ອາຈານຫຼີ, ຂ້ອຍເປັນຄົນບ້ານປານລີ້(ບ້ານໝາກກໍ່)ທີ່ຢູ່ໃກ້ຄຽງ, ບ້ານພວກເຮົາກັບບ້ານສິບແປດຖ້ຳ ກໍຂຶ້ນກັບຕາແສງດຽວກັນ.
ໃນຍາມເປັນເດັກນ້ອຍຍັງຈື່ໄດ້ວ່າ, ຂ້ອຍເຄີຍມາບ້ານແຫ່ງນີ້, ເບິ່ງບ່ອນໃດກໍເປ່ເພ ຫຼ້າຫຼັງຫຼາຍ. ຕອນນັ້ນແມ່ນຍ່າງເຂົ້າມາ ເພາະຍັງບໍ່ທັນມີທາງລົດແລ່ນໄດ໋. ຊາວບ້ານນີ້ອອກໄປຕະຫຼາດນັດຢູ່ນອກຕ້ອງຖືເກີບສໍາຮອງໄປອີກໜຶ່ງຄູ່, ເພາະວ່າຢູ່ຕາມທາງເຕັມໄປດ້ວຍດິນຕົມ; ຖ້າຢາກຮັກສາພາບພົດທີ່ດີໃນຕະຫຼາດນັດ ກໍຕ້ອງກຽມເກີບໄປປ່ຽນ. ເມື່ອຍ່າງໃກ້ຈະຮອດແຄມທາງຫຼວງແລ້ວ, ເຂົາເຈົ້າກໍປົດເກີບທີ່ຕິດຕົມໄວ້ຢູ່ແຄມທາງ ແລ້ວປ່ຽນເກີບສະອາດໄປຕະຫຼາດ. ຫຼັງຈາກກັບມາແຕ່ຕະຫຼາດແລ້ວ, ຮອດບ່ອນນີ້ກໍປ່ຽນເກີບເກົ່າຄືນ. ນີ້ກໍຄືຄວາມຊົງຈຳຂອງຂ້ອຍທີ່ມີຕໍ່ບ້ານສິບແປດຖ້ຳນັ້ນແຫຼະ.
ແຕ່ຕອນມາເຂົ້າຮ່ວມກິດຈະກຳເທື່ອນັ້ນ, ຂ້ອຍຮູ້ສຶກປະທັບໃຈຫຼາຍ ເພາະຢູ່ແຫ່ງນີ້ໄດ້ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມື. ໄດ້ມີເສັ້ນທາງຊີມັງກວ້າງໆ, ລົດສາມາດແລ່ນເຂົ້າບ້ານໄດ້ໂດຍກົງໄດ້ເລີຍ. ຢູ່ຕາມທາງນ້ອຍຕ່າງໆໃນບ້ານກໍໄດ້ປູແຜ່ນຫີນ, ເຮືອນແຕ່ລະຄອບຄົວກໍໄດ້ມີການສ້ອມແປງໃຫ້ມີໂສມໜ້າໃໝ່ອ່ຽມ. ສຳລັບນ້ຳປະປາ, ອິນເຕີເນັດ ແລະອື່ນໆກໍມີແລ້ວ, ໄດ້ພັດທະນາຫຼາຍກວ່າບ້ານຂ້ອຍ. ໃນຄວາມເປັນຈິງແລ້ວ, ຕອນທີ່ຂ້ອຍຍັງບໍ່ທັນສົນໃຈນຳທ້າວໂຫຼງຊ່ຽນລານ ແຕ່ກໍຖືກໃຈນຳບ້ານເຂົາເຈົ້າແລ້ວ ແລະຢາກດຳລົງຊີວິດຢູ່ໃນບ້ານນີ້. ຕໍ່ມາ, ຂ້ອຍໄດ້ພົບກັບລາວ. ໂຫຼງຊ່ຽນລານເປັນຄົນໜ້າຕາດີແທ້ໄດ໋, ຈົນຂ້ອຍຮູ້ສຶກນ້ອຍໜ້າລາວ. ເຖິງວ່າລາວບໍ່ຊ່າງປາກເວົ້າ ແຕ່ກໍເປັນຄົນຊື່ສັດ. ລາວບອກວ່າ ແຕ່ກ່ອນລາວເປັນຄົນຂີ້ເຫຼົ້າ, ເປັນຄົນທຸກຍາກ. ແຕ່ດຽວນີ້ໄດ້ປ່ຽນເປັນຄົນລະຄົນ ຄື ໄດ້ຢຸດເຊົາມືນເມົາ ແລະຍັງໄດ້ເລີ່ມລ້ຽງເຜິ້ງອີກ. ຄິດວ່າເປັນຜູ້ບ່າວທີ່ມີຈຸດສົນໃຈຫຼາຍຢ່າງຫັ້ນລະ.
ອາດເວົ້າໄດ້ວ່າ, ຂ້ອຍກໍສົນໃຈລາວ ຕັ້ງແຕ່ຕອນເລີ່ມຕົ້ນພຸ້ນແລ້ວ.
