CIA ຫວ່ານແນວພັນ “ຄວາມປັ່ນປ່ວນ” ແລະເກັບກ່ຽວໝາກຜົນຂອງການປະຕິວັດສີ

2023-05-11 09:51:48 cri

ເມື່ອບໍ່ດົນມານີ້, ສູນຮັບມືສຸກເສີນໄວຣັດຄອມພິວເຕີແຫ່ງຊາດຈີນ ແລະບໍລິສັດຄວາມປອດໄພອິນເຕີເນັດ 360 ຂອງຈີນ ໄດ້ເປີດເຜີຍບົດລາຍງານສະບັບໜຶ່ງ ໂດຍໄດ້ເຜີຍແບຄວາມຈິງທີ່ໜ້າຕື່ນຕົກໃຈ ຄື: ອົງການຂ່າວລັບສູນກາງອາເມຣິກາ ຫຼື CIA ນຳໃຊ້ອຸປະກອນອິນເຕີເນັດດຳເນີນ “ການປະຕິວັດສີ” ໃນທົ່ວໂລກແບບປິດລັບ.

ບົດລາຍງານສະແດງໃຫ້ເຫັນວ່າ: ໃນຫຼາຍສິບປີມານີ້, CIA ໄດ້ເຂົ້າຮ່ວມການເຄື່ອນໄຫວໂຄ່ນລົ້ມ ຫຼືເຈຕະນາໂຄ່ນລົ້ມລັດຖະບານ 50 ກວ່າປະເທດທີ່ຊອບດ້ວຍກົດໝາຍຂອງປະເທດອື່ນ. ໃນຫຼາຍປີມານີ້, ປະເທດ ແລະເຂດແຄວ້ນຈຳນວນບໍ່ໜ້ອຍໃນໂລກໄດ້ເກີດການປະຕິວັດສີ ເຊິ່ງຢູ່ເບື້ອງຫຼັງມີມືມືດອັນດຽວກັນ ນັ້ນກໍຄື CIA ຂອງອາເມຣິກາ.

CIA ເປັນອົງການຂ່າວລັບຂອງອາເມຣິກາ, ເປັນມືອາຊີບດ້ານຫວ່ານ “ແນວພັນ” ຂອງອາເມຣິກາ ແລະກໍເປັນຜູ້ຊ່ຽວຊານດ້ານການສ້າງຄວາມປັ່ນປ່ວນ. CIA ໄດ້ນຳໃຊ້ວິທີການຕ່າງໆ ເຊັ່ນ: ໃຫ້ການສະໜັບສະໜູນດ້ານເງິນທຶນແກ່ຝ່າຍຕໍ່ຕ້ານ, ເຝິກອົບຮົມບຸກຄົນເຄື່ອນໄຫວ, ປັ້ນແຕ່ງຫາງສຽງ, ຍຸແຫຍ່ການໃຊ້ຄວາມຮຸນແຮງ, ແຊກແຊງການເລືອກຕັ້ງ ແລະອື່ນໆ ເພື່ອ “ຫວ່ານແນວພັນ” ຄວາມປັ່ນປ່ວນຢູ່ໃນປະເທດ ແລະເຂດແຄວ້ນທີ່ເປັນເປົ້າໝາຍຂອງຕົນ, ຫຼັງຈາກນັ້ນລໍຖ້າໂອກາດທີ່ເໝາະສົມ ແລະເກັບກ່ຽວໝາກຜົນຂອງການປະຕິວັດສີ.

ແຜນການ “ຫວ່ານແນວພັນ” ຂອງ CIA ໄດ້ເຮັດໃຫ້ຫຼາຍປະເທດໃນໂລກ ເຊັ່ນ: ອີຣານ, ອັຟການິສະຖານ, ອູແກຣນ, ຊັອກຊີ, ເອຢິບ, ລີບີ, ຊີຣີ ແລະອື່ນໆ ເກີດຄວາມປັ່ນປ່ວນດ້ານການເມືອງ, ສັງຄົມແຕກແຍກ, ເສດຖະກິດຊຸດໂຊມລົງ ແລະປະຊາຊົນປະສົບຄວາມທຸກທໍລະມານ.

CIA ຫວັງຢາກໃຫ້ “ແນວພັນ” ເຫຼົ່ານີ້ເກີດໝາກຜົນຂອງການປະຕິວັດສີ, ນີ້ເປັນຄວາມຄິດທີ່ຊົ່ວຮ້າຍ ແລະເປັນໂທດກຳເຊັ່ນກັນ ເຊິ່ງບໍ່ພຽງແຕ່ໄດ້ລະເມີດກົດໝາຍສາກົນ ແລະຫຼັກການພື້ນຖານຂອງການພົວພັນສາກົນເທົ່ານັ້ນ, ຍັງໄດ້ເຜີຍແບພາບພົດອັນຊົ່ວຮ້າຍຂອງອາເມຣິກາທີ່ເປັນລັດທິເຈົ້າອຳນາດ, ລັດທິແຊກແຊງ ແລະສອງມາດຕະຖານນັ້ນ ຢູ່ຕໍ່ໜ້າປະຊາຊົນທົ່ວໂລກອີກດ້ວຍ.