ນ້ຳເຜິ້ງຈິ່ນລານ ພາກ​ທີ 2

2023-05-10 17:04:30 CRI


ຕໍ່ແຕ່ນັ້ນມາ, ໂຫຼງຊ່ຽນລານກໍບໍ່ເມົາເຫຼົ້າອີກແລ້ວ.

ຂ້ອຍກໍໄດ້ບອກທຸກຄົນວ່າ: ຊ່ຽນລານແມ່ນນ້ອງຊາຍຂ້ອຍ, ຖ້າຜູ້ໃດໝິ່ນປະໝາດ ແລະເອີ້ນລາວວ່າ “ຂີ້ເຫຼົ້າ” ຂ້ອຍຈະບໍ່ຍອມຮັບເດັດຂາດ.

ພວກຊາວບ້ານຟັງແລ້ວ, ກໍກຶ້ງຕາໃຫຍ່ໆ ໃນທໍານອງບໍ່ເຂົ້າໃຈ.

ແນ່ນອນແລ້ວ, ການຊ່ວຍເຫຼືອໂຫຼງຊ່ຽນລານໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ກໍກາຍເປັນວຽກງານທີ່ສຳຄັນອີກຢ່າງໜຶ່ງ ນອກຈາກວຽກປະຈໍາບ້ານຂອງຂ້ອຍ.

ທ້າວໂຫຼງຊ່ຽນລານເປັນຊາວໜຸ່ມ, ຖ້າເຮັດພຽງແຕ່ວຽກເລັກໆໜ້ອຍໆກໍບໍ່ເປັນ, ຕ້ອງຊ່ວຍລາວສ້າງຜົນງານໃຫ້ຫຼາຍຂຶ້ນ.

ທໍາອິດ, ຂ້ອຍໄດ້ຊ່ວຍລາວເປີດຮ້ານຂາຍປາ, ທັງລ້ຽງປາ ແລະຂາຍປາພ້ອມ. ຂ້ອຍຍັງໄດ້ລະດົມໃຫ້ເມຍ ແລະຍາດພີ່ນ້ອງພາກັນໄປຊື້ປານຳລາວ. ແຕ່ທ້າວໂຫຼງຊ່ຽນລານບໍ່ມີພອນສະຫວັນດ້ານການຄ້າຂາຍ ຄື ບໍ່ຊ່າງໂອ້ລົມ. ບໍ່ດົນຮ້ານຂາຍປາກໍໄດ້ຢຸດເຊົາ.

ຂ້ອຍຄົ້ນຄິດຢ່າງໜັກວ່າ ຈະໃຫ້ລາວເຮັດຫຍັງດີ. ຂະນະທີ່ຄົ້ນຄິດຢູ່ນັ້ນ, ບັງເອີນມີແມງເຜີ້ງໂຕໜຶ່ງບິນມາໃສ່ໜ້າຂ້ອຍ, ອາດເປັນເພາະວ່າແມງເຜີ້ງຈະເກັບນ້ຳຫວານ ແລະເກັບນ້ຳເກືອ, ເຫື່ອຢູ່ເທິງໜ້າຂ້ອຍກໍມີທາດເກືອ. ຂ້ອຍຟ້າວຫຼີກໄປທາງອື່ນ ແລ້ວເກີດມີຄວາມຄິດຂຶ້ນມາວ່າ: ເອີ່! ໃຫ້ທ້າວໂຫຼງຊ່ຽນລານຮຽນລ້ຽງເຜີ້ງກ່ອນ ຄືຊິໄດ້ຢູ່ເນາະ?

