ຈັດພິທີວາງສີລາລືກສະຖານີລົດໄຟແຫ່ງທຳອິດຂອງໂຄງການທາງລົດໄຟຝັ່ງ ທະເລຕາເວັນອອກມາເລເຊຍ

2023-05-13 16:45:44 cri


ວັນທີ12ພຶດສະພານີ້, ພິທີສີລາລືກສະຖານີລົດໄຟໂຄທາ ບາຣູ ຂອງໂຄງການທາງລົດໄຟຝັ່ງທະເລຕາເວັນອອກມາເລເຊຍໄດ້ຈັດຂຶ້ນຢູ່ເມືອງໂຄທາ ບາຣູເທດສະບານຂອງລັດເກລັນຕັນ. ສະຖານີໂຄທາ ບາຣູ ແມ່ນສະຖານີລົດໄຟແຫ່ງທຳອິດທີ່ເລີ່ມລົງມືກໍ່ສ້າງໃນໂຄງການທາງລົດໄຟຝັ່ງທະເລຕາເວັນອອກມາເລເຊຍ.


ການກໍ່ສ້າງທາງລົດໄຟຝັ່ງທະເລຕາເວັນອອກມາເລເຊຍທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງນັ້ນແມ່ນໂຄງການຈຸດໜັກໃນການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ຂອງຈີນແລະມາເລເຊຍ,ຫຼັງຈາກສ້າງສຳເລັດແລ້ວຈະຊຸກຍູ້ການພັດທະນາດ້ານເສດຖະກິດຕາມຝັ່ງທະເລຕາເວັນອອກຂອງມາເລເຊຍ,ພ້ອມທັງຈະປັບປຸງລະດັບເຊື່ອມໂຍງເຊື່ອມຈອດກັນແລະໄປມາຫາສູ່ກັນຢູ່ເຂດລຽບຕາມທາງລົດໄຟສາຍນີ້ໃຫ້ສູງຂຶ້ນຢ່າງຫຼວງຫຼາຍ.