ຈັດການຊ້ອມຮົບຮ່ວມຈີນ - ​ລາວ “ໂລ້ກໍາບັງມິດຕະພາບ-2023”

2023-05-11 19:42:10 CRI

 


    ຕອນເຊົ້າວັນທີ 11 ພຶດສະພານີ້, ພິທີເປີດການຊ້ອມຮົບຮ່ວມ ຈີນ - ລາວ “ໂລ້ກໍາບັງມິດຕະພາບ-2023” ໄດ້ຈັດຂຶ້ນຢູ່ວິທະຍາຄານນາຍທະຫານບົກກົມມະດຳ. ພົນຕີ ຢາງເຫວີນຫລີນ ຮອງຫົວໜ້າແມ່ທັບ 75 ເຂດທະຫານພາກໃຕ້ ສປ ຈີນ,  ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ກ່າວຄໍາປາໄສໃນທີພິທີເປີດ, ໂດຍມີທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ, ເຈົ້າໜ້າທີ່ການທະຫານສະຖານທູດຈີນປະຈໍາລາວ, ພ້ອມດ້ວຍແຂກ, ນາຍ ແລະ ພົນທະຫານສອງກອງທັບຈີນ-ລາວເຂົ້າຮ່ວມ.

 


    ການຊ້ອມຮົບຮ່ວມຈີນ - ລາວ “ໂລ້ກໍາບັງມິດຕະພາບ-2023” ແມ່ນການຊ້ອມຮົບຮ່ວມເປັນຄັ້ງທໍາອິດລະຫວ່າງສອງກອງທັບຈີນ-ລາວທີ່ຖືການເຝິກຊ້ອມ ການຕໍ່ຕ້ານກຸ່ມປະກອບອາວຸດທີ່ລະເມີດກົດໝາຍຂ້າມຊາດຢູ່ພູຜາປ່າໄມ້ເຂດຊາຍແດນເປັນການເຄື່ອນໄຫວຫຼັກ, ແມ່ນພຶດຕິກໍາຕົວຈິງຂອງສອງກອງທັບໃນການເພີ່ມທະວີການຮ່ວມມືດ້ານການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ມີຈຸດປະສົງເພື່ອຍົກສູງຄວາມສາມາດການເຄື່ອນໄຫວຮ່ວມດ້ານການຕ້ານການກໍ່ການຮ້າຍລະຫວ່າງສອງກອງທັບ, ມີຄວາມໝາຍຄວາມສໍາຄັນໃນການເພີ່ມທະວີມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະ ແລກປ່ຽນການຮ່ວມມືລະຫວ່າງສອງກອງທັບ, ເພີ່ມພະລັງແຮງອັນເຂັ້ມແຂງເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.   ການຊ້ອມຮົບຮ່ວມຄັ້ງນີ້ຈະດໍາເນີນໄປຈົນຮອດທ້າຍເດືອນພຶດສະພານີ້.