່ໄດ້ເວົ້າຫຍັງ, ເພິ່ນຫງ່ຽງຫົວຊ້າໆບາດໜຶ່ງ. ບໍ່ພໍຄາວກໍຕອດຫົວງັອກໆ.
ຫົວໜ້າໂຫຼງເວົ້າຢ່າງຊ້າໆ ແລະນິ້ມນວນວ່າ: ປ້າ ແລະ ລຸງເຫັນດີລະນໍ, ຫຼາຍກໍຂອບໃຈນໍາຫຼາຍໆເນີ!
ຂ້ອຍ ແລະ ຊ່ຽນລານໄດ້ຈັດງານດອງຢ່າງຄຶກຄືນໃນເດືອນມັງກອນປີ 2017, ກົງກັບມື້ແຮມ10 ຄ່ຳເດືອນ 12 ຕາມຈັນທະຄະຕິຈີນ, ຍັງອີກ 5 ວັນກໍຈະຮອດບຸນກຸດຈີນ.
ມື້ຈັດງານດອງກໍແມ່ນພໍ່ແມ່ກຳນົດໃຫ້ ຄືຝ່າຍເຈົ້າສາວເປັນຜູ້ກຳນົດມື້ແຕ່ງ, ນີ້ກໍແມ່ນປະເພນີຂອງເຜົ່າມົ້ງພວກເຮົາ.
ຫຼັງຈາກແຕ່ງດອງແລ້ວ, ຊີວິດການເປັນຢູ່ຂອງພວກເຮົາກໍນັບມື້ນັບດີຂຶ້ນ, ລາຍຮັບຈາກການຂາຍນ້ຳເຜິ້ງກໍເພີ່ມຂຶ້ນທຸກມື້. ປີ 2018, ພຽງແຕ່ແມ່ນລາຍຮັບຈາກການຂາຍນ້ຳເຜິ້ງຢ່າງດຽວກໍໄດ້ກຳໄລ 2 ແສນກວ່າຢວນ, ຖືວ່າ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສິ້ນເຊີງເລີຍ.
ອາຈານຫຼີ! ຕັ້ງແຕ່ນັ້ນມາ, ພວກເຮົາສອງຄົນກໍໄດ້ເລີ່ມມີຊີວິດທີ່ດຸໝັ່ນ ແລະ ຫວານຊື່ນ. ຫິວເຂົ້າກໍກິນໝາກໄມ້ໃນພູ, ຫິວນ້ຳແລ້ວກໍກິນນ້ຳຫ້ວຍ. ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງພວກເຮົາທັງສອງຄົນ, ຫີບລ້ຽງເຜິ້ງ 180 ໜ່ວຍໄດ້ແຈກຢາຍຢູ່ທ່າມກາງດອກໄມ້ຮ້ອຍຊະນິດ. ເອີ່! ຫຼາຍກວ່າຮ້ອຍຊະນິດ, ຈະມີເຖິງພັນຊະນິດໝື່ນຊະນິດ ເຊິ່ງເປັນດອກໄມ້ທັງ 4 ລະດູການ, ຄືໝົດປີເລີຍ.
ຊ່ຽນລານມີຜູ້ຊ່ວຍທີ່ເກັ່ງກ້າສາມາດຄືອ້າຍໂຫຼງຊິ້ວລິນ, ຂ້ອຍ ກໍຮູ້ສຶກມີຄວາມສຸກຢ່າງເຕັມປ່ຽມ. ຊາວບ້ານບ້ານສິບແປດຖ້ຳລ້ວນແຕ່ອິດສາຄູ່ຜົວເມຍພວກເຮົາທັງສອງ.
ມີມື້ໜຶ່ງ, ຂ້ອຍກຽມເອົານ້ຳເຜິ້ງທີ່ຫາກໍເກັບມານັ້ນໄປໃຫ້ພໍ່ແມ່ຊີມ ແຕ່ບໍ່ໄດ້ລະວັງຖືກແມງເຜິ້ງຕອດໃບໜ້າ. ຍ້ອນຜິວໜັງຂ້ອຍອ່ອນຕິເບາະ, ພໍຖືກຕອດກໍບວມໄຄ່ຂຶ້ນໂລດ. ບໍ່ຄືຜິວໜັງທີ່ແຂງແກ່ນຂອງຊ່ຽນລານ, ຖືກຕອດຫຼາຍສໍ່າໃດກໍບໍ່ມີອາການຫຍັງ.
ເມື່ອໄປຮອດບ້ານ, ພໍແຕ່ພໍ່ຫຼຽວເຫັນໜ້າຂ້ອຍບວມໄຄ່ກໍຮ້າຍຂຶ້ນດ້ວຍຄວາມເຫຼືອອົກທຸກໃຈວ່າ: ຖືກບັກນັ້ນຕີລະບໍນິ? ພໍ່ວ່າແລ້ວໆ! ບັກອັນນີ້ມັນຂີ້ເຫຼົ້າ.
ແມ່ຄືຊິຮູ້ສຶກສົງສານຂ້ອຍຫຼາຍຈົນນ້ຳຕາໄຫຼ ທັງເວົ້າວ່າ: ລູກເອີຍ, ເລີກກັບມັນເທາະ!
ຂ້ອຍໄດ້ຍິນຈັ່ງຊັ້ນແລ້ວກໍຫົວຂຶ້ນຈົນໄສ້ຂົດໄສ້ໂຂ ແລະເວົ້າເພິ່ນວ່າ: ພໍ່ແມ່ຊິມເບິ່ງນ້ຳເຜິ້ງນີ້, ຫວານບໍ່?
ພໍ່ແມ່ຟັງແລ້ວງົງເລີຍ.
ໂຮງລ້ຽງເຜິ້ງຂອງພວກເຮົາມີຊື່ສຽງໂດ່ງດັງຢູ່ໃນບໍລິເວນໃກ້ຄຽງ. ພາຍໃຕ້ການຈັດຕັ້ງຂອງຄະນະກຳມະການບ້ານ, ໂຮງລ້ຽງເຜິ້ງ ແລະ ນ້ຳເຜິ້ງທີ່ຜະລິດອອກມານັ້ນ ໄດ້ຮັບການຕັ້ງຊື່ຢ່າງເປັນທາງການແລ້ວ ໂດຍໄດ້ຄັດຈ້ອນເອົາຊື່ຂອງຊ່ຽນລານ ແລະຂອງຂ້ອຍ ຄົນລະໜຶ່ງຄໍາ ຄື “ນ້ຳເຜີ້ງຈິ່ນລານ” ເຊິ່ງມີຄວາມໝາຍວ່າ “ນ້ຳເຜີ້ງທີ່ຫວານຊື່ນ”.