ທ່ານສີຈິ້ນຜິງສຳຫຼວດຄົ້ນຄວ້າວຽກງານຢູ່ນະຄອນສືເຈ່ຍຈ່ວງ

2023-05-12 16:13:56 CRI


ວັນທີ 12 ພຶດສະພາ 2023, ທ່ານສີຈິ້ນຜິງ ເລຈາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປຮອດນະຄອນສືເຈ່ຍຈ່ວງແຂວງເຫີເປີຍ, ສຳຫຼວດສະຖາບັນຄົ້ນຄວ້າພື້ນຖານອຸດສາຫະກຳວິທະຍາສາດເອເລັກໂຕຣນິກຈີນ, ແລະ ຫໍວາງສະແດງແຜນຜັງເຂດນິຄົມອຸດສາຫະກຳການແພດ ແລະ ການຢາຊີວະພາບສາກົນນະຄອນສືເຈ່ຍຈ່ວງ, ເພື່ອຮັບຮູ້ສະພາບການຄົ້ນຄວ້າພັດທະນາ ແລະ ການຜະລິດຂອງວິສາຫະກິດ, ລວມທັງ ການພັດທະນາຂອງອຸດສາຫະກຳການແພດ ແລະການຢາຊີວະພາບຂອງນະຄອນສືເຈ່ຍຈ່ວງ.