ກອງປະຊຸມສຸດຍອດອາຊຽນຄັ້ງທີ 42 ອັດລົງ ໂດຍມີຄວາມຮັບຮູ້ທີ່ເປັນເອກະພາບກັນຫຼາຍຢ່າງ

2023-05-12 11:43:16 CRI

     ວັນທີ 11 ພຶດສະພານີ້, ກອງປະຊຸມສຸດຍອດອາຊຽນຄັ້ງທີ  42 ໄດ້ ອັດລົງຢູ່ອິນໂດເນເຊຍ.


 

    ໃນກອງປະຊຸມຖະແຫຼງຂ່າວພາຍຫຼັງພິທີອັດລົງກອງປະຊຸມສຸດຍອດຄັ້ງນີ້, ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍກ່າວວ່າ: ຜູ້ນຳປະເທດສະມາຊິກອາຊຽນຕ່າງໆໄດ້ກ່າວເນັ້ນເຖິງຄວາມສຳຄັນທີ່ຈະເພີ່ມທະວີຄວາມສາມັກຄີພາຍໃນອາຊຽນເພື່ອຮັກສາສັນຕິພາບ,ສະຖຽນລະພາບ ແລະ ຄວາມຈະເລີນຂອງພາກພື້ນ.ທ່ານໂຈໂກວິໂດໂດກ່າວຕື່ມວ່າ, ຜູ້ນຳປະເທດສະມາຊິກອາຊຽນໄດ້ມີຄວາມຮັບຮູ້ທີ່ເປັນເອກະພາບກັນຫຼາຍຢ່າງ ແລະ ອອກຖະແຫຼງການຕ່າງໆ.

 

    ຂ່າວແຈ້ງໃຫ້ຮູ້ວ່າ, ເນື້ອໃນຖະແຫຼງການຫຼາຍສະບັບທີ່ອາຊຽນສະເໜີອອກມານັ້ນລວມມີ:ເພີ່ມທະວີຂະບວນການເສດຖະກິດອາຊຽນເຊື່ອມໂຍງເຂົ້າກັນ, ຊຸກຍູ້ການໃຊ້ສະກຸນເງິນຂອງຕົນດຳເນີນການຊື້ຂາຍຂ້າມຊາດເພື່ອເພີ່ມທະວີການໃຊ້ຈ່າຍໃນພາກພື້ນເຊື່ອມຕໍ່ກັນ ພ້ອມທັງພັດທະນາອຸດສາຫະກຳລົດຍົນພະລັງງານໃໝ່ ແລະອື່ນໆ.