ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳກ່ຽວກັບການທີ່ຈະພັດທະນາກະສິກຳທີ່ມີເອກະລັກພິເສດຄືແນວໃດ?

2023-05-15 15:20:37 cri





ເມື່ອມໍ່ໆມານີ້ ຄືວັນທີ 11 ພຶດສະພານີ້, ທ່ານສີຈິ້ນຜິງທີ່ກຳລັງສຳຫຼວດກວດກາວຽກງານຢູ່ນະຄອນຊ່າງໂຈ່ວແຂວງເຫີເປີຍ ເພິ່ນໄດ້ຍ່າງເຂົ້າໄປໃນທົ່ງນາເຂົ້າເບຣທີ່ເປັນດິນເຄັມສາມາດທົນທານກັບຄວາມແຫ້ງແລ້ງໄດ້ແຫ່ງໜຶ່ງຢູ່ເຂດຊ່ຽນຈ່ວງເມືອງຫວງຮວາເພື່ອກວດກາເບິ່ງການເຕີບໃຫຍ່ຂອງເຂົ້າເບຣຢ່າງລະອຽດ ແລະຮັບຮູ້ສະພາບການກ່ຽວກັບການເຜີຍແຜ່ການປູກເຂົ້າເບຣຢູ່ດິນເຄັມແຫ້ງ ກໍຄືການຫັນເປັນອຸດສາຫະກຳ ເປັນຕົ້ນ. ທ່ານສີຈິ້ນຜິງໄດ້ສອບຖາມຊາວກະສິກອນແລະນັກວິຊາການກະສິກຳທີ່ກຳລັງເຮັດວຽກຢູ່ກາງທົ່ງນາກ່ຽວກັບຜົນຜະລິດ,ລາຄາແລະລາຍໄດ້ຈາກການປູກເຂົ້າເບຣຢູ່ດິນເຄັມແຫ້ງ, ເພິ່ນຍັງໄດ້ຊີ້ອອກວ່າ ຕ້ອງພັດທະນາກະສິກຳທີ່ມີເອກະລັກພິເສດຢູ່ເຂດດິນເຄັມໃຫ້ດີ.

 

ເຂດສາທິດການປູກເຂົ້າເບຣຢູ່ດິນເຄັມແຫ້ງຕາມມາດຕະຖານທີ່ທ່ານສີຈິ້ນຜິງໄດ້ສຳຫຼວດກວດກາວຽກງານໃນເທື່ອນີ້ເປັນດິນເຄັມແຫ້ງຜືນໜຶ່ງທີ່ຖືກຈຳກັດໃນດ້ານເງື່ອນໄຂທຳມະຊາດແລະມີປະລິມານທາດເກືອສູງຢູ່ໃນດິນ.

 



ຢູ່ນະຄອນຊ່າງໂຈ່ວ, ດິນເຄັມແຫ້ງທີ່ປະຊາຊົນທ້ອງຖິ່ນເວົ້າກັນນັ້ນກໍແມ່ນດິນເຄັມທີ່ຄົນທັງຫຼາຍຮູ້ກັນດີນັ້ນເອງ. ຜູ້ຄົນທີ່ຄຸ້ນເຄີຍກັບກະສິກຳແລະຊົນນະບົດຄົງຈະຈິນຕະນາການໄດ້ເຖິງທາດເກືອຂາວຈ່ານຜ່ານທີ່ປົກຫຸ້ມດິນເຄັມໃນຍາມລະດູໃບໄມ້ຫຼົ່ນ. ດິນເຄັມກໍໝາຍຄວາມວ່າ ເຄື່ອງປູກຝັງຍາກທີ່ຈະເກີດໄດ້.

 

ການພັດທະນາກະສິກຳທີ່ມີເອກະລັກພິເສດແມ່ນຕ້ອງເອົາໃຈໃສ່ສະພາບຕົວຈິງຂອງທ້ອງຖິ່ນ, ເຮັດໃຫ້ດິນເຄັມສາມາດຫັນຈາກດິນເສຍໃຫ້ເປັນສິ່ງປະເສີດໄດ້. ໃນເວລາສຳຫຼວດກວດກາວຽກງານຢູ່ນະຄອນຊ່າງໂຈ່ວ, ທ່ານສີຈິ້ນຜິງໄດ້ເນັ້ນໜັກໃຫ້ເສີມຂະຫຍາຍບົດບາດສຳຄັນຕົ້ນຕໍຂອງການປະດິດສ້າງດ້ານວິທະຍາສາດເຕັກນິກ, ເພີ່ມທະວີການປັບປຸງແລະຍົກລະດັບດິນເຄັມໃຫ້ມີຄຸນນະ ພາບສູງຂຶ້ນ, ເພີ່ມທະວີການພັດທະນາແລະເຜີຍແຜ່ການປູກພືດພັນທີ່ເໝາະສຳລັບປູກຢູ່ໃນດິນເຄັມ, ເປີດກວ້າງເນື້ອທີ່ປູກພືດທີ່ເໝາະສຳລັບປູກຢູ່ໃນດິນເຄັມຢ່າງມີປະສິດທິຜົນ.

