ນອກຈາກຊື້ແມ່ເຜິ້ງແລ້ວ, ຍັງສາມາດແບ່ງແມ່ເຜິ້ງອອກມາຢູ່ໃນຫີບຕ່າງຫາກດ້ວຍຕົນເອງໄດ້ອີກ. ເປັນຈັ່ງຊັ້ນລະ, ແມ່ເຜິ້ງກໍນັບມື້ນັບເພີ່ມຂຶ້ນ, ຂ້ອຍກໍມີຊື່ສຽງໂດ່ງດັງຢູ່ໃນບ້ານສິບແປດຖ້ຳ.
ຫົວໜ້າໂຫຼງເວົ້າກັບຂ້ອຍວ່າ: ຊ່ຽນລານ, ນ້ອງໄດ້ສ້າງກິດຈະການເປັນຂອງຕົນເອງແລ້ວ ຕໍ່ໄປກໍຄວນສ້າງຄອບຄົວສາ. ອາຍຸນ້ອງກໍສົມຄວນແລ້ວ, ຖ້າອາຍຸສູງຂຶ້ນກວ່ານີ້ ຜູ້ສາວກໍຈະບໍ່ເອົາແຫຼ້ວ.
ໃນເວລານັ້ນ, ຂ້ອຍມີອາຍຸ 28-29 ປີ, ຢູ່ບ້ານເຮົາກໍຖືວ່າເປັນຊາວໜຸ່ມທີ່ມີອາຍຸສູງສົມຄວນແລ້ວ. ຢູ່ແຖວນີ້ມີຜູ້ທີ່ສ້າງຄອບຄົວໄວ, ບາງຄົນອາຍຸ 18-19 ປີກໍເປັນພໍ່ແລ້ວ. ສຳລັບຜູ້ທີ່ກາຍເປັນພໍ່ຄົນໃນອາຍຸ 20 ກວ່າປີ ກໍຖືວ່າເປັນເລື່ອງປົກກະຕິ.
ໃນຕອນນັ້ນ, ຜູ້ບ່າວທີ່ມີອາຍຸສູງໃນບ້ານມີຈຳນວນບໍ່ໜ້ອຍ. ເພື່ອແກ້ໄຂບັນຫາການສ້າງຄອບຄົວໃຫ້ເຂົາເຈົ້າ, ໜ່ວຍງານໄດ້ເຮັດວຽກທີ່ດີຢ່າງໜຶ່ງ ຄື ໄດ້ຈັດກິດຈະກຳ ຜູກສາຍແນນບ່າວສາວ ໂດຍເຊື້ອເຊີນຜູ້ສາວຂອງບ້ານຕົນ ແລະບ້ານໃກ້ຄຽງມາເຂົ້າຮ່ວມ. ຈັດເທື່ອທຳອິດ, ຫົວໜ້າໂຫຼງກໍໄດ້ເອີ້ນຂ້ອຍໄປດ້ວຍຄວາມໃສ່ໃຈວ່າ: ນ້ອງຕ້ອງເປັນເຈົ້າການເດີ້! ຖ້າມີຜູ້ສາວຖືກໃຈນ້ອງແລ້ວ ຕອນກິນລ້ຽງໂຕະຍາວ, ນ້ອງຕ້ອງຄີບອາຫານ ແລະຫຍິ້ນເຫຼົ້າໃຫ້ຜູ້ສາວແດ່. ນີ້ຄືໂອກາດທີ່ສຳຄັນ, ນ້ອງຕ້ອງຮຽນຮູ້ປາກຫວານເດີ້.
ໃນມື້ທີ່ຈັດກິດຈະກຳຜູກພັນບ່າວສາວນັ້ນ ມີບັນຍາກາດຄຶກຄື້ນຫຼາຍ. ຜູ້ສາວຫຼາຍຄົນຈາກບ້ານໃກ້ຄຽງໄດ້ມາເຂົ້າຮ່ວມ. ບ່າວໂສດໃນບ້ານຕົນເອງກໍມາໝົດທຸກຄົນເລີຍ. ຄະນະກຳມະການບ້ານໄດ້ພາພວກບ່າວໆສາວໆໄປທ່ຽວຊົມການພັດທະນາຂອງບ້ານສິບແປດຖ້ຳກ່ອນ ແລ້ວກໍກຽມກິນລ້ຽງໂຕະຍາວ ເຊິ່ງມີກະຕິກາ ຄື ຖ້າມີເປົ້າໝາຍທີ່ຖືກໃຈແລ້ວ ກໍໃຫ້ບ່າວສາວນັ່ງແບບເຊິ່ງໜ້າກັນ, ທັງກິນທັງລົມກັນເພື່ອເພີ່ມຄວາມເຂົ້າໃຈກັນ.
ໃນເວລາທີ່ພິທີກອນແນະນຳຜູ້ເຂົ້າຮ່ວມກິດຈະກຳໝົດທຸກຄົນນັ້ນ, ເມື່ອຮອດທີຂ້ອຍແລ້ວ ຂ້ອຍກໍເວົ້າວ່າ: ຂ້ອຍບໍ່ຮູ້ຮ້ອງເພງ ແລະຟ້ອນລຳບໍ່ເປັນ ແຕ່ຂ້ອຍແຂງແຮງດີ; ຖ້າຜູ້ສາວຄົນໃດ ເປັນເມຍຂ້ອຍແລ້ວ ຈະມີຄວາມສຸກຕະຫຼອດຊີວິດ.
ເວົ້າຈົບແລ້ວຂ້ອຍກໍຢຶດພື້ນຢູ່ເທິງເວທີ ຮອດ 18 ເທື່ອເລີຍ, ໜ້າກໍບໍ່ແດງ, ເສົ່າກໍບໍ່ເສົ່າ. ນາງອູກໍສົນໃຈຂ້ອຍໃນຕອນນັ້ນເລີຍ.
