ອາຊຽນຄອງຄອຍກາຍເປັນໃຈກາງການເຕີບໂຕທາງເສດຖະກິດແຫ່ງໃໝ່

2023-05-13 16:50:47 cri


ກອງປະຊຸມສຸດຍອດອາຊຽນຄັ້ງທີ42ອັດລົງຢູ່ອິນໂດເນເຊຍໃນວັນທີ11ພຶດສະພານີ້. ກອງປະຊຸມສຸດຍອດປີນີ້ມີຫົວຂໍ້ວ່າ“ຈຸດປະສົງຂອງອາຊຽນ: ໃຈກາງແຫ່ງການເຕີບໂຕ”. ອິນໂດເນເຊຍ ປະເທດປະທານໝູນວຽນຂອງອາຊຽນກ່າວວ່າ:ຫວັງວ່າອາຊຽນຈະສືບຕໍ່ຮັກສາໃຫ້ເສດຖະກິດເຕີບໂຕຢ່າງວ່ອງໄວ,ກວມລວມແລະສືບເນື່ອງໃນຖານະເປັນໃຈກາງແຫ່ງການພັດທະນາເສດຖະກິດຂອງພາກພື້ນ.


ທ່ານໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍກ່າວໃນພິທີເປີດກອງປະຊຸມສຸດຍອດວ່າ:ການເຕີບໂຕຂອງເສດຖະກິດອາຊຽນສູງກວ່າລະດັບສະເລ່ຍຂອງທົ່ວໂລກຫຼາຍ,ມີທ່າແຮງຫຼາຍດ້ານ,ເຊັ່ນ:ແຮງງານຫຼາຍ,ອັດຕາລ້ຽງຜູ້ເຖົ້າແລະເດັກຕ່ຳ,ພາກພື້ນມີສະຖຽນລະພາບ ແລະອື່ນໆ.


ໃນໄລຍະໄຂກອງປະຊຸມສຸດຍອດ,ຜູ້ນຳແລະເຈົ້າໜ້າທີ່ຊັ້ນສູງຂອງບັນດາປະເທດສະມາຊິກອາຊຽນໄດ້ຈັດການເຈລະຈາສອງຝ່າຍແລະຫຼາຍຝ່າຍ,ຜູ້ນຳຂອງອິນໂດເນເຊຍແລະຫວຽດນາມໄດ້ກ່າວວ່າຈະພະຍາຍາມຮ່ວມກັນເພື່ອເຮັດໃຫ້ມູນຄ່າການຄ້າສອງຝ່າຍບັນລຸເຖິງ15ຕື້ໂດລາໃນປີ2028.


ໃນໄລຍະໄຂກອງປະຊຸມສຸດຍອດ, ທ່ານໂຈໂກ ວີໂດໂດຊີ້ອອກວ່າ:ການຈັດຕັ້ງປະຕິບັດສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼືRCEP ແມ່ນເນື້ອໃນສຳຄັນຂໍ້ໜຶ່ງໃນການເພີ່ມທະວີການຮ່ວມມືກວມລວມຂອງອາຊຽນ.