ດວງໃຈຂອງແມ່

2023-05-14 10:16:14 cri

ໃນງານສະເຫຼີມສະຫຼອງບຸນກຸດຈີນປີ 2015 ທ່ານສີຈິ້ນຜິງໄດ້ອ່ານກະວີເລື່ອງ ລູກຜູ້ອອກເດີນ ທາງໄກ ທີ່ແຕ່ງດ້ວຍເມິ້ງຈ່ຽວ ນັກກະວີລາດຊະວົງຖາງຂອງຈີນຄື: ແມ່ຈັບເອົາເຂັມ ແລະ ເສັ້ນດ້າຍ ເພື່ອຫຍິບເຄື່ອງນຸ່ງໃຫ້ລູກຜູ້ທີ່ຈະເດີນທາງໄປໄກ, ແມ່ຫຍິບຢ່າງລະອຽດປານີດ ຂໍແຕ່ວ່າລູກຈົ່ງກັບມາໂດຍໄວ. ທ່ານກ່າວວ່າ, ບົດກະວີບົດນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຮັກ ແພງໃນຄອບຄົວຂອງປະຊາຊົນຈີນຢ່າງເລິກເຊິ່ງ.



ເມື່ອອາຍຸໄດ້ 15 ປີຄືກັນ, ຄືໃນວັນທີ 13 ມັງກອນ ປີ1969, ທ່ານສີຈິ້ນຜິງໄດ້ເດີນທາງໄປຮອດບ້ານຫຼຽງເຈ່ຍເຫີ ທາງພາກເໜືອຂອງແຂວງສ້ານຊີ່, ທ່ານ ໄດ້ໃຊ້ຊີວິດໄວໜຸ່ມຢູ່ທີ່ນັ້ນເປັນເວລາ 7 ປີ. ຢູ່ບ້ານຫຼຽງເຈ່ຍເຫີ, ຖົງໃສ່ເຂັມທີ່ແມ່ຫຍິບໃຫ້ທ່ານສີຈິ້ນຜິງນັ້ນໄດ້ຢູ່ກັບທ່ານຕະຫຼອດມາ ເຊິ່ງຢູ່ດ້ານນອກຖົງຫັ້ນແມ່ໄດ້ແສ່ວໂຕໜັງສືສີແດງ 3 ໂຕ ຄື: ດວງໃຈຂອງແມ່.ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຮັກຄວາມແພງລະຫວ່າງລູກກັບແມ່ ທັງເປັນການສະໜັບສະໜູນຂອງແມ່ທີ່ມີຕໍ່ລູກໃນການອຸທິຕົນໃຫ້ແກ່ພາລະກິດຂອງປະເທດຊາດ.



ທ່ານສີຈິ້ຜິງມັກຈະຫວນຄືນອະດີດທີ່ດຳລົງຊີວິດຢູ່ກັບແມ່ຂອງຕົນເອງເລື້ອຍໆ ເຊິ່ງຢູ່ໃນບົດບັນທຶກຂອງທ່ານ, ທ່ານໄດ້ຂຽນວ່າ, ເມື່ອຕົນເອງອາຍຸປະມານ 5-6 ປີ ແມ່ເຮັດວຽກຢູ່ໂຮງຮຽນສູນກາງພັກ, ຢູ່ກາງທາງທີ່ໄປໂຮງຮຽນມີຮ້ານຂາຍປື້ມແຫ່ງໜຶ່ງ, “ໃນເວລາຂ້ອຍຂີ້ຄ້ານບໍ່ຢາກຍ່າງ, ແມ່ກໍ່ຈະເຈ່ຍຂ້ອຍ ແລ້ວເຂົ້າຮ້ານຂາຍປື້ມແຫ່ງນັ້ນເພື່ອຊື້ປືມປະກອບຮູບແຕ້ມກ່ຽວກັບຢ້ວຍເຟີຍ ໃຫ້ຂ້ອຍອ່ານ.”ເມື່ອຊື້ປື້ມມາແລ້ວ,ແມ່ກໍ່ເລົ່າເລື່ອງ “ແມ່ຂອງຢ້ວຍເຟີຍເອົາເຂັມສັກຕົວໜັງສື ໃສ່ທາງຫຼັງຂອງຢ້ວຍເຟີຍ ເພື່ອໃຫ້ຢ້ວຍເຟີຍຮູ້ບຸນຄຸນແລະຕອບແທນປະເທດຊາດ.

