ນ້ຳເຜິ້ງຈິ່ນລານ ພາກ​ທີ 4

2023-05-10 17:11:23 CRI


ຂ້ອຍເອົານ້ຳເຜິ້ງທີ່ທ່ານມາຊິ້ງເສີງມອບໃຫ້ນັ້ນ ແລ້ວກໍຊອກບ່ອນໜຶ່ງຢູ່ແຄມທາງແຍກຂອງບ້ານລີຈື ທີ່ມີນັກທ່ອງທ່ຽວຜ່ານຫຼາຍ. ບໍ່ນຶກບໍ່ຝັນ, ຂ້ອຍຍັງບໍ່ໄດ້ ຮ້ອງປ່າວໂຄສະນາ, ນັກທ່ອງທ່ຽວຮູ້ວ່າແມ່ນນ້ຳເຜິ້ງທຳມະຊາດຂອງບ້ານສິບແປດຖ້ຳ, ນັກທ່ອງທ່ຽວທີ່ນິຍົມອາຫານທຳມະຊາດ, ປອດສານເຄມີໄດ້ຊື້ນ້ຳເຜິ້ງ 5 ໂລໝົດພາຍໃນເວລາ 2 ມື້. ນ້ຳເຜິ້ງເຫຼົ່ານີ້ຂາຍໄດ້ເງິນ 1200 ຢວນ, ຂ້ອຍໄດ້ນັບໃບເງິນເທື່ອແລ້ວເທື່ອເລົ່າ ຈົນຄົບຄາມືເລີຍ.

ຂ້ອຍຮູ້ສຶກດີໃຈຫຼາຍ ປານດອກໄມ້ໄດ້ເບັ່ງບານໃນໃຈພຸ້ນລະ, ຂ້ອຍກໍຂ້ຽວກັບໄປຫາທ່ານມາຊິ່ງເສີງ ເພື່ອແຈ້ງຂ່າວດີນີ້ໃຫ້ເພິ່ນ ແລະສົ່ງເງິນຂາຍນ້ຳເຜິ້ງ ຄືນໃຫ້ເພິ່ນ.

ທ່ານມາຊິ່ງເສີງຍິ້ມຂຶ້ນ ແລະເວົ້າວ່າ: ບາດນີ້ມີຄວາມໝັ້ນໃຈແລ້ວບໍ່? ບອກໃຫ້ນ້ອງຮູ້ເດີ! ໃນຕະຫຼາດມີນ້ຳເຜິ້ງປອມຫຼາຍສົມຄວນ, ເຮັດໃຫ້ລູກຄ້າກັງວົນໃຈທີ່ສຸດໃນເລື່ອງນີ້. ແຕ່ຢູ່ບ້ານສິບແປດຖ້ຳພວກເຮົາທີ່ຢູ່ໃນປ່າຕຶບດົງໜານີ້, ໃຜຊິເຮັດຂອງປອມ. ແມງເຜິ້ງເກັບນ້ຳເຜິ້ງຢູ່ທ່າມກາງປາໄມ້, ມີດອກໄມ້ຫຼາຍຊະນິດ, ສາມາດເວົ້າໄດ້ວ່າ ນີ້ແມ່ນນ້ຳເຜິ້ງດອກໄມ້ພັນຊະນິດ ຈົນເຖິງນ້ຳເຜິ້ງດອກໄມ້ໝື່ນຊະນິດກໍວ່າໄດ້, ມັນເປັນແບບທຳມະຊາດແທ້ໆ. ສະນັ້ນ ຈຶ່ງສາມາດຂາຍດິບຂາຍດີໄດ້.

ດັ່ງນັ້ນຂ້ອຍຈຶ່ງເຂົ້າໃຈວ່າ: ສົມພໍຈຶ່ງບໍ່ມີໃຜຕໍ່ລອງລາຄາກັບຂ້ອຍ.

