ຈີນ ແລະ 5 ປະເທດຢູ່ອາຊີກາງເຂົ້າຮ່ວມຍຸກໃໝ່ແຫ່ງປະຊາຄົມຮ່ວມຊາຕາກຳ

2023-05-19 16:27:34 CRI


 


ລະຫວ່າງວັນທີ 18-19 ພຶດສະພາ 2023ນີ້ ກອງປະຊຸມສຸດຍອດຈີນ-ອາຊີກາງໄດ້ຈັດຂຶ້ນຢູ່ນະຄອນຊີ່ອ່ານແຂວງສ້ານຊີ່ ທີ່ເປັນຈຸດເລີ່ມຕົ້ນທາງຕາເວັນອອກຂອງ “ເສັ້ນທາງສາຍໄໝບູຮານ”. ກອງປະຊຸມສຸດຍອດຄັ້ງນີິ້ເປັນຂີດໝາຍ ສະແດງໃຫ້ເຫັນວ່າ ກົນໄກການພົບປະລະຫວ່າງປະມຸດລັດຈີນ-ປະເທດຢູ່ອາຊີກາງ້ໄດສ້າງຕັ້ງຂຶ້ນຢ່າງເປັນທາງການ. ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ສະເໜີໃນກອງປະຊຸມສຸດຍອດຄັ້ງນີ້ວ່າ: ຈີນ ແລະ 5 ປະເທດຢູ່ອາຊີກາງຈະຍຶດໝັ້ນການຊ່ວຍເຫຼືອເຊິ່ງກັນແລະກັນ, ພັດທະນາຮ່ວມກັນ, ມີຄວາມໝັ້ນຄົງທົ່ວໄປ, ແລະ ມີມິດຕະພາບທຸກເຊັ່ນຄົນ, ເປີດຍຸກໃໝ່ແຫ່ງປະຊາຄົມຮ່ວມຊາຕາກຳຈີນ-ອາຊີກາງ. ກອງປະຊຸມສຸດຍອດຄັ້ງນີ້ຍັງໄດ້ບັນລຸໝາກຜົນອັນສຳຄັນຫຼາຍຢ່າງກ່ຽວກັບຈຸດເຕີບໂຕໃໝ່, ເຊັ່ນ: ການເງິນ, ກະສິກຳ, ຫຼຸດຜ່ອນຄວາມທຸກຍາກ, ສີຂຽວກາກບອນຕ່ຳ, ສາທາລະນະສຸກ, ການປະດິດສ້າງໃໝ່ດ້ານດີຈີຕອນ, ແລະອື່ນໆ.

 


ຈາກ “ເສັ້ນທາງສາຍໄໝບູຮານ” ຮອດ “ໜຶ່ງແລວໜຶ່ງເສັ້ນທາງ”


ປະຫວັດຄວາມເປັນມາແຫ່ງການໄປມາຫາສູ່ກັນລະຫວ່າງຈີນ ແລະ ອາຊີກາງສາມາດຫວນຄືນເຖິງ 2100 ປີກ່ອນ, ທ່ານຈ່າງສ່ຽນ ຊາວຈີນຄົນໜຶ່ງໄດ້ບຸກເບີກ “ເສັ້ນທາງສາຍໄໝບູຮານ” ທີ່ເຊື່ອມຕໍ່ເອີຣົບ ແລະອາຊີ, ໂດຍເລີ່ມຈາກນະຄອນຊີ່ອ່ານ, ຜ່ານອາຊີກາງ ຈົນໄປຮອດເອີຣົບ, ມີໄລຍະຍາວ 7000 ກວ່າກິໂລແມັດ, ເຊິ່ງໄດ້ຊຸກຍູ້ການເຊື່ອມໂຍງດ້ານການຄ້າ ແລະ ວັດທະນະທຳ, ອົງການອຸຍແນັສໂກເອີ້ນວ່າ “ເສັ້ນທາງແຫ່ງການແລກປ່ຽນ ແລະ ການສົນທະນາລະຫວ່າງອະລິຍະທຳຕາເວັນອອກ ແລະ ຕາເວັນຕົກ”.



ປີ 1992, ຈີນ ແລະ 5 ປະເທດຢູ່ອາຊີກາງໄດ້ສ້າງສາຍພົວພັນທາງການທູດ.


