“ດວງໃຈຂອງແມ່”

2023-05-14 19:03:30 CRI


    ປີ 1969, ທ່ານສີຈິ້ນຜິງອາຍຸບໍ່ຮອດ 16 ປີ, ໄປລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີ ທາງພາກເໜືອຂອງແຂວງສ້ານຊີ່. ກ່ອນການອອກເດີນທາງ,  ທ່ານນາງສີຊິ່ນໄດ້ເຮັດຖົງໃສ່ເຂັມແລະເສັ້ນດ້າຍໜ່ວຍໜຶ່ງໃຫ້ແກ່ທ່ານສີຈິ້ນຜິງ, ຢູ່ດ້ານນອກຂອງຖົງໄດ້ແສ່ວຕົວໜັງສືສີແດງ 3 ໂຕທີ່ມີຄວາມໝາຍວ່າ “ດວງໃຈຂອງແມ່”, ເວລາ 7 ປີ ທີ່ລົງພື້ນຖານໃນຖານະເປັນໄວໜຸ່ມປັນຍາຊົນ, ຖົງໜ່ວຍນ້ອຍໆນີ້ໄດ້ເປັນໝູ່ຢູ່ນຳທ່ານສີຈິ້ນຜິງຢ່າງງຽບໆ.