ຊາວໜຸ່ມເຍົາວະຊົນຂອງຈີນແລະອາຊຽນເພີ່ມທະວີມິດຕະພາບເຊິ່ງກັນແລະກັນດ້ວຍສຽງເພງ

2023-05-14 15:09:59 cri



      ງານຮ້ອງເພງຊົນເຜົ່າຊາວໜຸ່ມເຍົາວະຊົນຈີນ-ອາຊຽນໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນໃນວັນທີ 13 ພຶດສະພານີ້. ນາງ ຫວງຊີຮ້ານ ຄົນສັນຊາດອິນໂດເນເຊຍ ແລະທ້າວ ຫວາງເຄີ້ເຫວີນ ໝູ່ຮ່ວມຮຽນຂອງລາວໄດ້ຮ້ອງເພງອິນໂດເນເຊຍທີ່ມີຊື່ວ່າ “ສະສົມຄວາມຄິດຮອດ” ຮ່ວມກັນ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມທັງຫຼາຍ.


      ງານຮ້ອງເພງຊົນເຜົ່າຄັ້ງນີ້ໄດ້ສະແດງໃຫ້ເຫັນຄວາມຮັກແພງກັນແລະມິດຕະພາບທີ່ດີລະຫວ່າງຊາວໜຸ່ມເຍົາວະຊົນຂອງຈີນແລະບັນດາປະເທດອາຊຽນດ້ວຍສຽງເພງພາຍໃຕ້ຫົວຂໍ້ “ເຕົ້າໂຮມກັນໃນມື້ຂຶ້ນ 3 ຄ່ຳເດືອນ 3 ຢ່າງມ່ວນຊື່ນ·ຮ່ວມກັນຊົມເຊີຍມິດຕະພາບລະຫວ່າງຈີນ-ອາຊຽນ”,ເພື່ອຊົມໃຊ້ຄວາມຜາສຸກແລະຄວາມເບີກບານມ່ວນຊື່ນຮ່ວມກັນໃນມື້ຂຶ້ນ 3 ຄ່ຳເດືອນ 3 ທີ່ເປັນບຸນປະເພນີຂອງຊົນເຜົ່າເຂດກວາງຊີຈີນ. ໃນງານດັ່ງກ່າວ, ຊາວໜຸ່ມເຍົາວະຊົນທັງຫຼາຍໄດ້ຟ້ອນລຳທຳເພງທີ່ມີສີສັນພິເສດຂອງຈີນແລະບັນດາປະເທດອາຊຽນ ເຊິ່ງໄດ້ເຮັດໃຫ້ມິດຕະພາບລະຫວ່າງຊາວໜຸ່ມເຍົາວະຊົນຂອງຈີນແລະບັນດາປະເທດອາຊຽນມີຄວາມໃກ້ຊິດກັນຫຼາຍຂຶ້ນກວ່າເກົ່າ.