ປີ 2013, ໃນເວລາເດີນທາງໄປຢ້ຽມຢາມອາຊີກາງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມ ຮ່ວມກັນສ້າງ “ແລວເສດຖະກິດເສັ້ນທາງສາຍໄໝ”, ເຊິ່ງຊຸກຍູ້ໃຫ້ຈີນ ແລະ ອາຊີກາງໄດ້ເປີດການຮ່ວມມືກັນທີ່ມຸ່ງໜ້າສູ່ອະນາຄົດ, ແລະ ຊຸກຍູ້ເສັ້ນທາງສາຍໄໝຟື້ນຟູຄວາມຈະເລີນຮຸ່ງເຮືອງຢ່າງຮອບດ້ານ.


ໃນ 10 ປີທີ່ຜ່ານມາ, ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊີກາງ, ຍອດມູນຄ່າການຄ້າກັບ 5 ປະເທດຢູ່ອາຊີກາງມີເຖິງ 70,2 ຕື້ໂດລາສະຫະລັດ, ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ແມ່ນເພີ່ມຂຶ້ນ 150 ກວ່າເທົ່າຂອງຕົວເລກໃນໄລຍະເບື້ອງຕົ້ນພາຍຫຼັງການສ້າງສາຍພົວພັນທາງການທູດ.


“ເສັ້ນທາງສາຍໄໝບູຮານ” ໄດ້ກາຍເປັນເຄືອຂາຍເຊື່ອມຕໍ່ ແລະ ການຮ່ວມມືແບບຮອບດ້ານທີ່ກວມລວມທາງຫຼວງ, ທາງລົດໄຟ, ທາງອາກາດ, ທໍ່ສົ່ງນ້ຳມັນ ແລະ ອາຍແກັສທຳມະຊາດ, ໄດ້ຊຸກຍູ້ບັນດາປະເທດຢູ່ອາຊີກາງຍົກລະດັບອຸດສາຫະກຳ, ເຊື່ອມໂຍງເຊື່ອມຈອດກັນ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ທັງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຮັກສາຄວາມທະລຸໂລ່ງຂອງຊ່ອງທາງເຊື່ອມຕໍ່ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຢູ່ອາຊີ ແລະ ເອີຣົບ.


ໜ່ວຍອູດໃນ “ເສັ້ນທາງສາຍໄໝບູຮານ” ໄດ້ກາຍເປັນການໄປມາຫາສູ່ກັນລະຫວ່າງປະຊາຊົນໃນປັດຈຸບັນ. ຈີນ ແລະ 5 ປະເທດຢູ່ອາຊີກາງມີເມືອງແຮກສ່ຽວ ແລະ ແຂວງແຮກສ່ຽວ 62 ຄູ່, ແຕ່ລະປີມີປະຊາຊົນຫຼາຍແສນຄົນໄປມາຫາສູ່ກັນ, ເຊິ່ງໄດ້ເສີມຂະຫຍາຍມິດຕະພາບທີ່ມີມາເປັນເວລາ 2000 ປີແລ້ວ.


ປີ 2022, ໂດຍສຸມໃສ່ຜົນປະໂຫຍດພື້ນຖານແລະອະນາຄົດທີ່ສົດໃສຂອງປະຊາຊົນຈີນແລະ 5 ປະເທດຢູ່ອາຊີກາງ, ຈີນແລະອາຊີກາງໄດ້ຮ່ວມກັນປະກາດສ້າງຕັ້ງປະຊາຄົມຮ່ວມຊາຕາກໍາລະຫວ່າງຈີນ-ອາຊີກາງ, ໂດຍຈະສຸມໃສ່ການສ້າງກົນໄກແຫ່ງການຮ່ວມມືອັນໃໝ່ທີ່ເປີດກວ້າງ, ໂປ່ງໃສ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະເໝີພາບກັນ, ໃຫ້ຜົນປະໂຫຍດເຊິ່ງກັນແລະກັນ ແລະສາມາດຈັດຕັ້ງປະຕິບັດຕົວຈິງໄດ້.


ມື້ນີ້, ໃນກອງປະຊຸມສຸດຍອດແບບເຊິ່ງໜ້າກັນຄັ້ງທໍາອິດນັບແຕ່ຈີນ-ອາຊີກາງ ສ້າງຕັ້ງສາຍພົວພັນທາງການທູດເປັນເວລາ 31 ປີຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ສະເໜີຂໍ້ສະເໜີແລະຂໍ້ລິເລີ່ມຕ່າງໆໂດຍໄດ້ບັນຍາຍເຖິງວິໄສທັດໃນຍຸກສະໄໝ ໃໝ່ຂອງສາຍພົວພັນລະຫວ່າງຈີນ-ອາຊີກາງ.


ຈີນ-ອາຊີກາງຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກແລະຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກ,  ສ້າງປະຊາຄົມຮ່ວມຊາຕາກໍາ.