ທ່ານມາຊິ່ງເສີງເຫັນຂ້ອຍເອົາເງິນທັງໝົດໃຫ້ເພິ່ນແລ້ວ ກໍຖາມວ່າ: ເປັນຫຍັງນ້ອງຈຶ່ງເອົາເງິນໃຫ້ອ້າຍທັງໝົດນິ? ນ້ອງເອົາໄວ້ 200 ຢວນ, ຕາງຄ່າແຮງງານ. ເອົາໄວ້ເດີ້!

ຮາໆ, ນີ້ເປັນຄັ້ງທຳອິດທີ່ຂ້ອຍໄດ້ເງິນຈາກການຂາຍນ້ຳເຜິ້ງ.

ຫຼັງຈາກນັ້ນມາ, ຂ້ອຍກໍໄດ້ຮຽນຈົບການລ້ຽງເຜິ້ງແລ້ວ. ຕອນອຳລາ, ເມຍຂອງທ່ານມາຊິ່ງເສີງບອກວ່າ: ຖ້າພົບບັນຫາຫຍັງ, ສາມາດຕິດຕໍ່ກັບເພິ່ນໄດ້ທຸກເວລາ.

ຂ້ອຍກັບມາຮອດບ້ານຕົນເອງ, ທຳອິດໄດ້ລ້ຽງເຜິ້ງຈຳນວນ 4 ຫີບ, ໃນປີນັ້ນກໍໄດ້ກຳໄລ 5000 ຢວນ.

ຫຼັງຈາກນັ້ນ 1 ປີ, ຂ້ອຍໄດ້ລ້ຽງເຜິ້ງ 14 ຫີບ.

ຕໍ່ຈາກນັ້ນມາ, ຂ້ອຍຢາກເປີດກວ້າງການຜະລິດຕື່ມອີກ ແຕ່ວ່າເງິນບໍ່ພຽງພໍ. ເວລານັ້ນຂ້ອຍໄດ້ຮູ້ຂ່າວວ່າ ມີການບໍລິການເງິນກູ້ເພື່ອຫຼຸດຜ່ອນຄວາມທຸກຍາກ. ສຳລັບຄອບຄົວທຸກຍາກ ສາມາດກູ້ເງິນໄດ້ເຖິງ 50.000 ຢວນຕໍ່ໜຶ່ງຄອບຄົວ ເຊິ່ງລັດຖະບານຈະເປັນຜູ້ຈ່າຍຄ່າດອກເບ້ຍແທນ. ດັ່ງນັ້ນ, ຂ້ອຍກໍເລີຍໄປຫາພະນັກງານປ່ອຍເງິນກູ້ຢູ່ທະນາຄານສິນເຊື່ອ. ພະນັກງານຄົນນັ້ນພໍເຫັນຂ້ອຍຈຶ່ງທ້ວງວ່າ: ເອ! ແມ່ນເຈົ້າຫວາ ຂໍຢືມເງິນກູ້?

ຂ້ອຍຕອບວ່າ: ເອີ! ແມ່ນຂ້ອຍນີ້ແຫຼະ.

ລາວວ່າ: ຖ້າແມ່ນເຈົ້າ ກະປ່ອຍເງິນກູ້ໃຫ້ບໍ່ໄດ້ດອກ.

ຂ້ອຍຖາມວ່າ: ເປັນຫຍັງ?

ລາວກໍຕອບວ່າ: ເປັນຫ່ວງວ່າ ເຈົ້າຊິເອົາໄປຊື້ເຫຼົ້າກິນໝົດ.

ຂ້ອຍອະທິບາຍວ່າ: ນັ້ນມັນກໍເປັນເລື່ອງອະດີດແລ້ວ, ປັດຈຸບັນຂ້ອຍຂໍຢືມເງິນກູ້ເພື່ອລ້ຽງເຜິ້ງໄດ໋.

