ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວຂົນສົ່ງຜູ້ໂດຍສານຂ້າມຊາດຫຼາຍກວ່າ 1 ໝື່ນເທື່ອຄົນພາຍໃນ 1 ເດືອນ

2023-05-15 11:04:50 CRI

ວັນທີ 13 ເມສາປີນີ້, ທາງລົດໄຟຈີນ-ລາວເລີ່ມເປີດບໍລິການຂະບວນລົດໄຟໂດຍສານສາກົນຂາໄປ-ຂາກັບ ລະຫວ່າງສະຖານີລົດໄຟໃຕ້ຄຸນມິງປະເທດຈີນ ຫາສະຖານີລົດໄຟນະຄອນຫຼວງວຽງຈັນປະເທດລາວ ເຊິ່ງເປັນເຫດການໃຫຍ່ທີ່ມີຄວາມໝາຍສຳຄັນເປັນຂີດໝາຍໃນປະຫວັດສາດ. ຮອດວັນທີ 13 ພຶດສະພານີ້, ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວໄດ້ເປີດບໍລິການໜຶ່ງເດືອນເຕັມແລ້ວ ໂດຍໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດຫຼາຍກວ່າ 10.000 ເທື່ອຄົນ, ອົງການທາງລົດໄຟໄດ້ເປີດບໍລິການລົດໄຟຄວາມໄວສູງ D-ເຊຍຣີໄປ-ກັບ 30 ຂະບວນ, ລົດໄຟໄປ-ກັບຢ່າງກົງເວລາ 100%.

ນັບແຕ່ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວເປີດບໍລິການເປັນຕົ້ນມາ ໄດ້ປັບປຸງການບໍລິການໃຫ້ສົມບູນຂຶ້ນເລື້ອຍໆ. ຢູ່ສະຖານີບໍ່ຫານ ໄດ້ສ້າງໃຫ້ມີເຂດການຄ້າ ເຊິ່ງເປັນການສ້າງຄວາມສະດວກໃຫ້ແກ່ຜູ້ໂດຍສານໃນການຊື້ສິນຄ້າ. ດ່ານເມືອງຫຼ້າໄດ້ເປີດໃຫ້ບໍລິການທີ່ມີເອກະລັກສະເພາະຕົວ ໂດຍໃຫ້ຄຳເປິກສາດ້ານສຸຂະພາບແກ່ຜູ້ໂດຍສານສາກົນຢ່າງຮອບດ້ານໃນຂະນະທີ່ເຂົ້າອອກເມືອງ. ນັບແຕ່ເປີດບໍລິການຂະບວນລົດໄຟໂດຍສານສາກົນເຕັມເດືອນເປັນຕົ້ນມາ, ຜູ້ໂດຍສານເຂົ້າອອກເມືອງນັບມື້ນັບຫຼາຍຂຶ້ນ, ອົງການກວດກາຊາຍແດນລວມທັງໝົດໄດ້ກວດກາຂະບວນລົດໄຟເຂົ້າອອກເມືອງ 60 ຖ້ຽວຂະບວນ, ກວດກາຜູ້ເຂົ້າອອກເມືອງຈາກ 28 ປະເທດ 13.310 ເທື່ອຄົນ.