ຜູ້ເລົ່າ: ທ່ານໂຫຼງຊິ້ວຫຼິນ, ຮອງຫົວໜ້າຄະນະໂຄສະນາຄະນະພັກເມືອງຮົວຢວນ, ຫົວໜ້າໜ່ວຍງານຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ ໜ່ວຍທຳອິດຂອງຈີນ.
ໃນມື້ນັ້ນ, ຫຼັງຈາກເລີກວຽກແລ້ວ ຟ້າກໍໄດ້ມືດລົງ. ເມື່ອຂ້ອຍຍ່າງຢູ່ກາງທາງ, ປາກົດມີເງົາດຳໆທ່ອນໜຶ່ງຂວາງທາງໂດຍບັງເອີນ, ຮູ້ສຶກຕົກໃຈອີ່ຫຼີ.
ພາຍໃຕ້ແສງສະຫວ່າງຈາກດວງດາວ, ຂ້ອຍຫຍັບເຂົ້າໄປໃກ້ຈຶ່ງໄດ້ເຫັນຄັກວ່າ ເງົາດຳໆທ່ອນນີ້ບໍ່ແມ່ນດົ້ນຟືນ ແຕ່ຫາກແມ່ນຄົນຜູ້ໜຶ່ງ.
ຕອນນັ້ນອາກາດກໍໜາວຫຼາຍແລ້ວ, ຜູ້ນີ້ແມ່ນໃຜນໍ?
ຊາວບ້ານເວົ້າວ່າ: ຍັງຊິມີໃຜ? ກະຊິແມ່ນ “ຂີ້ເຫຼົ້າ” ໂຫຼງຊ່ຽນລານນັ້ນແຫຼະ.
ຂ້ອຍໄດ້ສຶກເຖິງເລື່ອງຂອງໂຫຼງຊ່ຽນລານຂຶ້ນມາໃນທັນທີ. ພໍ່ຂອງໂຫຼງຊ່ຽນລານເສຍຊີວິດຕັ້ງແຕ່ລາວຍັງນ້ອຍ, ແມ່ໄດ້ສ້າງຄອບຄົວໃໝ່ ສ່ວນນ້ອງສາວພຽງຜູ້ດຽວກໍໄດ້ໄປນຳແມ່ ຍັງເຫຼືອແຕ່ລາວຜູ້ດຽວຢ່າງໂດດດ່ຽວ ຈຶ່ງດື່ມເຫຼົ້າທຸກມື້. ເມົາຢູ່ບ່ອນໃດ ກໍນອນຢູ່ບ່ອນນັ້ນເລີຍ. ພວກຊາວບ້ານນິນທາວ່າ: ຄົນຜູ້ນີ້ກາຍເປັນຂີ້ເຫຍື້ອກອງໜຶ່ງແລ້ວ, ບໍ່ມີຄວາມຫວັງຫຍັງເລີຍ!
ມື້ນີ້ກໍຄືກັນ, ໃກ້ຈະຮອດບຸນກຸດຈີນແລ້ວ ແຕ່ລະຄອບຄົວກໍໄດ້ພາກັນກຽມສະຫຼອງບຸນປີໃໝ່. ມີພຽງແຕ່ລາວນີ້ແລ້ວ ເມົາແລ້ວກໍລົ້ມນອນຢູ່ຂ້າງທາງ.
ຂ້ອຍຂ້ຽວຊ່ວຍໂຊມລາວຂຶຶ້ນ, ທັງຮ້ອງວ່າ: ນ້ອງໆ! ຕື່ນລະແມໆ, ກັບບ້ານກັບອ້າຍເທາະ!
ຂ້ອຍພາໂຫຼງຊ່ຽນລານກັບເມືອເຮືອນຂອງຂ້ອຍ ທີ່ຕັ້ງຢູ່ຕາແສງໃກ້ຄຽງ. ຕອນນັ້ນ, ເມຍກຳລັງກຽມອາຫານສະຫຼອງວັນສົ່ງທ້າຍປີເກົ່າ. ມີຊີ້ນແຫ້ງ, ປາສົ້ມ, ແລະເຂົ້າໜົມຜັກປ່າ.
