ນັກກະວີ ແລະນັກວິຊາການຈີນ ແລະຕ່າງປະເທດ 40 ກວ່າທ່ານ “ສົນທະນາ” ກັນດ້ວຍບົດກະວີຢູ່ນະຄອນນານນິງ

2023-05-14 15:35:36 cri

 

ວັນທີ 13 ພຶດສະພານີ້, ສັບປະດາບົດກະວີສາກົນໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ ເຊິ່ງມີນັກກະວີ, ນັກວິເຄາະບົດກະວີ, ນັກແປບົດກະວີ ແລະອື່ນໆຈຳນວນ 40 ກວ່າທ່ານທີ່ມາຈາກຈີນ, ຣັດເຊຍ, ເອຢິບ, ຫວຽດນາມ, ໄທ, ລາວ, ມາເລເຊຍ ແລະປະເທດອື່ນໆໄດ້ເຕົ້າໂຮມກັນຢູ່ນານນິງ, ສົນທະນາກັນເພື່ອສົ່ງເສີມມິດຕະພາບໂດຍຜ່ານບົດກະວີ.

 

ສັບປະດາບົດກະວີສາກົນນະຄອນນານນິງແມ່ນຈັດຂຶ້ນລະຫວ່າງວັນທີ 12 ຫາ 16 ພຶດສະພານີ້ພາຍໃຕ້ຫົວຂໍ້ “ໃຫ້ບົດກະວີວາດພາບເມືອງແຫ່ງສີຂຽວ”, ແມ່ນໜຶ່ງໃນບັນດາກິດສະກຳ “ງານສະແດງມື້ຂຶ້ນ 3 ຄ່ຳເດືອນ 3 ຂອງເຜົ່າຈ້ວງກວາງຊີ” ປີ 2023 ກໍຄືງານສິລະປະເພງພື້ນເມືອງສາກົນນະຄອນນານນິງຄັ້ງທີ 24. ໃນໄລຍະດັ່ງກ່າວຍັງຈະຈັດໃຫ້ມີກິດຈະກຳຕ່າງໆ ເຊັ່ນ: ການປະດິດຄິດແຕ່ງບົດກະວີ, ງານສຳມະນາການແຕ່ງບົດກະວີ, ການອ່ານບົດກະວີ ແລະອື່ນໆ.