ນາງຖືກໃຈຂ້ອຍ ແລະຂ້ອຍກໍຖືກໃຈນາງເຊັ່ນກັນ.
ໃນເວລາໄປທ່ຽວຊົມຜົນການສ້າງສາຂອງບ້ານສິບແປດຖ້ຳ, ພວກເຮົາສອງຄົນຕັ້ງແກ້ງຍ່າງຢູ່ສຸດທ້າຍ, ທັງຍ່າງທັງລົມກັນແບບລັບໆ ແລ້ວຄວາມຖືກໃຈກັນ ແລະ ຄວາມສະໜິດສະໜົມກັນກໍຍິ່ງເພີ່ມຂຶ້ນ.
ແຕ່ເມື່ອຮອດເວລາທີ່ກິນລ້ຽງໂຕະຍາວ, ພໍຄົນຫຼາຍຂຶ້ນກໍຊອກຫານາງບໍ່ເຫັນ. ອ້າວ! ຄືວ່າເປັນແບບນີ້.
ບ່າວສາວທີ່ຖືກໃຈກັນລ້ວນແຕ່ໄດ້ນັ່ງເຊິ່ງໜ້າກັນຮຽບຮ້ອຍແລ້ວ ແຕ່ບ່ອນນັ່ງທີ່ຢູ່ຕໍ່ໜ້າຂ້ອຍພັດບໍ່ມີຄົນນັ່ງ. ຂ້ອຍຮູ້ສຶກເສຍດາຍຫຼາຍ ແລະສົງໄສວ່າ: ນາງໄປໃສລະນໍ? ຄວາມສະໜິດສະໜົມກັນໃນເມື່ອກີ້ນີ້ມັນເປັນຄວາມຈິງຢູ່ບໍ?
ຕອນນັ້ນ, ມີແມ່ຕູ້ຜູ້ຕຸ້ຍໆຄົນໜຶ່ງທີ່ມາຈາກບ້ານໃກ້ຄຽງນີ້ລະ ແລະບໍ່ຮູ້ກະຕິກາໄດ້ມານັ່ງລົງຢູ່ຕໍ່ໜ້າຂ້ອຍ ແລ້ວຍັງຖາມອີກວ່າ: ບ່ອນນີ້ ມີຄົນນັ່ງລະບໍ?
ຂ້ອຍຕອບໄດ້ແຕ່ຄໍາດຽວວ່າ: ບໍ່ມີ. ເມື່ອເຫັນແມ່ຕູ້ຜູ້ຕຸ້ຍໆທີ່ນັ່ງຢູ່ຟາກນັ້ນ, ຍັງບໍ່ທັນກິນລ້ຽງ ຂ້ອຍກໍຮູ້ສຶກວ່າອີ່ມແລ້ວ.
ຄວາມເວົ້າຕະຫຼົກຂອງທ້າວໂຫຼງຊ່ຽນລານເຮັດໃຫ້ຂ້ອຍ ແລະ ນາງອູຫົວຂຶ້ນ. ໃນຂະນະນີ້, ໂທລະສັບມືຖືຂອງທ້າວໂຫຼງຊ່ຽນລານດັງຂຶ້ນ ແລະເລັ່ງໃຫ້ລາວໄປເຂົ້າຮ່ວມກອງປະຊຸມແລ້ວ.
ລາວເວົ້າຕໍ່ວ່າ: ເອົາລະ! ທໍ່ນີ້ກ່ອນສາ, ຕ້ອງໄປປະຊຸມແລ້ວ.
ຫຼັງຈາກນັ້ນ, ທ້າວໂຫຼງຊ່ຽນລານກໍຄອບລາໄປ, ນາງອູກໍເວົ້າຕໍ່ວ່າ:
ຮາໆ, ອາຈານຫຼີ! ທີ່ຈິງແລ້ວມື້ນັ້ນ, ຂ້ອຍກໍບໍ່ໄດ້ເຂົ້າຮ່ວມງານລ້ຽງໂຕະຍາວອີ່ຫຼີ.
ຍ້ອນຫຍັງແມ່ນບໍ? ເພາະວ່າມື້ນັ້ນ, ຂ້ອຍລັກມາເຂົ້າຮ່ວມກິດຈະກຳ ແລະບໍ່ໄດ້ບອກໃຫ້ພໍ່ແມ່ຮູ້ກ່ອນ. ຕອນນັ້ນຂ້ອຍເຫັນ ໂທລະພາບເມືອງພວມກຽມຖ່າຍວີດີໂອງານລ້ຽງໂຕະຍາວ, ຂ້ອຍເປັນຫ່ວງວ່າ ພໍ່ແມ່ຈະເຫັນຂ້ອຍໃນລາຍການໂທລະພາບໃນຕອນຄ່ຳ, ຂ້ອຍເລີຍໜີອອກໄປເລີຍ.
ໃນທີ່ສຸດ, ຂ້ອຍກໍໜີບໍ່ມົ້ມ ເພາະທາງສະຖານີໂທລະພາບໄດ້ຕິດຕາມຖ່າຍທຳລາຍການໄປຕະຫຼອດກິດຈະກຳ.
ພໍ່ແມ່ເຫັນໜ້າຂ້ອຍແລ້ວເລີຍຮ້າຍໃສ່ວ່າ: ອີ່ນີ້ ຢ້ານບໍ່ໄດ້ຜົວຫວາ? ໄປພົບຜູ້ບ່າວຢູ່ພຸ້ນ, ຄືວ່າເຮັດເສຍໜ້າເສຍຕາແທ້!