ປະຊາຊົນເຜົ່າມົ້ງຮູ້ລ້ຽງເຜິ້ງມາແຕ່ບູຮານນະການ ຄື ຕັດໄມ້ໃຫ້ເປັນທ່ອນ ແລ້ວຄັວດເປັນໂກນ ຫຼື ເອົາກະຢັ້ງ  ແລ້ວທາດິນຕົມໃສ່ ແລະຈົ່ງຮູໄວ້. ຈາກນັ້ນກໍເອົາກຸບອັດຢູ່ເທິງ ແລ້ວເອົາໄປວາງໄວ້ຢູ່ກ້ອງຫຼັງຄາເຮືອນ ຫຼື ຊ່ອງຫວ່າງຜາຫີນ ເພື່ອໃຫ້ແມ່ເຜີ້ງທຽວໄປມາໄດ້ຢ່າງສະດວກ. ຖ້າລ້ຽງເຜີ້ງແບບກະແຈກກະຈາຍຄືແນວນີ້ກໍຈະບໍ່ໄດ້ກຳໄລຫຼາຍປານໃດ. ຖ້າໃຫ້ໂຫຼງຊ່ຽນລານສ້າງໂຮງລ້ຽງເຜີ້ງຂະໜາດໃຫຍ່, ນ້ຳເຜີ້ງທຳມະຊາດທີ່ເກັບມາຈາກພູດອຍຈະບໍ່ຕ້ອງເປັນຫ່ວງນຳຕະຫຼາດເລີຍ. ເຖິງຈະເວົ້າບໍ່ເກັ່ງກໍບໍ່ເປັນຫຍັງ, ເປັນຫ່ວງພຽງແຕ່ວ່າ ຜົນການຜະລິດຈະບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດເທົ່ານັ້ນແຫຼະ.

ຂ້ອຍໄດ້ສະເໜີຄວາມເຫັນໃຫ້ກັບໂຫຼງຊ່ຽນລານ, ລາວຟັງແລ້ວກໍຕົບມືເຫັນດີ, ແຕ່ລາວກໍຍັງເປັນຫ່ວງວ່າ: ນ້ອງຈະຮຽນນຳໃຜເນາະ? ອີກຢ່າງໜຶ່ງ ຕົ້ນທຶນກໍບໍ່ມີ.

ຂ້ອຍເວົ້າວ່າ: ອ້າຍໄດ້ຊອກຫາຜູ້ທີ່ຈະເປັນອາຈານໄວ້ແລ້ວ. ສຳລັບເລື່ອງຕົ້ນທຶນ ນ້ອງກໍບໍ່ຕ້ອງເປັນຫ່ວງ. ເຖິງຈະມີແຕ່ເຂົ້າໜົມກ້ອນດຽວ ອ້າຍກໍຈະແບ່ງເຄິ່ງໜຶ່ງໃຫ້ນ້ອງ!

ຂ້ອຍເປັນຜູ້ອອກທຶນໃຫ້ເອງ ແລະມອບໂຫຼງຊ່ຽນລານໃຫ້ເປັນລູກສິດຂອງຜູ້ລ້ຽງເຜີ້ງອາຊີບຢູ່ຕາແສງໃກ້ຄຽງ ທັງໄດ້ຈັດຊື້ຫີບລ້ຽງເຜີ້ງ ແລະອຸປະກອນອື່ນໆ. ໂຫຼງຊ່ຽນລານເຖິງຈະເວົ້າບໍ່ເກັ່ງ ແຕ່ກໍເປັນຄົນສະຫຼາດ. ຫຼັງຈາກຮຽນຈົບແລ້ວ, ໃນປີທຳອິດ ລາວໄດ້ລ້ຽງເຜີ້ງຈຳນວນ 4 ຫີບ ແລະໄດ້ກຳໄລ 5 ພັນກວ່າຢວນ. ລາວດີໃຈຫຼາຍ ແລະຄິດວ່າຈະສົ່ງຄືນຕົ້ນທຶນໃຫ້ຂ້ອຍໃນທັນທີ. ຂ້ອຍຕອບວ່າ: ສົ່ງຄືນດຽວນີ້ເຮັດຫຍັງ, ເບິ່ງເຮືອນເກົ່ານ້ອງນີ້ ລົມລ່ວງ ທັງຝົນຮົ່ວອີກ. ຂ້ຽວປົວແປງໃໝ່ແລ້ວສ້າງຄອບຄົວສາ, ນ້ອງຢາກເປັນໂສດຕະຫຼອດຊີວິດຫວາ.