 

ໃນນີ້, ແນວພັນພືດແມ່ນມີຄວາມສຳຄັນຫຼາຍ. ທ່ານສີຈິ້ນຜິງເຄີຍຊີ້ໃຫ້ເຫັນຄວາມສຳຄັນຂອງການເລືອກແນວພັນພືດໃນການປູກຝັງດ້ວຍຄຳເວົ້າທີ່ມີຊີວິດຊີວາຄື: “ຊາວກະສິກອນເພິ່ນວ່າ ‘ຢາກໄດ້ລູກດີຕ້ອງມີແມ່ທີ່ດີ, ແນວພັນດີຈະໄດ້ຜົນລະປູກທີ່ດີ’, ‘ການປູກຝັງຄັນບໍ່ເລືອກແນວພັນ,ເຖິງຈະເຮັດເມື່ອຍຊິຕາຍກໍບໍ່ໄດ້ຮັບຜົນ’”

 



ເຂົ້າເບຣທີ່ທ່ານສີຈິ້ນຜິງໄດ້ກວດເບິ່ງຢູ່ໃນນາດິນເຄັມແຫ້ງນັ້ນປະກອບມີ: ເຂົ້າເບຣສ້ຽວຢຽນ60, ຊ່າງມ້າຍ 6002 ແລະເຂົ້າເບຣຊະນິດອື່ນໆທີ່ທົນທານຕໍ່ທາດເກືອແລະຄວາມແຫ້ງແລ້ງໄດ້ ເຊິ່ງເປັນພືດພັນທີ່ພະນັກງານວິຊາການເຕັກນິກກະສິກຳທ້ອງຖິ່ນແຫ່ງນີ້ໄດ້ປິ່ນອ້ອມຂອດສຳຄັນຕ່າງໆເຊັ່ນ: ການປູກ, ໃສ່ຝຸ່ນ, ບົວລະບັດແລະອື່ນໆ ໂດຍໄດ້ປະຕິບັດຕາມມາດຕະຖານເຕັກນິກລະດັບຊາດແລະຂະແໜງການກະສິກຳ 30 ລາຍການ, ຄົ້ນຄວ້າພັດທະນາແລະເພາະພັນໃຫ້ເປັນພືດພັນທີ່ເໝາະສົມຕໍ່ການປູກຢູ່ໃນດິນເຄັມ.

 

ຈີນມີດິນເຄັມປະມານ 100 ລ້ານເຮັກຕາ, ໃນນີ້, ປະມານ 33 ລ້ານເຮັກຕາມີທ່າແຮງບົ່ມຊ້ອນໃນດ້ານການພັດທະນານຳໃຊ້ໄດ້. ຖ້າຫາກດິນເຄັມທີ່ “ຫຼັບໄຫຼ”ຜືນນີ້ສາມາດຖືກປຸກໃຫ້ຕື່ນຂຶ້ນມາໄດ້ ກໍຈະເກີດມີຜົນປະໂຫຍດອັນສຳຄັນ. ໃນການສຳຫຼວດກວດກາວຽກງານຢູ່ນະຄອນຊ່າງໂຈ່ວ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: “ການດຳເນີນການນຳໃຊ້ດິນເຄັມແບບສັງລວມເປັນບັນຫາຍຸດທະ ສາດອັນໜຶ່ງ, ຈຳເປັນຕ້ອງວາງໄວ້ຢູ່ໃນຖານະອັນສຳຄັນ.”

ຢູ່ເຂດສາທິດອຸດສາຫະກຳເຕັກນິກສູງໃໝ່ດ້ານກະສິກຳເຂດສາມລ່ຽມປາກແມ່ນ້ຳເຫຼືອງ,ເນື່ອງຈາກສາເຫດຕ່າງໆເປັນຕົ້ນແມ່ນ ນ້ຳທະເລຖ້ວມ ແລະອື່ນໆ, ເຂດສາມລ່ຽມປາກແມ່ນ້ຳເຫຼືອງກວມ80%ຂຶ້ນໄປແມ່ນເປັນດິນເຄັມ. ຊຸມປີຜ່ານມານີ້, ຜ່ານຈາກການນຳໃຊ້ແບບອະນຸລັກສິ່ງແວດລ້ອມນິເວດ ແລະການປະດິດສ້າງດ້ານຂະແໜງການແນວພັນພືດ, ເຮັດໃຫ້ດິນເຄັມສາມາດປູກແນວພັນພືດກະສິກຳທີ່ດີຫຼາຍຊະນິດທີ່ມີສະມັດຕະພາບສູງແລະສາມາດທົນທານຕໍ່ທາດເກືອໄດ້.