ບໍ່ວ່າຂ້ອຍຈະອະທິບາຍແນວໃດກໍຕາມ, ເຂົາເຈົ້າກໍບໍ່ຍອມປ່ອຍເງິນກູ້ໃຫ້. ຂ້ອຍຈຶ່ງຕ້ອງໄປຫາຜູ້ຊ່ວຍ ຄື ຫົວໜ້າໂຫຼງຊິ້ວຫຼິນ. ພໍເວົ້າເລື່ອງນີ້ສູ່ເພິ່ນຟັງ, ເພິ່ນກໍຍິ້ມຂຶ້ນ ແລະໂທໄປຫາພະນັກງານປ່ອຍເງິນກູ້ວ່າ: ໄວ້ໃຈເດີ້! ຂ້ອຍຈະຮັບປະກັນໃຫ້ຊ່ຽນລານ, ປ່ອຍເງິນກູ້ໃຫ້ລາວແດ່. ຖ້າລາວບໍ່ສາມາດສົ່ງຄືນໄດ້, ຂ້ອຍຈະຮັບຜິດຊອບເອງ. ດຽວນີ້ຂ້ອຍຈະເຮັດໃບຮັບປະກັນໃຫ້ເລີຍເດີ.

ເຖິງວ່າມີຫົວໜ້າອອກຄຳສັ່ງແລ້ວ ແຕ່ພະນັກງານປ່ອຍເງິນກູ້ຍັງມີຄວາມສົງໄສຢູ່. ລາວຖາມວ່າ: ຂ້ອຍສາມາດໄປເບິ່ງໂຮງລ້ຽງເຜິ້ງຂອງເຈົ້າໄດ້ບໍ່?

ຂ້ອຍຕອບວ່າ: ໄປ໋! ຂ້ອຍຈະໄປດຽວນີ້ເລີຍ. ແຕ່ຕອນນັ້ນບໍ່ໄດ້ພັດທະນາຫຼາຍປານໃດ, ໄດ້ລ້ຽງພຽງແຕ່ 14 ຫີບເທົ່ານັ້ນ, ການວາງຫີບກໍແບບກະແຈກກະຈາຍຢູ່ຕາມສັນພູ, ຍັງບໍ່ທັນສາມາດເອີ້ນວ່າ ໂຮງລ້ຽງເຜິ້ງໄດ້.

ພະນັກງານປ່ອຍເງິນກູ້ມາຮອດບ່ອນລ້ຽງເຜິ້ງຂອງຂ້ອຍແລ້ວເຫັນວ່າ, ເຖິງແມ່ເຜີ້ງຍັງບໍ່ທັນຫຼາຍກໍຕາມ ແຕ່ກໍມີການຄຸ້ມຄອງຢ່າງເປັນລະບຽບຮຽບຮ້ອຍ ແລະທ່ວງທ່າທີ່ຈະສືບຕໍ່ເປີດກວ້າງການຜະລິດໄດ້, ເລີຍເວົ້າວ່າ: ເອົາລະ, ຈະປ່ອຍເງິນກູ້ 20.000 ຢວນ ເປັນເງິນສົດໃຫ້ເຈົ້າກ່ອນ, ເຈົ້າໄປຊື້ເຜິ້ງມາແລ້ວແຈ້ງໃຫ້ຂ້ອຍຮັບຮູ້ນໍາ, ຂ້ອຍຈະມາກວດເບິ່ງອີກ. ຖ້າເປັນແນວນັ້ນແທ້, ກໍຈະປ່ອຍເງິນກູ້ໃຫ້ຕື່ມອີກ 30.000 ຢວນ.

ຂ້ອຍເອົາເງິນສົດ 20.000 ຢວນນີ້ໄປຊື້ແມ່ເຜິ້ງອີກງວດໜຶ່ງ. ພະນັກງານປ່ອຍເງິນກູ້ມາກວດເບິ່ງແລ້ວເວົ້າວ່າ: ເກັ່ງແທ້. ແລ້ວກໍໄດ້ປ່ອຍເງິນກູ້ 30.000 ຢວນໃນທັນທີ. ບາດນີ້, ໂຮງລ້ຽງເຜິ້ງຂອງຂ້ອຍມີຂະໜາດໃຫຍ່ຂຶ້ນ ໂດຍໄດ້ເພີ່ມຂຶ້ນເປັນ 50-60 ຫີບ.