ເຈົ້າໜ້າທີ່ອິນໂດເນເຊຍກ່າວວ່າ: ສາຍພົວພັນອາຊຽນ-ຈີນມີຄວາມແໜ້ນແຟ້ນແມ່ນສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງຝ່າຍ

2023-05-11 14:44:36 cri

 

    ຕອນບ່າຍວັນທີ 10 ພຶດສະພານີ້, ໃນໄລຍະຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 42, ທ່ານຊານເດຍກາ ອູໂນ ລັດຖະມົນຕີກະຊວງທ່ອງທ່ຽວ ແລະ ເສດຖະກິດປະດິດສ້າງອິນໂດເນເຊຍໄດ້ຈັດກອງປະຊຸມຖະແຫຼງຂ່າວ, ໂດຍທ່ານກ່າວວ່າ: ຈີນແມ່ນຄູ່ຮ່ວມການຄ້າ ແລະ ການລົງທຶນໃຫຍ່ທີ່ສຸດຂອງອາຊຽນ, ສອງຝ່າຍຕ້ອງສະແຫວງຫາການຮ່ວມມືທີ່ດີກວ່າເກົ່າ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ. ສາຍພົວພັນອາຊຽນ-ຈີນມີຄວາມແໜ້ນແຟ້ນກວ່າເກົ່າແມ່ນສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງຝ່າຍ, ທັງມີຜົນດີຕໍ່ໂລກເຊັ່ນດຽວກັນ.