ທ່ານສີຈິ້ນຜິງວາງແຜນແມ່ບົດວ່າດ້ວຍການພັດທະນາເຂດໃໝ່ສົງອ່ານດ້ວຍຄຸນນະພາບສູງ

2023-05-11 15:13:42 CRI



ວັນທີ 10 ພຶດສະພາ 2023, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງດ້ວຍລົດໄຟຄວາມໄວສູງໄປເຄື່ອນໄຫວສຳຫຼວດຄົ້ນຄວ້າຢູ່ເຂດໃໝ່ສົງອ່ານທີ່ຫ່າງຈາກນະຄອນຫຼວງປັກກິ່ງ 100 ກວ່າກິໂລແມັດ, ພ້ອມທັງໄດ້ເປັນປະທານຈັດກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການສ້າງເຂດໃໝ່ສົງອ່ານດ້ວຍມາດຕະຖານສູງ ແລະ ຄຸນນະພາບສູງ. ສິ່ງນີ້ໄດ້ເຮັດໃຫ້ປະເທດຕ່າງໆໃຫ້ຄວາມສົນໃຈເປັນຢ່າງສູງຕໍ່ກັບ “ແຜນແມ່ບົດຮອບພັນປີ ພາລະກິດສຳຄັນຂອງຊາດຈີນ”. ເປັນຫຍັງຈຶ່ງສ້າງເຂດໃໝ່ແຫ່ງໜຶ່ງຢູ່ໃກ້ກັບນະຄອນຫຼວງປັກກິ່ງ? ປັດຈຸບັນ ການກໍ່ສ້າງເຂດໃໝ່ ມີຄວາມຄືບໜ້າຄືແນວໃດ? ການສ້າງສາເຂດໃໝ່ສົງອ່ານມີຄວາມໝາຍແນວໃດຕໍ່ຂະບວນການຫັນເປັນທັນສະໄໝແບບຈີນ? ມາຮູ້ຈັກນຳກັນເລີຍ.

 

ເປັນຫຍັງຈຶ່ງເອີ້ນວ່າ ການສ້າງເຂດໃໝ່ສົງອ່ານເປັນ “ແຜນແມ່ບົດຮອບພັນປີ”?

ນະຄອນຫຼວງປັກກິ່ງໄດ້ສ້າງຕັ້ງຂຶ້ນມາເປັນເວລາ 3000 ກວ່າປີແລ້ວ ແລະມີປະຫວັດຄວາມເປັນມາຫຼາຍກວ່າ 860 ປີ ທີ່ເປັນນະຄອນຫຼວງ, ມາຮອດປັດຈຸບັນນີ້ຍັງຄົງໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາຂອງຄົນບູຮານໃນການສ້າງຕົວເມືອງ ແລະ ຄວາມສະຫງ່າລາສີຂອງນະຄອນຫຼວງ. ແຕ່ນະຄອນຫຼວງປັກກິ່ງໃນສະຕະວັດທີ 21, ເຖິງວ່າມີຄວາມຈະເລີນຮຸ່ງເຮືອງແບບບໍ່ເຄີຍມີມາກ່ອນກໍ່ຕາມ, ແຕ່ກໍປະເຊີນກັບບັນຫາ ຕ່າງໆຂອງຕົວເມືອງໃຫຍ່. ທ່ານສີຈິ້ນຜິງສະເໜີວ່າ: “ການສ້າງສາ ແລະຄຸ້ມຄອງນະຄອນຫຼວງໃຫ້ດີ, ແມ່ນເນື້ອໃນສຳຄັນທີ່ເຮັດໃຫ້ລະບົບ ແລະ ຄວາມສາມາດດ້ານການປົກຄອງບໍລິຫານປະເທດຫັນເປັນທັນສະໄໝ.” ເພື່ອແບ່ງວຽກງານທີ່ບໍ່ຈຳເປັນຢູ່ນະຄອນຫຼວງອອກຈາກປັກກິ່ງ, ຕ້ອງວາງແຜນສ້າງສະຖານທີ່ຮອງເອົາແບບລວມສູນທີ່ມີຂະໜາດໃຫຍ່ສົມຄວນ. ຫຼັງຈາກຫຼາຍພາກສ່ວນ ແລະ ຊ່ຽວຊານລະດັບສຸດຍອດຫຼາຍທ່ານວິພາກຕາມຫຼັກວິທະຍາສາດເທື່ອແລ້ວເທື່ອອີກ, ໃນທີ່ສຸດ, ໂດຍພິຈາລະນາເຖິງທີ່ຕັ້ງດ້ານພູມສາດ, ຄົມມະນາຄົມ, ທີ່ດິນ, ຄວາມສາມາດຮອງຮັບໄດ້ຂອງສິ່ງແວດລ້ອມ, ສະພາບການພັດທະນາດ້ານປະຊາກອນ ແລະ ເສດຖະກິດສັງຄົມ, ແລະ ອື່ນໆ, ພ້ອມທັງໄດ້ຖອດຖອນບົດຮຽນຂອງສາກົນຢ່າງເຕັມສ່ວນແລ້ວ, ມາຮອດເດືອນເມສາປີ 2017, ຈີນໄດ້ວາງຂໍ້ຕົກລົງທີ່ສ້າງເຂດໃໝ່ສົງອ່ານ, ເຊິ່ງໄດ້ເປີດໂສມໜ້າໃໝ່ທີ່ເສີມຂະຫຍາຍການສ້າງນະຄອນຫຼວງບູຮານພັນປີຈາກນະຄອນຫຼວງປັກກິ່ງ, ແລະ ວາງແຜນແມ່ບົດແຫ່ງການພັດທະນາຂອງຊາດຈີນ. ທ່ານສີຈິ້ນຜິງເຫັນວ່າ, ນີ້ແມ່ນ “ແຜນແມ່ບົດຮອບພັນປີ” ທີ່ພົວພັນເຖິງເຊັ່ນລູກຫຼານ.