ອາຍຸໂຫຼງຊ່ຽນລານໃກ້ຈະຮອດ 30 ປີແລ້ວ ແຕ່ຍັງບໍ່ທັນສ້າງຄອບຄົວເທື່ອ. ຢູ່ບ້ານສິບແປດຖ້ຳ, ຄົນໂສດຄືລາວນີ້ກໍຍັງມີຈຳນວນຫຼາຍ, ເຮັດໃຫ້ໜ່ວຍງານຫຼຸດຜ່ອນຄວາມທຸກຍາກເປັນຫ່ວງຕະຫຼອດມາ. ຕາມຄວາມເຂົ້າໃຈຂອງຄົນຈີນແລ້ວ, ຈະສ້າງຄອບຄົວກ່ອນຈຶ່ງສ້າງຜົນງານຕາມຫຼັງ. ຢູ່ຊົນນະບົດ, ຖ້າບໍ່ໄດ້ສ້າງຄອບຄົວ ກໍອາດຈະບໍ່ມີເປົ້າໝາຍອັນຍາວໄກ ແລະມັກຈະປ່ອຍປະລະເລີຍ. ຢາກຫຼຸດຜ່ອນຄວາມທຸກຍາກ ກໍຕ້ອງສ້າງຄອບຄົວ, ຖ້າບໍ່ມີຄອບຄົວຈິດໃຈກໍບໍ່ມີຄວາມສະຫງົບ. ເຊັ່ນວ່າ ປີນີ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ ປີໜ້າກໍອາດຈະກັບຄືນສູ່ຄວາມທຸກຍາກອີກຄັ້ງໃໝ່. ສະນັ້ນ, ໃນບ້ານສິບແປດຖ້ຳນີ້ ໜ່ວຍງານຫຼຸດຜ່ອນຄວາມທຸກຍາກຈຶ່ງໄດ້ຈັດກິດຈະກຳຜູກສາຍແນນ 4 ຄັ້ງ ເພື່ອດຶງດູດໃຫ້ບ່າວ-ສາວໄດ້ມາພົບກັນ.

ໃນກິດຈະກຳຜູກສາຍແນນຄັ້ງທຳອິດ, ຂ້ອຍໄດ້ດຶງເອົານ້ອງຊາຍໂຫຼງຊ່ຽນລານເຂົ້າຮ່ວມງານ ທັງເປັນເຈົ້າການເປັນ “ແມ່ສື່”ໃຫ້ລາວຢ່າງເອົາຈິງເອົາຈັງ.

ໃນເວລາທີ່ສຳຄັນນີ້, ໂຫຼງຊ່ຽນລານໄດ້ຜ່ານຜ່າຂໍ້ບົກຜ່ອງທີ່ວ່າ ເວົ້າບໍ່ເກັ່ງ ແລະສາມາດຊອກຄູ່ໄດ້ພາຍໃຕ້ການຊ່ວຍເຫຼືອຂອງຂ້ອຍ.

ແນ່ນອນແລ້ວ, ເຮັດແບບນີ້ ກໍເປັນຂະບວນການທີ່ລະອິດລະອ້ຽວ.

 

ເມື່ອເລົ່າມາເຖິງຈຸດນີ້, ທ່ານໂຫຼງຊິ້ວຫຼິນຫົວຂຶ້ນ ແລະຖາມວ່າ: ອາຈານຫຼີ, ທ່ານຢາກຟັງເລື່ອງຜູກສາຍແນນນີ້ບໍ່?

ຂ້ອຍຕອບວ່າ: ຫົວໜ້າໂຫຼງ, ຂ້ອຍຢາກຟັງແທ້.

ທ່ານໂຫຼງຊິ້ວຫຼິນເວົ້າວ່າ: ຂ້ອຍເປັນຫົວໜ້າໜ່ວຍງານນີ້, ອາດຈະເລົ່າບໍ່ມ່ວນ. ມື້ນີ້, ຂ້ອຍຈະພາບ່າວສາວຄູ່ນີ້ມາ, ໃຫ້ເຂົາເຈົ້າເລົ່າສູ່ຟັງເອງ, ຄິດວ່າຈະມ່ວນກວ່າໄດ໋.

ຂ້ອຍເວົ້າວ່າ: ຄັນຊັ້ນກໍຕົກລົງຕາມນີ້ເນາະ.

ທ່ານໂຫຼງຊິ້ວຫຼິນຕອບວ່າ: ຕົກລົງ.