ກອງປະຊຸມສຸດຍອດອາຊຽນຄັ້ງທີ 42 ຈັດຂຶ້ນຢູ່ອິນໂດເນເຊຍ

2023-05-10 15:07:22 cri


ຕອນເຊົ້າວັນທີ10ພຶດສະພານີ້,ກອງປະຊຸມສຸດຍອດອາຊຽນຄັ້ງທີ42ຈັດຂຶ້ນຢູ່ແຂວງນູຊາຕັງກາຣາຕາເວັນອອກຂອງອິນໂດເນເຊຍ.


ອິນໂດເນເຊຍແຈ້ງໃຫ້ຮູ້ວ່າ:ໂດຍຜະເຊີນໜ້າກັບສະພາບການສາກົນທີ່ສັບສົນແລະສະພາບ ຄວາມເຄັ່ງຕຶງທາງການເມືອງຢູ່ພາກພື້ນ, ອິນໂດເນເຊຍຈະອອກແຮງເຮັດໃຫ້ອາຊຽນກາຍເປັນພາກພື້ນທີ່ມີສະຖຽນລະພາບແລະສັນຕິພາບ. ນອກຈາກນີ້, ກອງປະຊຸມສຸດຍອດຄັ້ງນີ້ຈະສຸມໃສ່ໃຫ້ຄວາມສົນໃຈຕໍ່ການພັດທະນາເສດຖະກິດຢູ່ອາຊຽນ,ຊຸກຍູ້ໃຫ້ເສດຖະກິດເຕີບໂຕຢ່າງຍາວນານ,ກວມລວມແລະຍືນຍົງ.ສະນັ້ນ,ອາຊຽນຕ້ອງສ້າງຕັ້ງລະບົບສາທາລະນະສຸກພາກພື້ນທີ່ໝັ້ນຄົງ,ປ້ອງກັນຄວາມໝັ້ນຄົງດ້ານທັນຍາຫານແລະພະລັງງານ,ແລະຮັກສາສະຖຽນລະພາບດ້ານການເງິນ.


ອິນໂດເນເຊຍຍັງເນັ້ນໜັກເຖິງການເພີ່ມທະວີຄວາມສາມາດແລະປະສິດທິຜົນຂອງອາຊຽນ, ເຮັດໃຫ້ອາຊຽນມີກຳລັງແກ້ງແຍ້ງຫຼາຍກວ່າເກົ່າ ເພື່ອຮັບມືກັບສິ່ງທ້າທາຍໃນອີກ20ປີຂ້າງໜ້າ.