ທ່ານໂຫຼງຊິ້ວຫຼິນບໍ່ໄດ້ລືມຄວາມ.
ໃນມື້ຕໍ່ມາ, ມີຊາວໜຸ່ມຄູ່ໜຶ່ງໄດ້ມາພົວພັນກັບຂ້ອຍ, ພວກເຂົາແມ່ນ ທ້າວ ໂຫຼງຊ່ຽນລານ ແລະ ນາງ ອູມານຈິ່ນ ຜູ້ເປັນເມຍຂອງທ້າວໂຫຼງຊ່ຽນລານ.
ທ້າວໂຫຼງຊ່ຽນລານເປັນຜູ້ຊາຍໜ້າຕາດີ, ໃບໜ້າເປັນຮູບສີ່ຫຼ່ຽມ, ມີດວງຕາໃຫຍ່ໆ.
ນາງອູມານຈິ່ນກໍເປັນຜູ້ຍິງທີ່ງາມ, ໃບໜ້າມົນໆຄືດວງຈັນວັນເພັງ ແລະມີດວງຕາໃຫຍ່ໆເຊັ່ນກັນ.
ຂ້ອຍຖາມໃນທໍານອງຂໍຄໍາເຫັນວ່າ: ຈະຟັງເລື່ອງຂອງທ່ານໃດກ່ອນເນາະ?
ທ້າວໂຫຼງຊ່ຽນລານຕອບວ່າ: ຂ້ອຍຂໍເວົ້າກ່ອນ, ເພາະຈັກໜ້ອຍຍັງຈະຕ້ອງໄປປະຊຸມ.
ຂ້ອຍຖາມນາງອູມານຈິ່ນວ່າ: ໄດ້ບໍ່?
ນາງຕອບວ່າ: ເລື່ອງຂອງລາວ, ຂ້ອຍຈະຮູ້ດີທຸກຢ່າງມາຕະຫຼອດ.
ຂ້ອຍຟັງແລ້ວກໍເລີຍຍິ້ມຂຶ້ນ.
ເອົາລະ, ກໍໃຫ້ທ້າວຊ່ຽນລານເວົ້າກ່ອນເນາະ! ນາງຈິ່ນຈຶ່ງເວົ້າຕາມຫຼັງ, ອາດໃຫ້ໂຫຼງຊ່ຽນລານອອກໄປແລ້ວ ນາງຈະໄດ້ເວົ້າຕາມໃຈຫຼາຍກວ່າ.
ນາງອູມານຈິ່ນຍິ້ມຂຶ້ນ, ທ້າວໂຫຼງຊ່ຽນລານກໍຍິ້ມຂຶ້ນເຊັ່ນກັນ.
ອາຈານຫຼີ! ຂ້ອຍຈະບໍ່ເວົ້າເຖິງເລື່ອງຂີ້ເຫຼົ້າແລ້ວລະເນາະ, ຫົວໜ້າໂຫຼງຄືຊິເຄີຍໄດ້ເລົ່າສູ່ຟັງແລ້ວ. ສະພາບແບບນັ້ນ ມັນໄດ້ກາຍເປັນອະດີດໄປແລ້ວ ຈະບໍ່ເອົາຄືນມາເວົ້າອີກ.
ຂ້ອຍຈະເລີ່ມເລົ່າຈາກເລື່ອງການລ້ຽງເຜິ້ງ. ຫົວໜ້າໂຫຼງຊິ້ວຫຼິນໄດ້ແນະນຳທ່ານມາເຊີ່ງເສີງ ເຊິ່ງເປັນຄົນລ້ຽງເຜິ້ງໃຫ້ຂ້ອຍ. ທ່ານມາຊີ່ງເສີງ ຕັ້ງເປັນຄົນດີແທ້ໆ.
ທ່ານມາເຊີ່ງເສີງອາໄສຢູ່ບ່ອນທີ່ຫ່າງຈາກເທສະບານຮົວຢວນບໍ່ໄກປານໃດ, ເພິ່ນມີຊື່ສຽງໃນການລ້ຽງເຜິ້ງ. ໂຮງລ້ຽງເຜິ້ງງຂອງເພິ່ນບໍ່ໃຫຍ່ ແຕ່ລາຍຮັບຕໍ່ປີມີເຖິງ 2 ແສນກວ່າຢວນ. ແຕ່ລະມື້ເພິ່ນໄດ້ພາຂ້ອຍເລາະຢູ່ໃນໂຮງລ້ຽງເຜິ້ງ ພ້ອມທັງອະທິບາຍຢ່າງຕັ້ງອົກຕັ້ງໃຈວ່າ ຄວນລ້ຽງເຜິ້ງແນວໃດ, ເກັບນ້ຳເຜິ້ງຈັ່ງໃດ, ແບ່ງກຸ່ມເຜິ້ງແນວໃດ ແລະ ປ້ອງກັນພະຍາດໄດ້ດ້ວຍວິທີໃດ. ສໍາລັບວິທີເກັບນໍ້າເຜິ້ງນັ້ນ, ເພິ່ນໄດ້ສອນຂ້ອຍດ້ວຍຄວາມເອົາໃຈໃສ່ເປັນພິເສດ.