“ຂ້ອຍວ່າປັກເຂັມໃສ່ທາງຫຼັງ ບໍ່ເຈັບຫຼາຍບໍ! ແມ່ຂ້ອຍວ່າ, ເຈັບແທ້, ແຕ່ກໍ່ຈົດຈຳໄວ້ໃນໃຈ ໄດ້ດີ.”ຄຳວ່າ“ຕອບບຸນແທນຄຸນປະເທດຊາດ”ກໍ່ໄດ້ເຮັດໃຫ້ທ່ານສີຈິ້ນຜິງຈົດຈຳໄວ້ຈົນກາຍເປັນເປົ້າໝາຍໃນຊີວິດຂອງທ່ານ.

ຫຼັງຈາກທ່ານສີຈິ້ນຜິງດຳລົງຕຳແໜ່ງການນຳແລ້ວ, ແມ່ໄດ້ເວົ້າຄຳເຕືອນນຳລູກວ່າ: ຕ້ອງເຂັ້ມງວດຕໍ່ຕົນເອງທ່ານນາງຊີຊິນທີ່ຖືສຳຄັນນຳການສິດສອນທາງຄອບຄົວນັ້ນໄດ້ສົ່ງອິດທິພົນຢ່າງເລິກເຊິ່ງໄປໃຫ້ທ່ານສີຈິ້ນຜິງໃນຕະຫຼອດໄລຍະການເຕີບໂຕ, ເພິ່ນໄດ້ຂຽນຈົດໝາຍໄປຫາທ່ານສີຈິ້ນຜິງທີ່ດຳລົງຕຳແໜ່ງການນຳຢູ່ຕ່າງແຂວງເລື້ອຍໆ ເພື່ອບອກສອນລະບຽບການຂອງຄອບຄົວ ໂດຍກ່າວວ່າ ການມີຕຳແໜ່ງສູງຍິ່ງຕ້ອງການມີຄວາມເຂັ້ມງວດຕໍ່ຕົນເອງ. ນອກນີ້, ແມ່ຍັງໄດ້ຮຽກສະມາຊິກທຸກຄົນໃນຄອບຄົວມາລວມກັນ ເພື່ອກຳນົດວ່າ   ທຸກຄົນບໍ່ໃຫ້ເຄື່ອນໄຫວຫຼືເຮັດທຸລະກິດຢູ່ໃນຂອບເຂດວຽກງານທີ່ທ່ານສີຈິ້ນຜິງຮັບຜິດຊອບ.



ໂດຍໄດ້ຮັບອິດທິພົນຈາກພໍ່ແມ່ ທ່ານສີຈິ້ນຜິງກໍ່ໄດ້ສືບທອດແບບແຜນຄອບຄົວທີ່ດີ ມີຄວາມເຂັ້ມງວດ ຕໍ່ສະມາຊິກໃນຄອບຄົວ. ທ່ານໄປເຮັດວຽກຢູ່ບ່ອນໃດ ມັກຈະເຕືອນຍາດພີ່ນ້ອງ ແລະ ໝູ່ເພື່ອນວ່າ: “ຢ່າເຮັດທຸລະກິດຢູ່ໃນຂອບເຂດວຽກງານຂອງຂ້ອຍ,ບໍ່ໃຫ້ຫາຂໍ້ພິເສດແກ່ຕົນເອງດ້ວຍຊື່ສຽງຂອງຂ້າພະເຈົ້າ, ຖ້າບໍ່ດັ່ງນັ້ນ ຂ້າພະເຈົ້າຈະປະຕິບັດຕາມລະບຽບການ.”

“ຄອບຄົບທັງໝົດຄວນຖືສຳຄັນນຳການສິດສອນແລະການປະພຶດ, ສອນຄວາມຮູ້, ສ້າງຄຸນສົມບັດ, ຊ່ວຍພວກເດັກໆຢ່ວງບາດກ້າວທຳອິດ ແຫ່ງຊີວິດອອກໄປເປັນຢ່າງດີ.”ທ່ານສີຈິ້ນຜິງມີຄວາມຮູ້ສຶກຢ່າງເລິກເຊິ່ງຕໍ່ຄວາມສຳຄັນຂອງ ການສິດສອນທາງຄອບຄົວ, ເຊິ່ງຄວາມຮັບຜິດຊອບຕໍ່ປະເທດຊາດຂອງທ່ານກໍ່ແມ່ນຄ່ອຍໆ ຈໍ່ຕົວຂຶ້ນຈາກການສິດສອນທາງຄອບຄົວມາແຕ່ນ້ອຍ.