 

ເດືອນຕຸລາ2021, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ເຂດສາທິດແຫ່ງນີ້. ເມື່ອໄດ້ເຫັນທ້ອງຖິ່ນດັ່ງກ່າວໄດ້ຫັນປ່ຽນແນວຄວາມຄິດໃນການເພາະພັນພືດຈາກພືດປະເພດທີ່ເໝາະສຳລັບປູກເພື່ອປັບປຸງດິນເຄັມຈົນຮອດການຄັດເລືອກແລະເພາະພັນພືດທີ່ເໝາະສຳລັບປູກຢູ່ໃນດິນເຄັມ, ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍວ່າ: “ນີ້ຄືກັນກັບການພັດທະນາກະສິກຳເຂດດິນແຫ້ງແລ້ງ, ມັນບໍ່ແມ່ນການປົວແປງດິນແຫ້ງແລ້ງ,ແຕ່ແມ່ນຕ້ອງເຜີຍແຜ່ການປູກພັນພືດທີ່ທົນທານຕໍ່ຄວາມແຫ້ງແລ້ງໄດ້.” ທ່ານສີຈິ້ນຜິງຍັງໄດ້ໃຫ້ກຳລັງໃຈແກ່ປະຊາຊົນທ້ອງຖິ່ນທັງຫຼາຍວ່າ: “ພວກເຮົາຕ້ອງຮັກສາເສັ້ນແດງດິນປູກຝັງ120ລ້ານເຮັກຕາໃຫ້ໄດ້ ຂະນະທີ່ດິນເຄັມ33ລ້ານເຮັກຕາກໍຕ້ອງພັດທະນາແລະນຳໃຊ້ຢ່າງເຕັມສ່ວນເຊັ່ນດຽວກັນ.ຖ້າຫາກພັດທະນາການປູກພືດທີ່ທົນທານຕໍ່ທາດເກືອໃຫ້ດີແລ້ວ, ກໍຈະມີບົດບາດສຳຄັນຕໍ່ການຄ້ຳປະກັນຄັງສາງເຂົ້າຂອງຈີນແລະຖ້ວຍເຂົ້າຂອງຈີນ”.

 

ຄັນຢາກພັດທະນາກະສິກຳທີ່ມີເອກະລັກພິເສດໃຫ້ດີ, ການພັດທະນາອຸດສາຫະກຳກໍແມ່ນຂອດສຳຄັນອັນໜຶ່ງ.

 

ໃນກອງປະຊຸມວຽກງານຊົນນະບົດຂັ້ນສູນກາງຈີນທີ່ຈັດຂຶ້ນເມື່ອທ້າຍປີ2022, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ຕ້ອງປະດິດສ້າງຮູບແບບການຜະລິດ-ທຸລະກິດສະບຽງອາຫານ, ເສີມຂະຫຍາຍຕ່ອງໂສ້ອຸດສາຫະກຳເພື່ອບັນລຸການປະຢັດຕົ້ນທຶນແລະເພີ່ມປະສິດທິຜົນ.

 


ໃນການສຳຫຼວດກວດກາວຽກງານຢູ່ນະຄອນຊ່າງໂຈ່ວເທື່ອນີ້, ທ່ານສີຈິ້ນຜິງໄດ້ຮັບຮູ້ສະພາບກ່ຽວກັບນະຄອນຊ່າງໂຈ່ວເຜີຍແຜ່ການປູກເຂົ້າເບຣຢູ່ດິນເຄັມແຫ້ງ ແລະເອົາໃຈໃສ່ການຫັນເປັນອຸດສາຫະກຳດ້ານເຂົ້າເບຣທີ່ປູກຢູ່ດິນເຄັມແຫ້ງ, ເພິ່ນໄດ້ຊີ້ນຳໃຫ້ຕັ້ງໜ້າພັດທະນາອຸດສາຫະກຳການປຸງແຕ່ງລະອຽດ.