ເຂດໃໝ່ສົງອ່ານໄດ້ເລີ່ມຕົ້ນດ້ວຍມາດຕະຖານສູງ, ໂດຍຕັ້ງຈຸດຢືນນຳຍຸກປັດຈຸບັນ ແລະ ເລັງສາຍຕາໄປສູ່ໄລຍະຍາວໄກ, ພວມຊອກຄົ້ນຮູບແບບໃໝ່ທີ່ບຸກເບີກການພັດທະນາເຂດທີ່ມີຄວາມໜ້າແໜ້ນດ້ານປະຊາກອນສູງ ແລະ ເສດຖະກິດຈະເລີນ, ພ້ອມດ້ວຍຊ່ອງທາງໃໝ່ທີ່ເຂດແຄວ້ນຕ່າງໆພັດທະນາຢ່າງດຸນດ່ຽງກັນ, ພ້ອມກັນນັ້ນ ຈະສ້າງຈຸດເຕີບໂຕໃໝ່ໃນການພັດທະນາເສດຖະກິດສັງຄົມ. ເຂດໃໝ່ສົງອ່ານທີ່ມີເອກະລັກອັດສະລິຍະ ສີຂຽວ ແລະ ປະດິດສ້າງໃໝ່ນັ້ນບໍ່ພຽງແຕ່ເປັນຕົວເມືອງແຫ່ງໜຶ່ງເທົ່ານັ້ນ, ແຕ່ຍັງມີຄວາມໝາຍທີ່ເປັນຫຼັກໝາຍສຳລັບການສ້າງຄວາມທັນສະໄໝແບບຈີນ, ແລະກໍແມ່ນແບບຢ່າງຂອງຈີນໃນການສ້າງຕົວເມືອງທັນສະໄໝຂອງໂລກ.

 


ຈະສ້າງຕົວເມືອງອະນາຄົດແຫ່ງນີ້ຄືແນວໃດ?

