ໃຜເປັນຜູ້ບັງຄັບນາບຂູ່ດ້ານເສດຖະກິດ? ຄວນເບິ່ງການກະທຳຂອງອາເມຣິກາກ່ອນ

2023-05-15 14:33:47 cri

ຫວ່າງມໍ່ໆມານີ້, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງກຸ່ມ 7 ປະເທດຫຼື G7, ທ່ານນາງຈັນເນດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາຮຽກຮ້ອງໃຫ້ປະຕິບັດ “ການເຄື່ອນໄຫວທີ່ປະສານສົມທົບ” ເພື່ອຄັດຄ້ານອັນທີ່ເອີ້ນວ່າ “ການບັງຄັບນາບຂູ່ດ້ານເສດຖະກິດ” ຈາກປະເທດຈີນ.

ຖ້າວ່າເວົ້າເຖິງ “ການບັງຄັບນາບຂູ່” ໃນສາຍພົວພັນສາກົນນັ້ນ, ມະໂນພາບດັ່ງກ່າວກໍແມ່ນອາເມຣິກາສ້າງຂຶ້ນແລະປະຕິບັດຕົວຈິງມາໂດຍຕະຫຼອດ. “ການບັງຄັບນາບຂູ່ດ້ານເສດຖະກິດ” ໃນຖານະເປັນສ່ວນປະກອບດ້ານ “ການຕ່າງປະເທດແບບບັງຄັບນາບຂູ່” ຂອງອາເມຣິກາ, ແມ່ນເປັນຂອງສິດທິບັດຂອງອາເມຣິກາເອງ.

ທີ່ຈິງແລ້ວ, ການປິດລ້ອມດ້ານເຕັກໂນໂລຊີແມ່ນເຄື່ອງມືທີ່ອາເມຣິການຳໃຊ້ເລື້ອຍໆໃນເວລາເຮັດການບັງຄັບນາບຂູ່ດ້ານເສດຖະກິດ. ນອກຈາກນັ້ນ, ການລົງໂທດພຽງຝ່າຍດຽວກໍແມ່ນເຄື່ອງມືຂອງການບັງຄັບນາບຂູ່ດ້ານເສດຖະກິດທີ່ອາເມຣິກາໃຊ້ຕາມລຳພັງໃຈ. ກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້ຂອງອາເມຣິກາທີ່ອາເມຣິກາປະຕິບັດຢູ່ໃນປັດຈຸບັນນີ້ກໍແມ່ນຫຼັກຖານທີ່ອາເມຣິກາເປັນຜູ້ກໍ່ການບັງຄັບນາບຂູ້ດ້ານເສດຖະກິດ.

ກອງປະຊຸມສຸດຍອດ G7 ຈະຈັດຂຶ້ນໃນໄວໆນີ້, ປະເທດສະມາຊິກຈຳນວນໜຶ່ງຂອງ G7 ກໍແມ່ນຜູ້ຖືກເຄາະຮ້າຍຈາກການບັງຄັບນາບຂູ່ດ້ານເສດຖະກິດຂອງອາເມຣິກາ, ຖ້າວ່າອາເມຣິກາຕັ້ງໃຈຈັດ “ການຮັບມືກັບການບັງຄັບນາບຂູ່ດ້ານເສດຖະກິດ” ເຂົ້າໃນວາລະປະຊຸມ, ປະເທດເຫຼົ່ານີ້ຄວນຄິດເຖິງປະສົບການຂອງຕົນເສຍກ່ອນຈະດີກວ່າ, ຢ່າປະຕິບັດຕາມຢ່າງຫຼັບຫູຫຼັບຕາແລະສົມຮູ້ຮ່ວມຄິດກາຍເປັນຜູ້ສະໜັບສະໜູນຂອງປະເທດເຮັດການບັງຄັບນາບຂູ່ດ້ານເສດຖະກິດທີ່ແທ້ຈິງ.