ບັນຫາແຮງງານເດັກຂອງອາເມຣິກາຈະສິ້ນສຸດລົງໃນເມື່ອໃດ

2023-05-16 16:30:09 cri

ຕາມຂ່າວຈາກເວັບໄຊຂ່າວຂອງບໍລິສັດກະຈາຍສຽງໂກລົມບີໃນວັນທີ 3 ພຶດສະພານີ້ໃຫ້ຮູ້ວ່າ: ຜົນການສຳຫຼວດລາຍໜຶ່ງຂອງກະຊວງແຮງງານອາເມຣິກາສະແດງໃຫ້ເຫັນວ່າ: ມີບໍລິສັດໄດ້ຮັບການມອບສິດທຸລະກິດເປັນພິເສດຈາກບໍລິສັດ Mcdonald’s 3 ແຫ່ງຂອງອາເມຣິກາໄດ້ຈ້າງແຮງງານເດັກ 300 ຄົນຢ່າງຜິດກົດໝາຍ, ໃນນັ້ນ ມີເດັກນ້ອຍ 2 ຄົນທີ່ມີອາຍຸພຽງ 10 ປີ.


ໃນຊຸມປີຜ່ານມາ, ບັນຫາແຮງງານເດັກຂອງອາເມຣິການັບມື້ນັບພົ້ນເດັ່ນຂຶ້ນ. ໂດຍອີງຕາມບົດລາຍງານທີ່ກະຊວງແຮງງານອາເມຣິກາເປີດເຜີຍໃນເດືອນມີນາປີ 2023 ສະແດງໃຫ້ເຫັນວ່າ, ນັບແຕ່ປີ 2015 ເປັນຕົ້ນມາ, ຈຳນວນແຮງງານເດັກແບບຜິດກົດໝາຍຂອງອາເມຣິກາໄດ້ເພີ່ມຂຶ້ນ 283%, ຄະດີແຮງງານເດັກທີ່ລະເມີດກົດໝາຍແຮງງານຈາກ 1.012 ກໍລະນີເພີ່ມຂຶ້ນເປັນ 3.876 ກໍລະນີ. ປີ 2021, ມີແຮງງານເດັກອາເມຣິກາ 21 ຄົນເສຍຊີວິດໃນການອອກແຮງງານ.

ຈຳນວນແຮງງານເດັກຂອງອາເມຣິກາເພີ່ມຂຶ້ນຢ່າງວ່ອງໄວ ມີສ່ວນກ່ຽວຂ້ອງກັບ “ບັນຫາຂາດແຮງງານ” ຍ້ອນໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ແລະ ວິກິດການດ້ານຕ່ອງໂສ້ການສະໜອງ. ສະພາການຄ້າອາເມຣິກາເປີດເຜີຍວ່າ, ໃນເດືອນມັງກອນປີ 2023, ທົ່ວປະເທດອາເມຣິກາໄດ້ຂາດແຮງງານ 10 ລ້ານຕຳແໜ່ງງານ, ຈຳນວນແຮງງານຍັງຕ່ຳກວ່າລະດັບກ່ອນເກີດການແພ່ລະບາດຂອງພະຍາດໂຄວິດ-19. ເພື່ອເພີ່ມຈຳນວນແຮງງານໂດຍໄວດ້ວຍຕົ້ນທຶນຕ່ຳກວ່າເກົ່າ, ມີຫຼາຍວິສາຫະກິດໄດ້ເລັງສາຍຕາໄປສູ່ເດັກນ້ອຍ, ຫຼາຍລັດຂອງອາເມຣິກາໄດ້ເຊັນກົດໝາຍສະບັບໃໝ່ ເພື່ອແກ່ຍາວເວລາເຮັດວຽກຂອງແຮງງານບໍ່ເຕັມກະສຽນອາຍຸ.

ໃນຂະນະດຽວກັນ, ລັດຖະບານອາເມຣິກາກໍມີຄວາມຮັບຜິດຊອບຕໍ່ບັນຫາແຮງງານເດັກຂອງອາເມຣິການັບມື້ນັບໜັກໜ່ວງຂຶ້ນ. ຜົນການສຳຫຼວດຂອງສື່ມວນຊົນອາເມຣິກາສະແດງໃຫ້ເຫັນວ່າ, ປັດຈຸບັນນີ້, ແຮງງານເດັກສ່ວນຫຼາຍຂອງອາເມຣິກາມາຈາກເດັກນ້ອຍທີ່ຍົກຍ້າຍຖິ່ນຖານຈາກພາກພື້ນອາເມຣິກາກາງ. ເມື່ອບົດລາຍງານສະບັບຕ່າງໆ ກ່ຽວກັບແຮງງານເດັກໄດ້ດຳເນີນງານໃນຕຳແໜ່ງທີ່ມີຄວາມອັນຕະລາຍຖືກສົ່ງໄປເຖິງທຳນຽບຂາວອາເມຣິກາ, ເຈົ້າໜ້າທີ່ທຳນຽບຂາວອາເມຣິກາພັດເວົ້າແກ້ຕົວວ່າ, ບັນຫາແຮງງານເດັກຍົກຍ້າຍຖິ່ນຖານ ບໍ່ແມ່ນບັນຫາບຸລິມະສິດສຳລັບລັດຖະບານອາເມຣິກາ. “ວິກິດການແຮງງານເດັກເກີດມາຈາກຄວາມຫຼົ້ມເຫຼວຂອງນະໂຍບາຍໃນຫຼາຍລະດັບ.”

ຈົນມາເຖິງປັດຈຸບັນນີ້, ອາເມຣິກາຍັງບໍ່ໄດ້ໃຫ້ສັດຕະຍາບັນ “ສົນທິສັນຍາວ່າດ້ວຍສິດທິເດັກ” ຂອງອົງການສະຫະປະຊາຊາດເທື່ອ, ຈົນເຖິງຂັ້ນຖືກອົງການແຮງງານສາກົນບົ່ງຊື່ຕຳໜິຫຼາຍເທື່ອ ຍ້ອນມີບັນຫາແຮງງານເດັກທີ່ໜັກໜ່ວງ. ເດັກທີ່ໄຮ້ດຽງສາຄວນມີຊີວິດທີ່ສະໜຸກສະໜານຕາມໄວເດັກ, ແຕ່ຢູ່ອາເມຣິກາ ທີ່ເຂົ້າກະຕ່າຍໍໂຕເອງວ່າເປັນປະເທດອາລັກຂາສິດທິມະນຸດ, ເດັກພັດປະສົບຄວາມທຸກທໍລະມານທີ່ຮ້າຍແຮງຢ່າງເປີດແປນ. ພວກເຮົາກໍຢາກຖາມວ່າ, ບັນຫາແຮງງານເດັກຂອງອາເມຣິກາຈະສິ້ນສຸດລົງໃນເມື່ອໃດ?