ທາງລົດໄຟຈີນ-ລາວເຮັດໃຫ້ລາຄາໝາກຖົ່ວລຽນຈີນຖືກລົງກວ່າເກົ່າ

2023-05-15 16:36:23 cri

ໝາກຖົ່ວລຽນຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າຈີນຫຼາຍ, ແຕ່ບໍ່ໄດ້ຂາຍດີປານໃດຢູ່ຕະຫຼາດຈີນ ຍ້ອນລາຄາແພງຫຼາຍ. ແຕ່ວ່າ, ເມື່ອເຂົ້າສູ່ເດືອນພຶດສະພາປີນີ້, ລູກຄ້າຈີນທີ່ມັກກິນໝາກຖົ່ວລຽນພັດມີ “ຂ່າວດີ” ແລ້ວ. ຍ້ອນວ່າ, ລາຄາໝາກຖົ່ວລຽນໃນຕະຫຼາດຈີນປີນີ້ ໄດ້ຖືກລົງກວ່າແຕ່ກ່ອນຫຼາຍແລ້ວ.


ລູກຄ້າຫຼາຍທ້ອງຖິ່ນຂອງຈີນກ່າວວ່າ: ລາຄາໝາກຖົ່ວລຽນໂລໜຶ່ງຕ່ຳກວ່າ 40 ຢວນ, ຊື້ໝາກຖົ່ວລຽນໜ່ວຍໜຶ່ງຕ້ອງຈ່າຍປະມານ 100 ຢວນເທົ່ານັ້ນ. ສ່ວນລະຫວ່າງເດືອນພຶດສະພາຫາເດືອນສິງຫາ, ເປັນລະດູທີ່ໝາກຖົ່ວລຽນປ້ອນເຂົ້າຕະຫຼາດ, ໝາກຖົ່ວລຽນ ທີ່ມີ “ຄຸນນະພາບດີ ແລະ ລາຄາຖືກ” ຈະເຂົ້າສູ່ຕະຫຼາດຢ່າງຫຼວງຫຼາຍ ແລະ ລາຄາອາດຈະຕ່ຳລົງອີກ.

ເປັນຫຍັງລາຄາໝາກຖົ່ວລຽນໃນຕະຫຼາດຈີນປີນີ້ຕ່ຳລົງ? ສາເຫດຕົ້ນຕໍກໍແມ່ນ: ທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ແລ້ວ.


ໄທແມ່ນປະເທດສົ່ງອອກໝາກຖົ່ວລຽນໃຫຍ່ອັນດັບໜຶ່ງສຳລັບຈີນ. ພຽງແຕ່ປີ 2022 ປີດຽວ, ຈີນໄດ້ນຳເຂົ້າໝາກຖົ່ວລຽນ 780.000 ໂຕນຈາກໄທ ເຊິ່ງໄດ້ກວມ 95% ຂອງຍອດຈຳນວນນຳເຂົ້າໝາກຖົ່ວລຽນຂອງຈີນ ແລະ ມີມູນຄ່າເຖິງ 4 ຕື້ໂດລາ. ໃນໄລຍະດຽວກັນ, ຍອດມູນຄ່ານຳເຂົ້າໝາກໄມ້ຂອງຈີນເປັນພຽງ 14,6 ຕື້ໂດລາເທົ່ານັ້ນ, ໝາກຖົ່ວລຽນໄດ້ກວມເຖິງ 27,3%, ເປັນໝາກໄມ້ທີ່ນຳເຂົ້າຫຼາຍທີ່ສຸດໃນຕະຫຼາດຈີນ.

ທີ່ຈິງແລ້ວ, ລາຄາໝາກຖົ່ວລຽນແພງບໍ່ແມ່ນຍ້ອນວ່າມີຜົນຜະລິດໜ້ອຍ, ຫາກແມ່ນຍ້ອນວ່າ, ການຄົມມະນາຄົມບໍ່ສະດວກ. ນັກທຸລະກິດສົ່ງອອກໝາກຖົ່ວລຽນໄທກ່າວວ່າ: ນັບແຕ່ໄດ້ເປີດນຳໃຊ້ທາງລົດໄຟຈີນ-ລາວແລ້ວ, ການຂົນສົ່ງໝາກຖົ່ວລຽນເຂົ້າຕະຫຼາດຈີນໃຊ້ເວລາໜ້ອຍລົງຫຼາຍ, ແຕ່ກ່ອນຂົນສົ່ງທາງທະເລຈະຕ້ອງການເວລາປະມານ 7 ວັນ ແລະ ຂົນສົ່ງທາງບົກປະມານ 5 ວັນ, ດຽວນີ້ຂົນສົ່ງຜ່ານທາງລົດໄຟໄປເຖິງນະຄອນຄຸນມິງຂອງປະເທດຈີນໃຊ້ເວລາພຽງແຕ່ 3 ວັນເທົ່ານັ້ນ. ຕາມຂ່າວແຈ້ງວ່າ, “ຂະບວນລົດໄຟໝາກຖົ່ວລຽນ” ຈາກສະຖານີມາບຕາພຸດຂອງປະເທດໄທຫານະຄອນກວາງໂຈ່ວຂອງຈີນ ໄດ້ໃຊ້ເວລາສັ້ນທີ່ສຸດໃນການຂົນສົ່ງໝາກໄມ້ຈາກປະເທດໄທຫາປະເທດຈີນ, ອັດຕາເສຍຫາຍໃນການຂົນສົ່ງກໍໄດ້ຫຼຸດລົງຢ່າງຈະແຈ້ງ. ປະສິດທິພາບໃນການຂົນສົ່ງໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ຕົ້ນທຶນການຂົນສົ່ງກໍໄດ້ຫຼຸດລົງ 30% ຫາ 50%.


