ກິດຈະກຳສັບປະດາແລກປ່ຽນການສຶກສານຊັ້ນສູງຈີນ-ອາຊຽນຕອນຢູ່ມາເລເຊຍສຳເລັດລົງຢ່າງຈົບງາມ

2023-05-17 15:00:53 cri

ວັນທີ 16 ພຶດສະພານີ້, ກິດຈະກຳສັບປະດາການຮ່ວມມື ແລະການແລກປ່ຽນກ່ຽວກັບການສຶກສາຊັ້ນສູງຈີນ-ອາຊຽນ ໄດ້ສຳເລັດລົງຢູ່ມາເລເຊຍ. ມະຫາວິທະຍາໄລຫຼາຍແຫ່ງ ແລະຜູ້ຕາງໜ້າຂະແໜງການຕ່າງໆຂອງຈີນ ແລະມາເລເຊຍໄດ້ລົງນາມໃນຂໍ້ລິເລີ່ມການຮ່ວມມືສາກົນດ້ານການຜະລິດ, ການສຶກສາ ແລະການຄົ້ນຄວ້າ. ທ່ານຊີວາກູມາກ ລັດຖະມົນຕີກະຊວງຊັບພະຍາກອນມະນຸດມາເລເຊຍໄດ້ເຂົ້າຮ່ວມພິທີໄຂການຮ່ວມມືດັ່ງກ່າວ ພ້ອມທັງເປັນຜູ້ເປີດເຜີຍລາຍຊື່ຜູ້ຊ່ຽວຊານການຮ່ວມມືດ້ານການຜະລິດ, ການສຶກສາ ແລະການຄົ້ນຄວ້າຂ້າມວັດທະນະທຳ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼຶ BRICC ຊຸດທຳອິດຈຳນວນ 100 ທ່ານ ທີ່ມາຈາກມາເລເຊຍ ແລະປະເທດອື່ນໆຂອງອາຊຽນ.

 ກິດຈະກຳດັ່ງກ່າວແມ່ນຮ່ວມກັນຈັດຂຶ້ນໂດຍສະມາຄົມການສຶກສາ ແລະວັດທະນະທຳຈີນ, ບໍລິສັດຫົວເຫວີຍທີ່ມາເລເຊຍ, ສະຫະພັນການເຝຶກອົບຮົມບຸຄະລາກອນ ແລະການປະດິດສ້າງໃໝ່ເຕັກນິກດ້ານຂໍ້ມູນຂ່າວສານເອເລັກໂຕຣນິກຂອງສູນຂໍ້ມູນຂ່າວສານຈີນ-ອາຊຽນ ໂດຍມີຈຸດປະສົງເພື່ອເພີ່ມທະວີການຮ່ວມມື ແລະການແລກປ່ຽນຢ່າງເລິກເຊິ່ງດ້ານການຜະລິດ, ການສຶກສາ ແລະການຄົ້ນຄວ້າ ໃນດ້ານການສຶກສາຊັ້ນສູງ “ໜຶ່ງແລວໜຶ່ງເສັ້ນທາງ” ຈີນ ແລະອາຊຽນ.