ເມຍຖາມວ່າ: ອ້າວ, ຜູ້ນີ້ແມ່ນໃຜ?
ຂ້ອຍຕອບວ່າ: ນ້ອງຊາຍຂ້ອຍ.
ເມຍວ່າ: ອື? ແຕ່ກ່ອນຄືບໍ່ເຄີຍໄດ້ຍິນອ້າຍເວົ້າຊ້ຳ?
ຂ້ອຍຕອບ: ຮາໆ, ບອກດຽວນີ້ກໍບໍ່ຊ້າດອກ. ລາວມາສະຫຼອງບຸນປີໃໝ່ນຳກັນກັບພວກເຮົາ!
ເມຍວ່າ: ເຈົ້າ. ນ້ອງຈະເອົາຖ້ວຍ ແລະໄມ້ຖູ່ມາອີກຊຸດໜຶ່ງມາໃຫ້!
ໂຫຼງຊ່ຽນລານບໍ່ຮູ້ຈະຕອບແນວໃດ. ຂ້ອຍເວົ້າວ່າ: ນ້ອງຊ່ຽນລານ, ພວກເຮົາສອງຄົນມີນາມສະກຸນດຽວກັນ. ແຕ່ນີ້ເປັນຕົ້ນ, ນ້ອງກໍມີຄອບຄົວແລ້ວ. ນ້ອງກໍແມ່ນນ້ອງຊາຍຂອງອ້າຍ, ພໍ່ແມ່ອ້າຍກໍແມ່ນພໍ່ແມ່ຂອງນ້ອງຄືກັນ.
ຫຼັງຈາກນັ້ນ, ຂ້ອຍໄດ້ເຊີນພໍ່ແມ່ອອກມາ ແລະເວົ້າວ່າ: ພໍ່ແມ່, ເບິ່ງແມ້, ນ້ອງຊາຍນີ້ໜ້າຕາດີບໍ່?
ຜູ້ເຖົ້າສອງຄົນໄດ້ຮູ້ວ່າ ລູກຊາຍຂອງຕົນໄດ້ເກັບເອົາຜູ້ຊາຍຄົນໜຶ່ງມາຈາກທາງນອກເຂົ້າມາເປັນນ້ອງຊາຍ ກໍຍິ້ມແຍ້ມແຈ່ມໃສ ທັງໄດ້ຈັດພິທີມອບອັງເປົ່າໃຫຍ່ໆໃຫ້ໂຫຼງຊ່ຽນລານ ຕາມປະເພນີຮັບລູກລ້ຽງຂອງເຜົ່າມົ້ງ.
ທ້າວໂຫຼງຊ່ຽນລານກັ້ນນ້ຳຕາໄວ້ບໍ່ໄດ້ ຈຶ່ງນັ່ງຄຸເຂົ່າລົງທັນທີ ທັງຮ້ອງໄຫ້ອອກມາວ່າ: ພໍ່ເອີຍ ແມ່ເອີ້ຍ! ຟ້າບໍ່ອຳນວຍ, ລູກໄດ້ເສຍຄອບຄົວໄປ, ຮູ້ສຶກບໍ່ມີຄວາມຫວັງ, ຈຶ່ງມີແຕ່ເມົາເຫຼົ້າທຸກມື້, ບໍ່ໄດ້ສະສົມເງິນໄວ້ຈັກຢວນເລີຍ. ດຽວນີ້ລູກມີຄອບຄົວອີກແລ້ວ, ມີພໍ່ແມ່ອີກແລ້ວ. ໃນຕໍ່ໜ້ານີ້, ລູກຈະຟັງຄວາມພໍ່ແມ່, ຟັງຄວາມຂອງອ້າຍຊິ້ວຫຼິນ, ລູກຈະມີໂສມໜ້າໃໝ່.