ນອກຈາກໝາກຖົ່ວລຽນແລ້ວ, ໝາກມັງຄຸດ, ໝາກລຳໄຍ ແລະ ໝາກມ່ວງຈາກໄທ, ລາວ, ຫວຽດນາມ ແລະ ສິງກະໂປ ກໍໄດ້ເຂົ້າເຖິງລະດູເກັບກ່ຽວແລ້ວ. ນັບແຕ່ເດືອນເມສາປີນີ້ເປັນຕົ້ນມາ, ໝາກຖົ່ວລຽນ, ໝາກມີ້, ໝາກມັງຄຸດ, ໝາກລຳໄຍ ແລະ ໝາກພຸກເປັນຕົ້ນໄດ້ປ້ອນເຂົ້າຕະຫຼາດເປັນຈຳນວນຫຼວງຫຼາຍ, ແຕ່ລະມື້, ຈະມີຂະບວນລົດໄຟຂົນສົ່ງໝາກໄມ້ຂະບວນໜຶ່ງແລ່ນຜ່ານທາງລົດໄຟຈີນ-ລາວແລ້ວເຂົ້າສູ່ປະເທດຈີນ ແລະ ຂົນຍ້າຍໄປເຖິງຕົວເມືອງໃຫຍ່ແຫ່ງຕ່າງໆຂອງຈີນ.

ຮອດວັນກຳມະກອນສາກົນປີນີ້, ໝາກໄມ້ເຂດຮ້ອນທີ່ໄດ້ຂົນສົ່ງເຂົ້າສູ່ຕະຫຼາດຈີນໂດຍຜ່ານທາງລົດໄຟຈີນ-ລາວໄດ້ບັນລຸເຖິງ 11.000 ໂຕນ, ໄດ້ເຮັດໃຫ້ໝາກໄມ້ໃນຕະຫຼາດຈີນມີຄວາມອຸດົມສົມບູນກວ່າເກົ່າ. ຕາມຂ່າວແຈ້ງວ່າ, ລະດູການຄຶກຄັກຂອງການຂົນສົ່ງໝາກໄມ້ຕາມທາງລົດໄຟຈີນ-ລາວຈະແກ່ຍາວໄປເຖິງທ້າຍເດືອນມິຖຸນາໜ້ານີ້. ການຂົນສົ່ງໝາກໄມ້ຕ່າງໆຈາກອາຊີຕາເວັນອອກສຽງໃຕ້ ເຊັ່ນ: ໝາກຖົ່ວລຽນ, ໝາກມັງຄຸດ, ໝາກລຳໄຍ ແລະ ໝາກພຸກເປັນຕົ້ນ ຈະເພີ່ມຂຶ້ນ 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.


ນັບແຕ່ເປີດນຳໃຊ້ທາງລົດໄຟຈີນ-ລາວເປັນຕົ້ນມາ, ຕົ້ນທຶນການຄ້າລະຫວ່າງຈີນແລະບັນດາປະເທດອາຊຽນໄດ້ຫຼຸດລົງຢ່າງຫຼວງຫຼາຍ, ດ້ານໜຶ່ງໄດ້ຊຸກຍູ້ການພັດທະນາກະສິກຳຂອງລາວ, ໄທ ແລະ ປະເທດສະມາຊິກອາຊຽນອື່ນໆ, ອີກດ້ານໜຶ່ງ, ກໍໄດ້ເຮັດໃຫ້ລູກຄ້າຈີນສາມາດຊົມໃຊ້ສິນຄ້າທີ່ມີຄຸນນະພາບດີ ແລະ ລາຄາຖືກຈາກປະເທດເຫຼົ່ານີ້, ທາງລົດໄຟຈີນ-ລາວເປັນເສັ້ນທາງທີ່ສ້າງຜົນປະໂຫຍດເຊິ່ງກັນແລະກັນ ໃຫ້ແກ່ຈີນ ແລະ ບັນດາປະເທດສະມາຊິກອາຊຽນແທ້ໆ.