ທໍາອິດ, ຂ້ອຍກໍທັງຮຽນນຳເພິ່ນທັງຄິດວ່າ ຢູ່ເຮືອນຕົນເອງຈະຜູ້ລ້ຽງເຜິ້ງພຽງຫີບໜຶ່ງສອງຫີບເທົ່ານັ້ນ, ນ້ຳເຜິ້ງທີ່ເກັບມານັ້ນຈະຊົມໃຊ້ເອງ ຫຼື ຕ້ອນໃຫ້ພີ່ນ້ອງ ແລະໝູ່ເພື່ອນ. ເນື່ອງຈາກຢ້ານແມງເຜິ້ງຕອດຄົນ, ຖ້າມັນຕອດເດັກນ້ອຍໃນຄອບຄົວເຂົາເຈົ້າແລ້ວກໍຈະເຊົາເລີຍ. ເວົ້າຈັ່ງຊີ້ສາ, ຕາມຄວາມເຂົ້າໃຈຂອງຂ້ອຍໃນເບື້ອງຕົ້ນນັ້ນວ່າ ນ້ຳເຜິ້ງບໍ່ສາມາດຂາຍໄດ້ເງິນຫຼາຍດອກ ແລະກໍບໍ່ເຄີຍຮູ້ວ່າ ຜູ້ໃດຈະເອົາເງິນມາຊື້, ຈະສາມາດຂາຍໄດ້ແທ້ບໍ່, ຂາຍໄດ້ແນວໃດ. ໃນໃຈກໍໄດ້ຄິດແບບນັ້ນແທ້ໆ. ບາງເທື່ອກໍໄດ້ເວົ້າອອກມາໂດຍກົງເລີຍ.
ທ່ານມາເຊີ່ງເສີງ ໄດ້ຍິນກໍຍິ້ມຫົວຂຶ້ນວ່າ: ຮາໆ! ນ້ອງເປັນຫ່ວງວ່າຜະລິດໄດ້ນ້ຳເຜິ້ງແລ້ວ, ບໍ່ສາມາດຂາຍອອກໄດ້ ແມ່ນບໍ່?
ຂ້ອຍໜ້າແດງຂຶ້ນ.
ທ່ານມາເຊີ່ງເສີງເວົ້າວ່າ: ເອົາຈັ່ງຊີ້ເນາະ! ນ້ອງເອົານ້ຳເຜີ້ງ 5 ໂລຢູ່ນີ້ໄປຂາຍ, ກໍບໍ່ຕ້ອງຮ້ອງປ່າວເຕືອນໂຄສະນາຫຍັງ, ພຽງແຕ່ເອົາໄປວາງໄວ້ຢູ່ບ່ອນທີ່ມີນັກທ່ອງທ່ຽວຜ່ານໄປກໍໄດ້ແລ້ວ. ນ້ອງເອົາໄປລອງເບິ່ງໄປ໋!
ຂ້ອຍຕອບວ່າ: ນ້ອງຈະບໍ່ເກງໃຈລະໄດ໋ນິ!
ເພິ່ນຕອບແບບສຽງຍາວໆວ່າ: ໂອ້ຍ! ບໍ່ຕ້ອງເກງໃຈ. ຫົວໜ້າໂຫຼງຊິ້ວຫຼິນໃຫ້ອ້າຍສອນນ້ອງ ອ້າຍກໍຕ້ອງສອນໃຫ້ດີຕິ; ນ້ອງບໍ່ໝັ້ນໃຈ, ອ້າຍກໍຕ້ອງໃຫ້ກຳລັງໃຈ. ເອົາ! ອ້າຍຈະຊ່ວຍແບ່ງນ້ຳເຜິ້ງໃສ່ແກ້ວນ້ອຍໃຫ້, ແກ້ວລະເຄິ່ງໂລ, ຂາຍໃນລາຄາ 120 ຢວນ, ບໍ່ໃຫ້ຕໍ່ລອງລາຄາເລີຍ.