ຈີນ ແລະ ຟີລິບປິນຈະຫຼຸດພາສີໃຫ້ກັນແລະກັນພາຍໃຕ້ຂອບ RCEP ນັບແຕ່ວັນທີ 2 ມິຖຸນາໜ້ານີ້ເປັນຕົ້ນໄປ

2023-05-16 11:17:45 cri

ຕາມຂ່າວຈາກເວັບໄຊກະຊວງການເງິນຈີນໃຫ້ຮູ້ວ່າ: ຈີນ ແລະ ຟີລິບປິນຈະຫຼຸດພາສີໃຫ້ກັນແລະກັນພາຍໃຕ້ຂອບ RCEP ນັບແຕ່ວັນທີ 2 ມິຖຸນາໜ້ານີ້ເປັນຕົ້ນໄປ.


ຫວ່າງມໍ່ໆມານີ້, ສຳນັກງານເລຂາອາຊຽນ ທີ່ເປັນອົງການເກັບຮັກສາ “ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ” ຫຼື RCEP ໄດ້ອອກແຈ້ງການ, ຟີລິບປິນໄດ້ຍື່ນສັນຍາຢືນຢັນໃຫ້ເລຂາທິການໃຫຍ່ອາຊຽນຢ່າງເປັນທາງການ. ອີງຕາມຂໍ້ກຳນົດທີ່ກ່ຽວຂ້ອງຂອງສັນຍາ, RCEP ຈະມີຜົນບັງຄັບໃຊ້ຢ່າງເປັນທາງການຕໍ່ຟີລິບປິນ ນັບແຕ່ວັນທີ 2 ມິຖຸນາໜ້ານີ້ເປັນຕົ້ນໄປ.


ພາຍຫຼັງ RCEP ເລີ່ມມີຜົນບັງຄັບໃຊ້ຕໍ່ຟີລິບປິນແລ້ວ, 15 ສະມາຊິກທັງໝົດຂອງ RCEP ລ້ວນແຕ່ໄດ້ສຳເລັດຂັ້ນຕອນຢືນຢັນການມີຜົນບັງຄັບໃຊ້ຂອງສັນຍາ ແລະ ໄດ້ປະຕິບັດການຫຼຸດພາສີທີ່ກ່ຽວຂ້ອງໃຫ້ກັນແລະກັນ, ສັນຍາໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການປະຕິບັດຢ່າງຮອບດ້ານ.