ໃນໄລຍະ 6 ປີ ນັບແຕ່ປີ 2017 ຫາປີ 2023, ຈາກບໍ່ມີຮອດມີ, ຈາກແຜນການຮອດເຂດຕົວຈິງ, ເຂດໃໝ່ສົງອ່ານເຊິ່ງເປັນຕົວເມືອງທັນສະໄໝທີ່ມີລະດັບສູງແຫ່ງນີ້ພວມໄດ້ຮັບການພັດທະນາ. ຢູ່ສະຖານີລົດໄຟລະຫວ່າງຕົວເມືອງ ກັບ  ເຂດຕົວເມືອງສົງອ່ານ ແລະ ສະຖານທີ່ກໍ່ສ້າງໂຄງການສູນການຄ້າສາກົນ, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ: ການຄົມມະນາຄົມແມ່ນສາຍເລືອດຂອງຕົວເມືອງໃນສະໄໝປັດຈຸບັນ, ຕ້ອງສ້າງເຄືອຂ່າຍຄົມມະນາຄົມແບບສັງລວມ, ນຳໃຊ້ຊ່ອງທາງໃຕ້ດິນຢ່າງເຕັມສ່ວນ, ສຸມກຳລັງສ້າງຕົວເມືອງອະນາຄົດທີ່ບໍ່ເກີດບັນຫາຕົວເມືອງ. ໃນເວລາໄປສຳຫຼວດກວດກາວຽກງານຢູ່ເຂດຊຸມຊົນທີ່ສາມາດຮອງຮັບປະຊາຊົນເຄື່ອນຍ້າຍໄດ້ 5.000 ຄົນນັ້ນ, ທ່ານສີຈິ້ນຜິງກ່າວວ່າ: ການສ້າງເຂດໃໝ່ສົງອ່ານໃຫ້ດີ, ສິ່ງສຳຄັນແມ່ນໃຫ້ປະຊາຊົນຢູ່ເຢັນເປັນສຸກ ແລະ ມີວຽກເຮັດງານທຳ, ໃຫ້ປະຊາຊົນມີຄວາມໝັ້ນຄົງ, ມີຄວາມສະຫງົບ ແລະ ມີຄວາມໄຝ່ຝັນ. ພ້ອມກັນນັ້ນ, ຍັງຕ້ອງຊຸກຍູ້ການບໍລິຫານຕົວເມືອງແບບທັນສະໄໝ, ຕັ້ງໜ້າຊຸກຍູ້ການບໍລິການສາທາລະນະຂັ້ນພື້ນຖານໃຫ້ມີຄວາມສະເໝີພາບກັນ ເພື່ອສ້າງຕົວເມືອງປະຊາຊົນທີ່ໜ້າເຮັດວຽກ ແລະ ໜ້າຢູ່ໃນຍຸກໃໝ່.

ຫຼັງຈາກໄດ້ສຳຫຼວດກວດກາສະພາບການຫຼາຍດ້ານແລ້ວ, ທ່ານສີຈິ້ນຜິງໄດ້ເປັນປະທານຈັດກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການສ້າງເຂດໃໝ່ສົງອ່ານຕາມມາດຕະຖານສູງ ແລະ ຄຸນນະພາບສູງ. ທ່ານສີຈິ້ນຜິງກ່າວວ່າ: “ຜົນງານເຫຼົ່ານີ້ໄດ້ມາຈາກສະພາບການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຂອງໂລກ ແລະ ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ທີ່ຂ້ຽວຂາດໃນໄລຍະ 3 ປີ, ເປັນຜົນງານທີ່ໄດ້ມາຍາກ, ສົມເປັນເລື່ອງມະຫັດສະຈັນ.” ທ່ານໄດ້ຮຽກຮ້ອງຕໍ່ການສ້າງສາພັດທະນາເຂດສົງອ່ານໃນຕໍ່ໜ້າວ່າ: ຕ້ອງແກ້ໄຂການພົວພັນທີ່ສຳຄັນໃຫ້ດີ ເຊິ່ງລວມທັງການພົວພັນລະຫວ່າງເປົ້າໝາຍໄລຍະສັ້ນ ໄລຍະກາງ ແລະ ໄລຍະຍາວ, ການພົວພັນລະຫວ່າງຈັງຫວະການສ້າງສາຕົວເມືອງ ກັບ ຂະໜາດການເຕົ້າໂຮມປະຊາກອນ, ການພົວພັນລະຫວ່າງການຍົກຍ້າຍອຸດສາຫະກຳ ກັບ ການຍົກລະດັບອຸດສາຫະກຳ, ການພົວພັນລະຫວ່າງລັດຖະບານ ກັບ ຕະຫຼາດ, ການພົວພັນລະຫວ່າງການໂຍະຍານບົດບາດທີ່ບໍ່ເປັນຂອງນະຄອນຫຼວງປັກກິ່ງ ກັບ ການພັດທະນາຕົວເມືອງ, ການພົວພັນລະຫວ່າງການສ້າງຕົວເມືອງ ກັບ ການພັດທະນາຊົນນະບົດຢູ່ອ້ອມຂ້າງໃຫ້ຈະເລີນ ເພື່ອຮັບປະກັນໃຫ້ການສ້າງສາພັດທະນາເຂດໃໝ່ສົງອ່ານໄປຕາມທິດທາງທີ່ຖືກຕ້ອງ.