ອາຊີກາງເປັນໃຈກາງຂອງທະວີບອາຊີ-ເອີຣົບ, ຕັ້ງຢູ່ສີ່ແຍກຂອງການເຊື່ອມຕໍ່ຈີນ-ຕາເວັນຕົກກໍຄືເຊື່ອມຕໍ່ລະຫວ່າງພາກເໜືອແລະພາກໃຕ້, ໂດຍໄດ້ສ່ອງແສງໃຫ້ເຫັນເຖິງຄຸນຄ່າອັນສໍາຄັນຂອງອາຊີກາງໃນດ້ານການເມືອງພາກພື້ນກໍຄືການແລກປ່ຽນທາງດ້ານວັດທະນະທໍາໃນທົ່ວໂລກ. ໃນຂະນະທີ່ສະພາບການໂລກເລັ່ງຜັນແປ, ໂລກຕ້ອງການອາຊີກາງທີ່ມີສະຖຽນລະພາບ, ມີຄວາມຈະເລີນຮຸ່ງເຮືອງ, ມີຄວາມກົມກຽວກໍຄືອາຊີກາງແຫ່ງການເຊື່ອມໂຍງເຂົ້າກັນ.


ໃນເວລາກ່າວຄໍາປາໄສໃນກອງປະຊຸມສຸດຍອດຄັ້ງນີ້, ທ່ານ ສີຈິ້ນຜິງ ໄດ້ອະທິບາຍທາດແທ້ຂອງປະຊາຄົມຮ່ວມຊາຕາກໍາລະຫວ່າງຈີນ-ອາຊີກາງໂດຍຊີ້ໃຫ້ເຫັນວ່າ: ຈີນແລະອາຊີກາງຄວນສ້າງເປັນປະຊາຄົມຮ່ວມຊາຕາກໍາທີ່ຊ່ວຍເຫຼືອເຊິ່ງກັນແລະກັນ, ສາມັກຄີແລະໄວ້ເນື້ອເຊື່ອໃຈກັນ; ສ້າງເປັນປະຊາຄົມຮ່ວມຊາຕາກໍາແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອໃຫ້ປະສົບຜົນສໍາເລັດ; ສ້າງເປັນປະຊາຄົມຮ່ວມຊາຕາກໍາທີ່ຫ່າງໄກຈາກການປະທະກັນແລະມີສັນຕິພາບຖາວອນ; ສ້າງເປັນປະຊາຄົມຮ່ວມຊາຕາກໍາທີ່ຮ່ວມແຮງຮ່ວມໃຈກັນ, ເຂົ້າໃຈແລະຮັກແພງເຊິ່ງກັນແລະກັນ. ທ່ານ ສີຈິ້ນຜິງ ຍັງໄດ້ສະເໜີຂໍ້ລິິເລີ່ມທີ່ເປັນຮູບປະທໍາຫຼາຍຂໍ້, ລວມທັງການເພີ່ມທະວີການສ້າງກົນໄກ, ຂະຫຍາຍສາຍພົວພັນທາງດ້ານເສດຖະກິດ-ການຄ້າ, ລົງເລິກການເຊື່ອມໂຍງເຂົ້າກັນ, ເປີດກວ້າງການຮ່ວມມືດ້ານພະລັງງານ, ຊຸກຍູ້ການປະດິດສ້າງແບບສີຂຽວ, ຍົກລະດັບຄວາມສາມາດດ້ານການພັດທະນາ, ການປົກປັກຮັກສາສັນຕິພາບຂອງພາກພື້ນແລະອື່ນໆ.


ເມື່ອເບິ່ງຈາກຂໍ້ສະເໜີແລະຂໍ້ລິເລີ່ມເຫຼົ່ານີ້ແລ້ວຈະສາມາດສັງເກດໄດ້ວ່າ: ສິ່ງນີ້ເປັນການປະຕິບັດຕົວຈິງຂອງ “ແນວຄວາມຄິດການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ” ຢູ່ໃນພາກພື້ນອາຊີກາງ, ທັງເປັນມາດຕະການຕົວຈິງຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກແລະຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກທີ່ທ່ານ ສີຈິ້ນຜິງ ສະເໜີອອກກ່ອນໜ້ານີ້ ຢູ່ໃນພາກພື້ນດັ່ງກ່າວ, ຍິ່ງເປັນຂໍ້ລິເລີ່ມແຫ່ງການຊຸກຍູ້ເສັ້ນທາງການພັດທະນາຄວາມສີວິໄລແລະຄວາມທັນສະໄໝແບບໃໝ່.