ລາວເວົ້າສູ່ຟັງວ່າ: ແຕ່ກ່ອນກໍເຄີຍມີຄົນແນະນຳຜູ້ສາວໃຫ້ ແຕ່ເມື່ອໄດ້ຍິນວ່າ ລາວເປັນຄົນຂີ້ເຫຼົ້າກໍໜີໄປເລີຍ. ຄົນອື່ນເຄີຍໝິ່ນປະໝາດລາວ ເພາະລາວບໍ່ມີເງິນ, ເປັນຄົນທຸກຍາກ. ລາວກໍບໍ່ມີວິທີແກ້ໄຂ, ລາວກໍຢາກພະຍາຍາມເຮັດວຽກເພື່ອສ້າງລາຍໄດ້ ແຕ່ຄົນອື່ນບໍ່ຍອມໃຫ້ໂອກາດ. ພໍເຫັນລາວເປັນແບບນີ້ກໍໜີໄປເລີຍ. ລາວເວົ້າວ່າ: ລາວກໍບໍ່ມີເປົ້າໝາຍທີ່ໃຫຍ່ໂຕອີ່ຫຍັງດອກ ພຽງແຕ່ຢາກພະຍາຍາມປ່ຽນແປງຕົນເອງ ແລະຢາກຊອກຫາໃຜຜູ້ໜຶ່ງທີ່ບໍ່ປະໝາດຕົນເອງ ແລ້ວກໍຈະປະຕິບັດຕໍ່ຄົນຜູ້ນັ້ນເປັນຢ່າງດີ. ຂ້ອຍຕອບວ່າ: ຖ້າລາວຢາກພະຍາຍາມປ່ຽນແປງຕົນເອງແທ້, ເຮົາສອງຄົນກໍສາມາດສ້າງສາຍສຳພັນຕໍ່ກັນໄປໄດ້.
ແຕ່ວ່າ ພວກເຮົາໄດ້ພົບຄວາມກົດດັນຈາກພາຍນອກ.
ພໍ່ແມ່ຂອງຂ້ອຍພໍຮູ້ວ່າ ຂ້ອຍຄົບຫາກັບທ້າວໂຫຼງຊ່ຽນລານ ເພິ່ນກໍສະແດງຄວາມຄັດຄ້ານຢ່າງເດັດຂາດ. ພໍ່ແມ່ວ່າ ທ້າວໂຫຼງຊ່ຽນລານເປັນຄົນຂີ້ເຫຼົ້າທີ່ມີຊື່ສຽງ, ເມົາຢູ່ບ່ອນໃດກໍນອນຢູ່ບ່ອນນັ້ນເລີຍ. ທຸກຄົນຂອງບ້ານອ້ອມຂ້າງໃຜໆກໍຮູ້ຈັກຄົນຜູ້ນີ້, ໃນຄອບຄົວຂອງລາວເຫຼືອແຕ່ລາວຜູ້ດຽວ, ບໍ່ມີອ້າຍນ້ອງ, ເປັນຄົນທຸກຍາກທີ່ສຸດ.
ຂ້ອຍຕອບວ່າ: ດຽວນີ້, ລາວປ່ຽນແປງຕົນເອງໃຫ້ເປັນຄົນລະຄົນແລ້ວ, ບໍ່ໄດ້ເມົາເຫຼົ້າອີກແລ້ວ ທັງໄດ້ເລີ່ມລ້ຽງເຜິ້ງ ແລະ ສາມາດສ້າງລາຍຮັບດ້ວຍຕົນເອງໄດ້. ຂໍໃຫ້ພໍ່ແມ່ຈົ່ງເຊື່ອໝັ້ນລາວແດ່!
ແມ່ເວົ້າວ່າ: ຖ້າເມື່ອໃດລາວກັບຄືນສູ່ສະພາບເກົ່າ, ລູກຈະເຮັດແນວໃດ?
ຂ້ອຍຕອບວ່າ: ລາວໄດ້ກາຍເປັນຄົນດີແລ້ວ, ໄດ້ກ້າວສູ່ເສັ້ນທາງຖືກຕ້ອງ, ແນ່ນອນແລ້ວ ຈະນັບມື້ນັບດີຂຶ້ນຕື່ມອີກ.
ບໍ່ວ່າຂ້ອຍເວົ້າແນວໃດກໍຕາມ, ພໍ່ແມ່ຍັງຄົງຄັດຄ້ານຢ່າງເດັດຂາດ.
ພໍ່ເວົ້າວ່າ: ລະວັງ! ລາວເມົາເຫຼົ້າແລ້ວຈະຕີລູກເດີ້.
ແມ່ເວົ້າວ່າ: ລາວບໍ່ມີຄອບຄົວ, ບໍ່ມີວຽກເຮັດງານທຳ, ບໍ່ມີພໍ່ແມ່ ແລະກໍບໍ່ມີອ້າຍນ້ອງຊ່ວຍເຫຼືອລາວ. ແມ່ບໍ່ໃຫ້ລູກສ້າງຄອບຄົວກັບລາວຢ່າງເດັດຂາດ.
ເຖິງວ່າ ພໍ່ແມ່ຈະຄັດຄ້ານແນວໃດກໍຕາມ ແຕ່ຂ້ອຍຖືກໃຈກັບລາວ ແລະຕັດສິນໃຈວ່າ ຕ້ອງຢູ່ຮ່ວມກັບລາວຢ່າງເດັດຂາດ.
ຂ້ອຍກັບພໍ່ແມ່ ລ້ວນແຕ່ມີທ່າທີທີ່ເດັດຂາດ.
ເພື່ອສະແດງຄວາມເດັດຂາດຂອງຂ້ອຍເອງ ທັງເພື່ອໃຫ້ພໍ່ແມ່ຍອມຮັບ, ຂ້ອຍກໍໄດ້ຍ້າຍມາຢູ່ບ້ານສິບແປດຖ້ຳເລີຍ. ກໍຄືເນື້ອເພງພື້ນເມືອງລະບຸໄວ້ວ່າ: ພູສູງບໍ່ສາມາດກັນເມກໄວ້ ຕົ້ນໄມ້ບໍ່ສາມາດກັນກະແສລົມໄວ້, ເທວະດາກໍບໍ່ສາມາດກັນຄວາມຄິດຮອດຄິດເຖິງຂອງຄົນໄດ້.