ທ່ານຫຼີສຽງພົບປະກັບຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນສິງກະໂປ

2023-05-17 15:04:20 cri

ວັນທີ 16 ພຶດສະພານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນ ໄດ້ພົບປະກັບທ່ານລໍເຣນສ ວອງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນສິງກະໂປ ທີ່ເດີນທາງມາຢ້ຽມຢາມຈີນ.

ທ່ານຫຼີສຽງຊີ້ອອກວ່າ: ຈີນຍິນດີແບ່ງປັນໂອກາດການພັດທະນາໃໝ່ຂອງຈີນກັບສິງກະໂປ, ຍິນດີຕ້ອນຮັບສິງກະໂປສືບຕໍ່ລົງເລິກເຂົ້າຮ່ວມຂະບວນການປະຕິຮູບ ແລະເປີດປະຕູສູ່ພາຍນອກຂອງຈີນ, ຊຸກຍູ້ການຮ່ວມມືຈີນ-ສິງກະໂປໃຫ້ກ້າວຂຶ້ນສູ່ລະດັບໃໝ່. ຫວັງວ່າສອງຝ່າຍຈະເສີມຂະຫຍາຍບົດບາດຂອງກົນໄກການຮ່ວມມືລະດັບຮອງນາຍົກລັດຖະມົນຕີຈີນ-ສິງກະໂປ, ປະສານສົມທົບກັນຊຸກຍູ້ການຮ່ວມມືທີ່ມີຄຸນນະພາບສູງໃນຂົງເຂດຕ່າງໆ. ຈີນຍິນດີເປິກສາຫາລືກັບສິງກະໂປກ່ຽວກັບມາດຕະການສ້າງຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງສອງປະເທດ, ຊຸກຍູ້ປະຊາຊົນສອງປະເທດໄປມາຫາສູ່ກັນເລື້ອຍໆ.

ທ່ານລໍເຣນສ ວອງ ກ່າວວ່າ: ສິງກະໂປ ແລະຈີນມີການຮ່ວມມືຢ່າງແໜ້ນແຟ້ນ ແລະໄດ້ຮັບໝາກຜົນອັນອຸດົມສົມບູນ. ສິງກະໂປຍິນດີຮ່ວມກັບຈີນ, ຖຶເອົາການກຳນົດຖານະການພົວພັນສອງປະເທດເປັນທິດນຳພາ, ຊຸກຍູ້ໃຫ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຮອບດ້ານດ້ວຍຄຸນນະພາບສູງ, ຊຸກຍູ້ການພົວພັນສິງກະໂປ-ຈີນກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ແລະສ້າງໃຫ້ເປັນແບບຢ່າງຂອງການຮ່ວມມືສາກົນ.