ບົດບາດອັນດັບໜຶ່ງຂອງເຂດໃໝ່ສົງອ່ານແມ່ນເປັນເຂດທີ່ໄດ້ຮັບບົດບາດບໍ່ແມ່ນຂອງນະຄອນຫຼວງແບບໂຮມສູນເພື່ອແບ່ງເບົາພາລະຂອງນະຄອນຫຼວງປັກກິ່ງ. ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກວ່າ: ຕ້ອງຊຸກຍູ້ການຈັດຕັ້ງປະຕິບັດໜ້າວຽກຕ່າງໆຢ່າງໜັກແໜ້ນ, ວາງແຜນກ່ຽວກັບການເຄື່ອນຍ້າຍບັນດາອົງການການເງິນ, ສະຖາບັນຄົ້ນຄວ້າວິທະຍາສາດແລະກົມກອງຂອງລັດ; ຕ້ອງຍຶດໝັ້ນຖືເອົາກົນໄກຕະຫຼາດປະສານສົມທົບກັບເຂົ້າການນໍາພາຂອງລັດຖະບານ, ເພີ່ມທະວີແຮງຂັບເຄື່ອນ ພາຍໃນຂອງການເຄື່ອນຍ້າຍບົດບາດທີ່ບໍ່ແມ່ນຂອງນະຄອນຫຼວງໄປສູ່ເຂດນອກໂດຍຜ່ານມາດຕະການຫັນເປັນຕະຫຼາດ ແລະ ຫັນເປັນແບບປົກຄອງຕາມກົດໝາຍ.



ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ຕ້ອງໃຊ້ການປະດິດສ້າງຂັບເຄື່ອນການພັດທະນາ, ຊຸກຍູ້ນະໂຍບາຍ ແລະ ມາດຕະການທີ່ທັນສະໄໝຂອງການປະຕິຮູບແລະເປີດປະຕູສູ່ພາຍນອກໃນຂົງເຂດຕ່າງໆກໍຄືບັນດາໂຄງການສາທິດທີ່ມີລັກສະນະເບິ່ງກວ້າງເຫັນໄກໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢູ່ສົງອ່ານ ເພື່ອເຮັດໃຫ້ເຂດໃໝ່ສົງອ່ານກາຍເປັນສູນປະດິດສ້າງ ແລະ ສູນປະກອບການທຸລະກິດທີ່ສໍາຄັນໃນຍຸກສະໄໝໃໝ່. ພ້ອມດຽວກັນນີ້, ຕ້ອງສ້າງສະພາບແວດລ້ອມດ້ານການດໍາເນີນທຸລະກິດທີ່ເປັນແຖວໜ້າ, ຄົ້ນຄວ້າ ແລະ ອອກນະໂຍບາຍອຸດໜູນພິເສດເພື່ອດຶງດູດ ແລະ ເຕົ້າໂຮມກໍາລັງກໍຄືການລົງທຶນຈາກພາຍໃນ ແລະ ຕ່າງປະເທດປະກອບສ່ວນເຂົ້າໃນການສ້າງສາພັດທະນາເຂດໃໝ່ສົງອ່ານຢ່າງກວ້າງຂວາງ ເພື່ອສ້າງເຂດໃໝ່ສົງອ່ານໃຫ້ກາຍເປັນສູນກາງແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກທີ່ສໍາຄັນ.