ເຖິງວ່າດິນເຄັມມີທາດເກືອສູງ, ແຕ່ເງື່ອນໄຂການປູກຝັງອັນພິເສດພັດໄດ້ເຮັດໃຫ້ເຂົ້າເບຣທີ່ປູກຢູ່ດິນເຄັມແຫ້ງມີຄຸນນະພາບສະເພາະຕົວຄື: ມີປະລິມານແຮ່ທາດສູງເປັນຕົ້ນແມ່ນໂປຕາຊຽມ(potassium) ການຊຽມ, ແມັກນີຊຽມ(Magnesium) ເຫຼັກ, ສັງກະສີ (Zinc) , ສ່ວນທາດໂປຣຕິນແມ່ນສູງເຖິງ13%-16%, ແປ້ງໝີ່ທີ່ປຸງແຕ່ງຈາກເຂົ້າເບຣຊະນິດນີ້ມີຄວາມຫອມເຂັ້ມຂຸ້ນ, ເຮັດເປັນອາຫານແລ້ວອ່ອນນຸ້ມ,ໜຽວ,ບໍ່ຂາດງ່າຍ, ເໝາະສຳລັບປຸງແຕ່ງອາຫານດັ້ງເດີມທີ່ເຮັດດ້ວຍມືເຊັ່ນ ເຂົ້າໜົມໝານໂຖ, ເສັ້ນໝີ່ ແລະອື່ນໆ.

 

ກະສິກຳທີ່ມີເອກະລັກພິເສດໄດ້ເຮັດໃຫ້ດິນເຄັມຈາກດິນເສຍຫັນເປັນສິ່ງປະເສີດ, ພາໃຫ້ເກີດມີໂອກາດໃໝ່ຫຼາຍກວ່າເກົ່າ.

 

ປັດຈຸບັນ, ຢູ່ເມືອງຫວງຮວາມີວິສາຫະກິດປຸງແຕ່ງແປ້ງໝີ່ຂະໜາດໃຫຍ່ສົມຄວນ20ແຫ່ງ, ຄວາມສາມາດປຸງແຕ່ງແປ້ງໝີ່ມີເກືອບ 500.000 ໂຕນຕໍ່ປີ, ທົ່ວເມືອງໄດ້ກຳເນີດໃຫ້ມີອຸດສາຫະກຳເຂົ້າເບຣທີ່ມີຕ່ອງໂສ້ຄົບວົງຈອນທີ່ລວມເຖິງການຜະລິດກະສິກຳຕາມໃບສັ່ງຊື້, ການເກັບຮັກສາ,ຂົນສົ່ງຕໍ່, ການປຸງແຕ່ງແປ້ງໝີ່,ການຜະລິດຜະລິດຕະພັນອາຫານແລະອື່ນໆ.

 

ປະເທດເຂັ້ມແຂງດ້ານກະສິກຳເປັນພື້ນຖານຂອງປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງ. ບໍ່ວ່າ ສັງຄົມຈະມີຄວາມທັນສະໄໝໃນລະດັບສູງສ່ຳໃດກໍຕາມ, ການສະໜອງສະບຽງອາຫານແລະຜະລິດຕະພັນກະສິກຳທີ່ສຳຄັນໃຫ້ກັບປະຊາກອນຈຳນວນ1,4ຕື້ກວ່າຄົນຢ່າງໝັ້ນຄົງນັ້ນຈະເປັນສິ່ງສຳຄັນອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ.

 

ເດືອນມິຖຸນາທີ່ຈະມາເຖິງນີ້ຈະເປັນໄລຍະເກັບກ່ຽວເຂົ້າເບຣທີ່ປູກຢູ່ດິນເຄັມແຫ້ງຂອງເມືອງຫວງຮວາ ນະຄອນຊ່າງໂຈ່ວແຂວງເຫີເປີຍ. ເມື່ອຮອດເວລານັ້ນ, ທົ່ງນາເຂົ້າເບຣອັນກວ້າງໃຫຍ່ໄພສານຈະສຸກເຫຼືອງຢ່າງສວຍສົດງົດງາມແລະມີກິ່ນຫອມເຂົ້າເບຣກຸ້ມໄປທົ່ວປິວໄປຕາມສາຍລົມ ເຊິ່ງບໍ່ພຽງແຕ່ເປັນການສົ່ງສັນຍານແຫ່ງຄວາມເບີກບານມ່ວນຊື່ນຍ້ອນຜົນເກັບກ່ຽວອັນອຸດົມສົມບູນເທົ່ານັ້ນ,ຍັງເປັນການສົ່ງສັນຍານວ່າ ຈີນມີຄວາມໝັ້ນໃຈໃນການກຳຖ້ວຍເຂົ້າຂອງຕົນໄວ້ໃຫ້ແໜ້ນ.